ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກສະຖາບັນ ການເມືອງ ແລະ ການປົກຄອງແຫ່ງຊາດ ຜູ້ເກົ່າ ແລະ ຜູ້ໃໝ່
03/02/2026
ພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ຜູ້ເກົ່າ) ແລະ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 29 ມັງກອນ 2026 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໂດຍມີ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາສະຫາຍຄະນະບໍລິຫານງານພັກ, ຄະນະນຳ, ພະນັກງານຫຼັກແຫຼ່ງ, ຄູ-ອາຈານ, ພ້ອມດ້ວຍນັກສຶກສາ, ນັກຄົ້ນຄວ້າ ພາຍໃນ ສມປຊ ເຂົ້າຮ່ວມ.
ສະຫາຍ ພູວົງ ອຸ່ນຄຳແສນ ໄດ້ຜ່ານບົດສະຫຼຸບຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານການນໍາພາ-ຊີ້ນໍາຮອບດ້ານໃນໄລຍະທີ່ຜ່ານມາ. ຕະຫຼອດໄລຍະທີ່ສະຫາຍໄດ້ດຳລົງຕຳແໜ່ງເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫາຍໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຮ່ວມກັບຄະນະພັກ-ຄະ ນະນຳ ຂອງ ສມປຊ ໃນການປັບປຸງຫຼັກສູດການຮຽນການສອນ ທິດສະດີການເມືອງ-ການປົກຄອງ ໃຫ້ມີລັກສະນະວິທະຍາສາດ ແລະ ທັນສະໄໝ, ສອດຄ່ອງກັບສະພາບການພັດທະນາຂອງປະເທດ ໃນໄລຍະໃໝ່; ພາຍໃຕ້ການນຳພາຂອງສະຫາຍ, ວຽກງານຄົ້ນຄວ້າວິທະຍາສາດ ມີຜົນງານພົ້ນເດັ່ນຫຼາຍດ້ານ, ການກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຂອງພັກ ແລະ ລັດ ໄດ້ຮັບການຍົກລະດັບທາງດ້ານຄຸນນະພາບ, ເຮັດໃຫ້ ສມປຊ ສືບຕໍ່ເປັນສູນກາງແຫ່ງການບຳລຸງສ້າງ ແລະ ຄົ້ນຄວ້າທິດສະດີ ທີ່ເຂັ້ມແຂງຂອງພັກ.
ຈາກນັ້ນ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍໄດ້ຕົກລົງຍົກຍ້າຍ ສະຫາຍ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາ ບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຊຽງຂວາງ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງພະນັກງານການນຳຂັ້ນສູງ ໂດຍໄດ້ຕົກລົງແຕ່ງຕັ້ງ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ຜູ້ໃໝ່). ພ້ອມນີ້, ທັງສອງສະຫາຍ ຫົວໜ້າຜູ້ເກົ່າ ແລະ ຜູ້ໃໝ່ ກໍໄດ້ເຊັນບົດບັນທຶກມອບ-ຮັບ ໜ້າທີ່ຢ່າງເປັນທາງ ເພື່ອເປັນການຢັ້ງຢືນເຖິງການສືບຕໍ່ພາລະກິດ ແລະ ຄວາມຮັບຜິດຊອບໃນການນຳພາ ສມປຊ ໃນຕໍ່ໜ້າ.
ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານ, ຄຸນງາມຄວາມດີ ແລະ ຄວາມບຸກບືນພະຍາຍາມຂອງ ສະຫາຍ ພູວົງ ອຸ່ນຄຳແສນ ທີ່ໄດ້ທຸ້ມເທເຫື່ອແຮງຕະຫຼອດໄລຍະເວລາໃນການນຳພາ ສມປຊ, ສາມາດສ້າງພື້ນຖານອັນໜັກແໜ້ນທາງດ້ານວິຊາການ ແລະ ພື້ນຖານໂຄງລ່າງໃຫ້ແກ່ສະຖາບັນ. ການຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ແຂວງຊຽງຂວາງ ຊຶ່ງເປັນແຂວງຍຸດທະສາດສຳຄັນ ແມ່ນສະແດງເຖິງຄວາມໄວ້ເນື້ອເຊື່ອໃຈຂອງກົມການເມືອງສູນກາງພັກ ທີ່ມີຕໍ່ສະຫາຍ ໃນການໄປກໍ່ສ້າງຮາກຖານການ ເມືອງ ແລະ ພັດທະນາທ້ອງຖິ່ນໃຫ້ເຂັ້ມແຂງ.
ພ້ອມກັນນັ້ນ, ສະຫາຍ ກໍໄດ້ເນັ້ນ ແລະ ມອບທິດທາງໜ້າທີ່ ໃຫ້ ສະຫາຍ ອານຸພາບ ຕຸນາລົມ ຫົວໜ້າ ສມປຊ ຜູ້ໃໝ່. ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການທີ່ສູງສົ່ງໃນຖານະເລຂາທິການສູນກາງພັກ, ເຊື່ອໝັ້ນວ່າ ສະຫາຍຈະເປັນຄັນທຸງສືບຕໍ່ນຳພາ ສມປຊ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ທີ່ແຂງແຮງກວ່າເກົ່າ, ພ້ອມທັງ ໄດ້ເນັ້ນບາງບັນຫາສຳຄັນ ຄື: ໃຫ້ຄະນະພັກ-ຄະນະນຳຊຸດໃໝ່ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ຍຶດຖືຫລັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ; ຕ້ອງສຸມໃສ່ປັບປຸງເນື້ອໃນການຮຽນການສອນ ໃຫ້ເລິກເຊິ່ງ, ຕິດພັນກັບພຶດຕິກຳຕົວຈິງຂອງປະເທດລາວ, ສ້າງພະນັກງານທີ່ມີທາດແທ້ການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຮູ້ຄວາມສາມາດທີ່ແທ້ຈິງ; ສມປຊ ຕ້ອງເປັນເສນາທິການທາງດ້ານທິດສະດີໃຫ້ແກ່ສູນກາງພັກ, ຄົ້ນ ຄວ້າບັນຫາທີ່ພົ້ນເດັ່ນໃນສັງຄົມ, ສະຫລຸບຖອດ ຖອນບົດຮຽນຈາກພຶດຕິກຳ ເພື່ອເສີມຂະຫຍາຍແນວທາງຂອງພັກ ໃຫ້ສົມບູນຍິ່ງຂຶ້ນ; ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ຄູອາຈານ ໃຫ້ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ ແລະ ຈັນຍາບັນຂອງຄູສອນການເມືອງ.
ແຫຼ່ງຂ່າວ: ຄວາມສະຫງົບ Lao Security News
ຂ່າວທີ່ກ່ຽວຂ້ອງ

