ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ຮ່ວມເປັນປະທານພິທີເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ
12/10/2026

ໃນຕອນບ່າຍຂອງວັນທີ 8 ຕຸລາ 2026 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດພິທີເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ເລມິງຮຶງ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງ ພັກ-ລັດ ລາວ-ຫວຽດນາມ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ພິທີອັນມີຄວາມໝາຍສຳຄັນນີ້ ຈັດຂຶ້ນໂດຍປະຕິບັດຕາມສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ເພື່ອສ້າງຕັ້ງສະຖາບັນການສຶກສາຊັ້ນສູງທີ່ທັນສະໄໝ ຕັ້ງຢູ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃນເນື້ອທີ່ດິນ 50 ເຮັກຕາ ທີ່ລັດຖະບານ ແຫ່ງ ສປປ ລາວ ໄດ້ສະໜອງໃຫ້ ເຊິ່ງຕິດກັບສວນສາທາລະນະມິດຕະພາບ ລາວ-ຫວຽດນາມ. ໂຄງການດັ່ງກ່າວເປັນໜຶ່ງໃນບັນດາສັນຍາລັກອັນພົ້ນເດັ່ນ ໃຫ້ແກ່ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຍົກລະດັບສາຍພົວພັນຂຶ້ນເປັນ “ຫຸ້ນສ່ວນຍຸດທະສາດ” ລະຫວ່າງ ສອງປະເທດ.
ໃນພິທີ, ສະຫາຍ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນນາມຕາງໜ້າເຈົ້າຂອງໂຄງການຝ່າຍລາວ ໄດ້ຂຶ້ນກ່າວຄໍາເຫັນໂດຍເນັ້ນໜັກວ່າ: ໂຄງການສ້າງຕັ້ງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ບໍ່ພຽງແຕ່ເປັນການສ້າງສະຖານທີ່ສຶກສາຊັ້ນສູງທີ່ມີຄຸນນະພາບ, ແຕ່ຍັງເປັນຂົວເຊື່ອມຕໍ່ອັນຍາວນານລະຫວ່າງສະຖາບັນການສຶກສາຂອງສອງປະເທດ. ໄລຍະເບື້ອງຕົ້ນ ໂຄງການດັ່ງກ່າວຈະສາມາດຮອງຮັບການກໍ່ສ້າງນັກຮຽນ, ນັກສຶກສາສູງເຖິງ 4.000 ຄົນ (ໃນນັ້ນມີນັກຮຽນມັດທະຍົມຕອນປາຍ 500 ຄົນ ແລະ ນັກສຶກສາປະລິນຍາຕີ, ຫຼັງປະລິນຍາຕີ 3.500 ຄົນ) ໂດຍເນັ້ນໃສ່ສາຂາວິຊາບູລິມະສິດທີ່ ສປປ ລາວ ຕ້ອງການ ແລະ ຫວຽດນາມ ມີທ່າແຮງ. ພ້ອມດຽວກັນນັ້ນ, ຝ່າຍລາວໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສົມທົບຢ່າງແໜ້ນແຟ້ນ ເພື່ອຮັບປະກັນໃຫ້ໂຄງການດັ່ງກ່າວເປັນຕົວແບບໃນການກໍ່ສ້າງທີ່ມີຄຸນນະພາບ, ສຳເລັດຕາມກຳນົດເວລາ ແລະ ປະກອບສ່ວນພັດທະນາຊັບພະຍາກອນມະນຸດຕາມມາດຕະຖານພາກພື້ນ ແລະ ສາກົນ.
ຈາກນັ້ນ, ສະຫາຍ ຮວ່າງ ມິງ ເຊີນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ໄດ້ມີຄຳເຫັນສະແດງຄວາມປິຕິຍິນດີ ແລະ ເນັ້ນຢ້ຳວ່າ: ການສ້າງຕັ້ງມະຫາວິທະຍາໄລດັ່ງກ່າວ ແມ່ນໝາກຜົນອັນເປັນຮູບປະທຳຈາກການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ໃນເດືອນທັນວາ 2025 ແລະ ກອງປະຊຸມຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ. ຝ່າຍຫວຽດນາມ ຈະນໍາໃຊ້ທຶນຊ່ວຍເຫຼືອເພື່ອລົງທຶນໃສ່ໂຄງການກໍ່ສ້າງ ແລະ ຮ່ວມພັດທະນາມະຫາວິທະຍາໄລແຫ່ງນີ້ຢ່າງຮອບດ້ານ ເພື່ອໃຫ້ກາຍເປັນສັນຍາລັກອັນມີຊີວິດຊີວາຂອງການຮ່ວມມືດ້ານການສຶກສາ ແລະ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງຊາດ.
ໃນຕອນທ້າຍພິທີ, ສະຫາຍ ເລມິງຮຶງ, ສະຫາຍ ສະເຫຼີມໄຊ ກົມມະສິດ, ສະຫາຍ ຮວ່າງ ມິງ ເຊີນ ແລະ ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດຂຶ້ນສູ່ເວທີ ເພື່ອນັບຖອຍຫຼັງ ແລະ ຮ່ວມກົດປຸ່ມເປີດພິທີໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢ່າງເປັນທາງການ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ (ພະແນກໂຄສະນາ-ຂ່າວສານ)
ຂ່າວທີ່ກ່ຽວຂ້ອງ













