Skip to main content

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ລົງຢ້ຽມຢາມແລະ ມອບອຸປະກອນການສຶກສາ ໃຫ້ໂຮງຮຽນປະຖົມສົມບູນ ບ້ານແສນລາດ

20/10/2026
ວັນທີ 14 ຕຸລາ 2026, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມຄະນະ ໄດ້ລົງຢ້ຽມຊົມ ໂຮງຮຽນປະຖົມສົມບູນ ບ້ານແສນລາດ, ເມືອງໄຊ, ແຂວງ ອຸດົມໄຊ, ມີຄະນະ ຄູ-ອາຈານ ແລະ ນ້ອງນັກຮຽນໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໂຮງຮຽນປະຖົມສົມບູນ ບ້ານແສນລາດ ສົກຮຽນ 2026-2027ນີ້, ມີນັກຮຽນ ທັງໝົດ 210 ຄົນ, ຍິງ 94 ຄົນ, ຄູສອນ 6 ຄົນ, ຍິງ 2 ຄົນ. ໂອກາດນີ້ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ເນັ້ນໃຫ້ ຄູ-ອາຈານ ເອົາໃຈໃສ່ຍົກສູງຄຸນນະພາບ ການຮຽນ-ການສອນ, ມີຄວາມຮັບຜິດ ຊອບຕໍ່ໜ້າທີ່, ພ້ອມທັງ ສົ່ງເສີມໃຫ້ນັກຮຽນຕັ້ງໃຈຮ່ຳຮຽນ, ມີລະບຽບວິໄນ, ຮັກຊາດ ແລະ ຮູ້ຈັກຮັກສາວັດທະນະທຳອັນດີງາມຂອງຊາດ. ພ້ອມນີ້ ທ່ານຍັງໄດ້ມອບອຸປະກອນ ການຮຽນ-ການສອນ ແລະ ເງິນຈຳນວນ 80 ລ້ານກີບ ໃຫ້ແກ່ ໂຮງຮຽນ ເພື່ອເອົາໄປນຳໃຊ້ເຂົ້າໃນການບໍລິຫານຈັດການ ແລະ ປັບປຸງສະພາບແວດລ້ອມຂອງໂຮງຮຽນ.
ການລົງຢ້ຽມຢາມຂອງການນຳຂັ້ນສູງ ສະແດງເຖິງຄວາມຫ່ວງໃຍ ແລະ ການເອົາໃຈໃສ່ຂອງພັກ-ລັດ ຕໍ່ວຽກງານການສຶກສາ ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫລີກ ໃນການສ້າງໂອກາດທາງການສຶກສາ ໃຫ້ແກ່ ເດັກນ້ອຍ, ຍົກສູງຄຸນນະພາບ ການຮຽນ-ການສອນ ແລະ ວາງຮາກຖານການພັດທະນາຊັບພະຍາກອນມະນຸດຂອງຊາດ ໃນອະນາຄົດ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ