Skip to main content

ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 10 ສືບຕໍ່ລົງໂຄສະນາຫາສຽງ ຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງວຽງຄຳ

12/02/2026
ວັນທີ 11 ກຸມພາ 2026 ນີ້, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ສືບຕໍ່ນຳພາຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 10 ຈຳນວນ 5 ທ່ານ (ຍິງ 2 ທ່ານ) ໃນນັ້ນມີ: ຜູ້ສະໝັກເລືອກຕັ້ງນໍ້າເບີ 1 ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ນໍ້າເບີ 4 ທ່ານ ສີທົນ ແສງພະຈັນ ກຳມະການປະຈຳພັກແຂວງວຽງຈັນ, ນໍ້າເບີ 5 ທ່ານ ນາງ ເພັດສະໝອນ ສອນ ກຳມະການປະຈຳພັກກະຊວງ, ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ, ນໍ້າເບີ 7 ທ່ານ ນາງ ວົງເດືອນ ວັດຕະໂສ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງວຽງຈັນ, ນໍ້າເບີ 11 ທ່ານ ພັນໂທ ບຸນນຳ ຈັນທອງສີ ຮອງເລຂາໜ່ວຍພັກ, ຄະນະປະຈຳ, ປະທານກຳມະການຍຸຕິທຳ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາປະຊາຊົນແຂວງວຽງຈັນ, ສະມາຊິກສະພາແຫ່ງຊາດ ຊຸດທີ IX, ທັງເປັນສະມາຊິກສະພາປະຊາຊົນແຂວງຊຸດທີ IV ແລະ ຜູ້ສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງວຽງຈັນ (ສສຂ) ຊຸດທີ V ເຂດເລືອກຕັ້ງເມືອງວຽງຄຳ ຈຳນວນ 7 ທ່ານ, (ຍິງ 1 ທ່ານ) ຄື: ນ້ຳເບີ 1 ທ່ານ ສົມໝາຍ ໄຊຍະວົງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ; ນ້ຳເບີ 2 ທ່ານ ພູວົງ ສຸພັນທອນ ປະທານກວດກາພັກ-ລັດເມືອງ; ນ້ຳເບີ 3 ທ່ານ ນາງ ເພັດສະໝອນ ສຸທຳມະວົງ ຫົວໜ້າຂະແໜງວັດທະນະທຳ-ສັງຄົມ ສະພາປະຊາຊົນແຂວງ; ນ້ຳເບີ 4 ທ່ານ ສາຍໃຈ ພົງສະນິດ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ; ນ້ຳເບີ 5 ທ່ານ ພັນໂທ ສາຍຟອງ ແກ້ວປະເສີດ ຫົວໜ້າກອງບັນຊາການທະຫານເມືອງ; ນ້ຳເບີ 6 ທ່ານ ສີໄໝ ສົມຈັນມະວົງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ; ນ້ຳເບີ 7 ທ່ານ ເພັດວິໄລສັກ ພຸດທະສີ ປະທານສະມາຄົມນັກທຸລະກິດໜຸ່ມແຂວງວຽງຈັນ ສືບຕໍ່ລົງໂຄສະນາຫາສຽງ, ພົບປະ ແລະ ສະເໜີຕົວ ຕໍ່ຜູ້ມີສິດເລືອກຕັ້ງຢູ່ເມືອງວຽງຄຳ.
ໃນພິທີຜູ້ຮັບສະໝັກຮັບເລືອກຕັ້ງ ໄດ້ພັດປ່ຽນກັນນໍາສະເໜີ ປະຫັວດການເຄື່ອນໄຫວໃນແຕ່ລະໄລຍະ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດ ແລະ ໜ້າທີ ຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເພື່ອເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ ເຂົ້າໃຈ ຢ່າງຖືກຕ້ອງ ຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດ ສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາ ຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນປະຕິບັດສິດ, ອຳນາດຂອງປະຊາຊົນບັນດາເຜົ່າ ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ. ພ້ອມດຽວກັນນັ້ນ, ທີມງານໄດ້ຕາງໜ້າຜ່ານປະຫວັດ ແລະ ຂໍ້ມູນສຳຄັນ ຂອງຜູ້ສະໝັກທ່ານອື່ນ ທີ່ໄດ້ແບ່ງກຸ່ມລົງເຄຶ່ອນໄຫວໃນຈຸດອື່ນ, ເພື່ອຮັບປະກັນໃຫ້ປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ຮັບຮູ້ຂໍ້ມູນຂອງຜູ້ສະໝັກ ຢ່າງຄົບຖ້ວນ ແລະ ໂປ່ງໃສ ກ່ອນການຕັດສິນໃຈປ່ອນບັດເລືອກຕັ້ງ.
ທົ່ວເມືອງວຽງຄຳ ໄດ້ກຳນົດໜ່ວຍປ່ອນບັດເລືອກຕັ້ງ 25 ໜ່ວຍ ແລະ ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 14.435 ຄົນ, ຍິງ 6.563 ຄົນ, ສໍາລັບເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ 14 ທ່ານ ຍິງ 5 ທ່ານ, ໃນນັ້ນ ຈະເລືອກເອົາ 10 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄຳ ມີ 7 ທ່ານໃນນັ້ນຈະເລືອກເອົາ 5 ທ່ານ.
#ພາບ+ຂ່າວ: ບຸນມາ ແກ້ວບຸດດາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ