Skip to main content
02/12/2025 | ການເມືອງ

ນາຍົກລັດຖະມົນຕີ ພົບປະກັບ ​ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ວັນທີ 1 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ໂຕ ເລິມ ​ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະເປັນປະທານຮ່ວມກອງປະຊຸມພົບປະສອງກົມການເມືອງ ລາວ-ຫວຽດນາມ ລະຫວ່າງວັນທີ 1-2 ທັນວາ 2025. ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະກັບ ສະຫາຍ ໂຕ ເລີມ ​ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກຄັ້ງໜຶ່ງ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມໃນຄັ້ງນີ້, ເປັນການຢ້ຽມຢາມທີ່ມີຄວາມໝາຍສຳຄັນເປັນພິເສດ ຕໍ່ສາຍພົວພັນຂອງສອງປະເທດ ທີ່ມີຂຶ້ນໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ […]

01/12/2025 | ການເມືອງ

ວັນສະຖາປະນາ ສປປ ລາວ ເປັນວັນແຫ່ງຄວາມສໍາຄັນຂອງປວງຊົນລາວທັງຊາດ

ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ທ່ານ ປອ ວົງເພັດ ອຸດົມລິດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ VI ແຂວງຫຼວງພະບາງ, ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວສະແດງຄວາມຮູ້ສຶກ ໃນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ແຫ່ງການຕໍ່ສູ້ຂອງຊາດລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ທີ່ສະຫຼາດສ່ອງໃສໄດ້ສໍາເລັດພາລະກິດ ແລະ ໜ້າທີ່ອັນມີກຽດຂອງຕົນ ໃນພາລະກິດປົດປ່ອຍປະເທດຊາດຢ່າງສະຫງ່າງາມ ແລະ ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມຂອງຕົນ ເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.ທ່ານ ປອ ວົງເພັດ ອຸດົມລິດ ໄດ້ໃຫ້ທັດສະນະວ່າ: ໃນໂອກາດອັນສຳຄັນຍິ່ງ ທີ່ປະເທດຂອງພວກເຮົາ ໄດ້ກ້າວເຂົ້າສູ່ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ໃນນາມປະຊາຊົນລາວຄົນໜຶ່ງ ຮູ້ສຶກປະທັບໃຈເປັນຢ່າງຍິງຕໍ່ພາລະກຳອັນຍິ່ງໃຫຍ່ຂອງບັນພະບູລຸດ ທີ່ໄດ້ອຸທິດໃຫ້ການຕໍ່ສູ້ກູ້ຊາດ, ການສ້າງສາພັດທະນາປະເທດຊາດ ທີ່ໄດ້ກໍ່ສ້າງສັນຕິພາບ, ເອກະລາດ […]

01/12/2025 | ການເມືອງ

ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ

ຕອນເຊົ້າວັນທີ 27 ພະຈິກ 2025 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ມີພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (02/12/1975-02/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920- 13/12/2025), ໂດຍມີຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສສ ຫວຽດນາມ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ນະຄອນຫຼວງຮ່າໂນ້ຍ ຈັດຂຶ້ນຢ່າງສົມກຽດ. ເຂົ້າຮ່ວມໃນພິທີ,ຝ່າຍຫວຽດນາມ ມີ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ນົງ ດຶກ ແມັງ ອະດີດເລຂາທິການໃຫຍ່, ສະຫາຍ ນາງ ບຸ່ຍ ທິ ມິງ ຮວ່າຍ ເລຂາທິການສູນກາງພັກ […]

10/11/2025 | ການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX ຈະພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດ ທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນຳຂັ້ນສູງພັກ-ລັດ, ອະດີດການນຳຂັ້ນສູງ, ແຂກຖືກເຊີນ ແລະ ບັນດາສະມາມຊິກ ສະພາແຫ່ງຊາດ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ກອງປະຊຸມສະໄໝ ສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງ ປະເທດຊາດ […]

10/11/2025 | ການເມືອງ

5 ປີ ເສດຖະກິດ ສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວ ຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ […]

28/10/2025 | ການເມືອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ ມາເລເຊຍ

ວັນທີ 26 ຕຸລາ 2025 ທີ່ນະຄອນຫຼວງກວາລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນ ໄດ້ຮ່ວມລົງນາມໃນຖະແຫຼງການວ່າດ້ວຍ ການຮັບເອົາຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ເປັນປະເທດທີ 11. ພາຍຫຼັງເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດ, ທ່ານ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບຄົບຄະນະ ແລະ ແບບວົງແຄບ ພ້ອມທັງບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນ ໄດ້ເປິກສາຫາລື ກ່ຽວກັບການເສີມສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຮູ້ການລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາກິດຈະກໍາບຸລິມະສິດໃນການປະທານອາຊຽນຂອງມາເລເຊຍ. ກອງປະຊຸມ ຍັງໄດ້ເນັ້ນຄວາມສໍາຄັນການເພີ່ມທະວີ ແລະ ຮັດແໜ້ນການຮ່ວມມືຂອງບັນດາຂະແໜງການຂອງອາຊຽນ ເພື່ອໃຫ້ອາຊຽນມີຄວາມພ້ອມ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ […]

18/10/2025 | ການເມືອງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ການຕອບໂຕ້ວິກິດໃນຕົວເມືອງ”

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 (the 4th Lao National Urban Forum) ພາຍໃຕ້ຄໍາຂວັນ: “ການຕອບໂຕ້ວິກິດໃນຕົວເມືອງ (Urban Crisis Response)”. ຈັດຂຶ້ນໃນວັນທີ 17 ຕຸລາ 2025 ທີ່ມະຫາວິທະຍາໄລ ຈໍາປາສັກ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄານອບ (Bakhodir Burkhanov) ຜູ້ປະສານງານ ຂອງອົງການສະຫະປະຊາຊາດ ປະຈໍາ ລາວ, ທ່ານ ດຣ ອາວີ ຊາກາ (Dr. Avi Sarkar) ຫົວໜ້າອົງການ UN-Habitat ດ້ານເຄຫາສະຖານປະຈໍາ ສປປ ລາວ, ມີພາກສ່ວນກ່ຽວຂ້ອງທັງອົງການຈັດຕັ້ງສາກົນ ແລະ […]

17/10/2025 | ການເມືອງ

ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂຶ້ນໃນຕອນເຊົ້າວັນທີ 17 ຕຸລາ 2025 ຢູ່ສະໂມສອນໃຫຍ່ຂອງເເຂວງ ພາຍໃຕ້ການເປັນປະທານໂດຍ ສະຫາຍ ຄຳແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກເເຂວງ, ເຈົ້າເເຂວງຫົວພັນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ທັງເປັນຜູ້ຊີ້ນໍາເເຂວງຫົວພັນ, ມີບັນດາການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດເເຂວງ, ຜູ້ເເທນສົມບູນຈໍານວນ 307 ສະຫາຍ, ຍິງ 41ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວອົງຄະນະພັກແຂວງ ຈຳນວນ 23.347 ສະຫາຍ, ຍິງ 5.856 ສະຫາຍ ທີ່ມາຈາກຂະເເໜງການຕ່າງໆ ເເລະ 10 ເມືອງທົ່ວເເຂວງ, ເເນວລາວສ້າງຊາດ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ 3ອົງການຈັດຕັ້ງມະຫາຊົນ. ສະຫາຍ ຄຳແພງ ໄຊສົມແພງ ໄດ້ມີຄໍາເຫັນກ່າວໄຂກອງປະຊຸມ ຕໍ່ກອງປະຊຸມໃຫຍ່ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ບາງຕອນສໍາຄັນທ່ານໄດ້ກ່າວວ່າ: ການດໍາເນີນກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ […]