ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
15/09/2026

ໃນວັນທີ 14 ກັນຍາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໄດ້ຮັບທຶນສະໜັບສະໜູນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຈາກບັນດາບໍລິສັດ ລວມມູນຄ່າເກືອບ 7 ຕື້ກີບ.
ບໍລິສັດທີ່ມາມອບທຶນສະໜັບສະໜູນ ໃນຄັ້ງນີ້ ປະກອບມີ: ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ແລະ ທະນາຄານສົ່ງເສີມກະສິກຳ ກຳກັດ 2,3 ຕື້ກີບ, ບໍລິສັດຈະເລີນເຊກອງພະລັງງານ ຈຳກັດ 2,2 ຕື້ກວ່າກີບ, ບໍລິິສັດວີເອັສ ແອັດເວີທາຍ ຈຳກັດຜູ້ດຽວ 1,7 ຕື້ກວ່າກີບ, ບໍລິສັດກຸ່ມບໍລິສັດລາວໂທລະຄົມ 450 ລ້ານກີບ, ທະນາຄານການຄ້າຕ່າງປະເທດ ມະຫາຊົນ 100 ລ້ານກີບ, ບໍລິສັດເອັສເອັມພີທີ່ປຶກສາ 100 ລ້ານກີບ, ບໍລິສັດເບຍລາວ 80 ລ້ານກີບ, ບໍລິສັດກາເຟມີລາໂຄ 50 ລ້ານກີບ ແລະ ກຸ່ມບໍລິສັດດາວເຮືອງ ສະໜອງ ກາເຟ ແລະ ນ້ຳດື່ມ ລວມມູນຄ່າ 9 ລ້ານກວ່າກີບ.
ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາບໍລິສັດ ທີ່ເຫັນໄດ້ຄວາມສຳຄັນ ນຳເອົາເງິນຈຳນວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້, ພ້ອມທັງຢືນຢັນວ່າຈະນໍາເອົາເງິນທີ່ໄດ້ຮັບໃນຄັ້ງນີ້ ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ກໍຄື ນຳໃຊ້ເຂົ້າໃນວຽກງານຕ່າງໆປິ່ນອ້ອມ ໃນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍລະເບີດລູກຫວ່ານ ຮອບວຽນທີ 3 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນຄັ້ງນີ້ໃຫ້ດຳເນີນໄປດ້ວຍຜົນສຳເລັດ ອັນຈົບງາມ.
ຂ່າວ: ທະນູທອງ
ພາບ: ເກດສະໜາ
ຂ່າວທີ່ກ່ຽວຂ້ອງ











