ສະຫະພັນກຳມະບານ 3 ກະຊວງ ອວຍພອນ ຫ້ອງການກຳມະບານກະຊວງປ້ອງກັນປະເທດ ໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ
03/02/2026
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949-ວັນທີ 20 ມັງກອນ 2026) ເມື່ອວັນທີ 30 ມັງກອນ 2026 ທີ່ຫ້ອງປະຊຸມ ກະຊວງປ້ອງກັນປະເທດ, ສະຫາຍ ແສງສະເດັນ ບຸນລາວົງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຄະນະພັກກະຊວງ, ປະທານສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ (ສສກ), ສະຫາຍ ສົມຫວັງ ພິມມະສອນ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກຳມະການກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ສະຫາຍ ພັນເອກ ນາງ ນວນ ເທບພະວົງ ຄະນະບໍລິຫານງານສູນກາງກຳມະບານລາວ ທັງເປັນຫົວໜ້າຫ້ອງການກຳມະບານ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຂົ້າຮ່ວມອວຍພອນ ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຫົວໜ້າຫ້ອງການກຳມະບານ ກະຊວງປ້ອງກັນປະເທດ, ມີຄະນະບໍລິຫານງານ ແລະ ສະມາຊິກກຳມະບານ ທັງ 4 ກະຊວງ ຢ່າງພ້ອມພຽງ.
ໂອກາດນີ້, ສະຫາຍ ແສງສະເດັນ ບຸນລາວົງ ຕາງໜ້າໃຫ້ຄະນະບໍລິຫານງານ ແລະ ສະມາຊິກກຳມະບານ ສສກ ໄດ້ຍົກໃຫ້ເຫັນເຖິງສາຍພົວພັນທີ່ແໜ້ນແຟ້ນຂອງອົງການຈັດຕັ້ງມະຫາຊົນລະຫວ່າງ ບັນດາກະຊວງ ເວົ້າລວມ ເວົ້າສະເພາະກໍແມ່ນ ສະຫະພັນກຳມະບານຂອງສອງພາກສ່ວນທີ່ມີມາແຕ່ຍາວນານ ສະແດງອອກ ໃນວັນສຳຄັນຕ່າງໆ ບັນດາສະຫາຍກຳມະບານ ກໍໄດ້ເຂົ້າອວຍພອນເຊິ່ງກັນແລະ ກັນ ນີ້ໄດ້ຢັ້ງຢືນໃຫ້ເຫັນເຖິງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ໃນໂອກາດນີ້ ຂໍສະແດງຄວາມອວຍພອນໄຊອັນປະເສີດ ມາຍັງຄະນະບໍລິຫານງານຫ້ອງການກຳມະບານກະຊວງປ້ອງກັນປະເທດ ພ້ອມດ້ວຍສະມາຊິກກຳມະບານ ແລະ ອ້າຍນ້ອງທະຫານທຸກຄົນ ໃຫ້ມີສຸຂະພາບເຂັ້ມແຂງ ແຂງແຮງ ປະຕິບັດໜ້າທີ່ຢ່າງຫ້າວຫານ ແລະ ສຳເລັດທຸກໜ້າທີ່ ຂໍໃຫ້ຄວາມສາມັກຄິຮັກແພງ ສາຍພົວພັນຂອງສະຫະພັນກຳມະບານຂອງສອງກະຊວງ ໝັ້ນຄົງທະຍົງແກ່ນຕະຫຼອດໄປ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ໄດ້ຫວນຄືນມູນເຊື້ອການປະຕິວັດໂດຍສັງເຂບຂອງກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງ ຮອດໄລຍະສ້າງສາພັດທະນາປະເທດຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນໄລຍະ 77 ປິ ນະໂອກາດທີ່ມິຄວາມໝາຍຄວາມສຳຄັນນີ້ ສະຫາຍໄດ້ສະແດງຄວາມຂອບອົກຂອບໃຈ ມາຍັງ ສະຫະພັນກຳມະການທັງ 3 ກະຊວງ ທີ່ໄດ້ເຂົ້າອວຍພອນຫ້ອງການກຳມະບານກະຊວງປ້ອງກັນ ປະເທດໃນຄັ້ງນີ້ ຂໍໃຫ້ຄວາມສາມັກຄີຮັກແພງລະຫວ່າງສະຫາຍສະມາຊິກກຳມະບານຂອງທັງ 4 ກະຊວງ ຍືນຍົງຕະຫຼອດໄປ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ

