ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 90 ທີ່ ສສ ຫວຽດນາມ
20/10/2026

ໃນລະຫວ່າງວັນທີ 12-16 ຕຸລາ 2026 ທີ່ຜ່ານມາ, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ລວມ 16 ທ່ານ ນຳໂດຍ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ໄດ້ເດີນທາງເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 90 (COSTI-90) ພ້ອມດ້ວຍກອງປະຊຸມປິ່ນອ້ອມ ທີ່ນະຄອນດານັງ ສສ ຫວຽດນາມ.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ປະກອບມີ ຄະນະກອງເລຂາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນແຫ່ງຊາດ ຈາກກົມຮ່ວມມືກັບຕ່າງປະເທດ, ພ້ອມດ້ວຍຕາງໜ້າຈາກ 5 ອະນຸກຳມະການທີ່ກ່ຽວຂ້ອງ ໄດ້ແກ່ ອະນຸກຳມະການລະບົບນິເວດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (SC-STIE); ອະນຸກຳມະການເຕັກໂນໂລຊີຂັ້ນສູງ ແລະ ເຕັກໂນໂລຊີໃໝ່ (SC-DET); ອະນຸກຳມະການເຕັກໂນໂລຊີຊີວະພາບ ແລະ ວິທະຍາສາດດ້ານອາຫານ (SC-BFS); ອະນຸກຳມະການເຕັກໂນໂລຊີວັດສະດຸ ແລະ ພະລັງງານ (SC-MET); ອະນຸກຳມະການວິທະຍາສາດໂລກ, ມະຫາສະໝຸດ ແລະ ອາວະກາດ (SC-EOSS) ເຊິ່ງກອງປະຊຸມ COSTI-90 ຈັດຂຶ້ນຕາມກົນໄກພັນທະຂອງອາຊຽນ (ປີລະ 2 ຄັ້ງ) ເພື່ອໃຫ້ບັນດາເຈົ້າໜ້າທີ່ອາວຸໂສ (COSTI Chairs), ຄະນະທີ່ປຶກສາ (BACs), ອະນຸກຳມະການ ແລະ ຄູ່ຮ່ວມພັດທະນາ ໄດ້ລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ, ທົບທວນກິດຈະກຳບຸລິມະສິດ ແລະ ປຶກສາຫາລືແຜນງານໃນຕໍ່ໜ້າ.
ວາລະສຳຄັນໃນກອງປະຊຸມຄັ້ງນີ້ ໄດ້ຮ່ວມກັນຫາລືໃນຫຼາຍປະເດັນ ຄື: ກອງທຶນ ASTIF: ຕິດຕາມສະຖານະ ແລະ ຄວາມຄືບໜ້າການເປີດຮັບສະໝັກໂຄງການ ພາຍໃຕ້ກອງທຶນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (ASTIF) ປີ 2026. ຜົນງານບຸລິມະສິດດ້ານເສດຖະກິດ (PED) ປີ 2026: ເປັນຕົ້ນແມ່ນ ຖະແຫຼງການອາຊຽນວ່າດ້ວຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາວະກາດ, ລວມທັງແຜນງານພາກພື້ນກ່ຽວກັບປັນຍາປະດິດ (AI) ໃນຂະແໜງສຸຂະພາບ. ສຳລັບທິດທາງໃນອະນາຄົດ: ການກຳນົດຜົນງານຫຼັກ (AMD) ປີ 2027, ການປັບປຸງໂຄງປະກອບອົງການຍ່ອຍຂອງ COSTI, ການລາຍງານຂອງອະນຸກຳມະການ ແລະ ພິທີມອບລາງວັນວິທະຍາສາດສຳລັບແມ່ຍິງ ປີ 2026 (Science Prize for Women 2026).
ຜົນຈາກກອງປະຊຸມຄັ້ງນີ້ ຈະຊ່ວຍເພີ່ມພູນຄວາມຮ່ວມມືລະຫວ່າງປະເທດສະມາຊິກອາຊຽນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນຂົງເຂດບຸລິມະສິດ ເຊັ່ນ: ອາວະກາດ, ປັນຍາປະດິດ (AI), ຄອມພິວເຕີສະມັດຕະພາບສູງ ແລະ ເຕັກໂນໂລຊີຄວັນຕຳ (Quantum Technology).
ສຳລັບ ສປປ ລາວ, ນອກຈາກຈະເປັນການສະແດງບົດບາດຢ່າງຕັ້ງໜ້າໃນການເປັນປະທານ COSTI, ປະກອບສ່ວນເຂົ້າໃນແຜນປະຕິບັດງານ APASTI (2026-2035) ແລະ ນຳສະເໜີຄວາມຄືບໜ້າຂອງລະບົບຕິດຕາມ-ປະເມີນຜົນ (M&E Dashboard) ແລ້ວ ຍັງເປັນໂອກາດສຳຄັນໃນການເຂົ້າເຖິງແຫຼ່ງທຶນ ASTIF, ການຍົກລະດັບຄວາມຮູ້-ຄວາມສາມາດຂອງບຸກຄະລາກອນ ແລະ ການຖ່າຍທອດເຕັກໂນໂລຊີໃໝ່ໆ ເພື່ອນຳມາພັດທະນາປະເທດຊາດ.
ນອກຈາກນີ້, ໃນກອງປະຊຸມຍັງໄດ້ກ່າວເຖິງການກະກຽມຄວາມພ້ອມ ເຊິ່ງປະເທດມາເລເຊຍ ຈະຮັບຮອງເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 23 (AMMSTI-23) ແລະ ກອງປະຊຸມ COSTI-91 ພ້ອມກອງປະຊຸມປິ່ນອ້ອມ ເຊິ່ງຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 21-25 ມິຖຸນາ 2027 ທີ່ຈະມາເຖິງນີ້.
(ພາບ-ຂໍ້ມູນ: ກົມຮ່ວມມືກັບຕ່າງປະເທດ ສສກ)
ຂ່າວທີ່ກ່ຽວຂ້ອງ















