Skip to main content
06/01/2026 | ການເມືອງ

ສະຫາຍ ທອງລຸນ ສີສຸລິດ ກ່າວສູນທອນພົດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສູນທອນພົດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ກ່າວໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ, ວັນທີ 6 ມັງກອນ 2026 ຮຽນ : – ຄະນະປະທານກອງປະຊຸມໃຫຍ່ ທີ່ນັບຖື, – ບັນດາສະຫາຍຜູ້ແທນ, ແຂກຜູ້ມີກຽດ ທີ່ຮັກແພງ. ຂ້າພະເຈົ້າ,ຮູ້ສຶກເປັນກຽດ ຢ່າງຍິ່ງທີ່ມີໂອກາດ ໄດ້ຂຶ້ນມາກ່າວໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງເປັນເຫດການການເມືອງທີ່ສຳຄັນຂອງພັກ ແລະ ຂອງປະເທດເຮົາ ອີກຄັ້ງໜຶ່ງໃນມື້ນີ້. ພາຍຫຼັງການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນເວລາ 5 ປີເຕັມ, ມື້ນີ້ ເປັນມື້ທີ່ມີຄວາມໝາຍສຳຄັນເປັນພິເສດ ອີກວັນໜຶ່ງ ທີ່ພັກເຮົາໄດ້ມີພິທີເປີດການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະ ຕິວັດລາວ. ການເປີດຂຶ້ນ […]

05/01/2026 | ການເມືອງ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະມີຜູ້ແທນເຂົ້າຮ່ວມ ທັງໝົດ 834 ສະຫາຍ

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຂ່າວ ກ່ອນດໍາເນີນກອງປະຊຸມໃຫຍ່ ທີ່ຫໍປະຊຸມແຫ່ງຊາດ ໃນຕອນບ່າຍວັນທີ 4 ມັງກອນ 2026 ວ່າ: ພີ່ນ້ອງຮ່ວມຊາດ ແລະ ເພື່ອນມິດສາກົນ ທີ່ຮັກແພງທັງຫຼາຍ. ຂ້າພະເຈົ້າ ຂໍອະນຸຍາດຕາງໜ້າໃຫ້ກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ ຂໍແຈ້ງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພ້ອມດ້ວຍປະເທດເພື່ອນມິດໃກ້-ໄກ ຊາບທົ່ວເຖິງກັນ ວ່າ: ໂດຍປະຕິບັດຕາມກົດລະບຽບຂອງພັກ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 6 ມັງກອນ 2026 ແລະ ຈະດໍາເນີນໄປຈົນເຖິງວັນທີ 8 ມັງກອນ 2026 ໃຊ້ເວລາ 3 ວັນເຕັມ ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງນີ້, […]

05/01/2026 | ການເມືອງ

ການນຳຂັ້ນສູງຂອງພັກ ວາງພວງມາລາ ແລະ ກະຕ່າດອກໄມ້ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII

ໃນຕອນເຊົ້າວັນທີ 5 ມັງກອນ 2026, ການນໍາຂັ້ນສູງຂອງພັກປະຊາຊົນປະຕິວັດລາວ, ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນໂອກາດຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນລະຫວ່າງວັນທີ 6-8 ມັງກອນ 2026 ນີ້. ການວາງພວງມາລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານພາຍໃຕ້ການນໍາພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ, ຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ. ການວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ຂອງການນໍາຂັ້ນສູງຂອງພັກປະຊາຊົນປະຕິວັດລາວ ໃນຄັ້ງນີ້, ກໍເພື່ອເປັນການລະນຶກເຖິງຄຸນງາມຄວາມດີ […]

05/01/2026 | ການເມືອງ

“ຄວາມສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ”

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຖືກຍົກຂຶ້ນມາເປັນເຫດການທາງປະຫວັດສາດສຳຄັນທີ່ຈະກຳນົດທິດທາງການພັດທະນາປະເທດຊາດລາວໃນຊຸມປີຕໍ່ໜ້າ. ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ສຳພາດພິເສດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ໂດຍໄດ້ເນັ້ນໃສ່ຄວາມໝາຍສຳຄັນຂອງກອງປະຊຸມໃນຖານະເປັນອົງການນຳພາສູງສຸດທີ່ຈະກຳນົດເປົ້າໝາຍຍຸດທະສາດການພັດທະນາປະເທດຊາດໃນອະນາຄົດ.ທ່ານ ພັນຄໍາ ເຜີຍຍະວົງ ກ່າວວ່າ: ກອງປະຊຸມດັ່ງກ່າວ ຈະດໍາເນີນຂຶ້ນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”. ກອງປະຊຸມໃນຄັ້ງນີ້ ຄາດວ່າຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ, ລວມທັງ ໂຄງການການເມືອງສະບັບທີ 3 ຂອງພັກ ເຊິ່ງຈະກຳນົດທິດທາງ, ຈຸດໝາຍ ແລະ ນະໂຍບາຍໃຫຍ່ 11 ປະການ, ພ້ອມກຳນົດເປົ້າໝາຍຍຸດທະສາດຮອດປີ 2055 ເມື່ອຄົບຮອບ 100 ປີການສ້າງຕັ້ງພັກ, ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເຊິ່ງວາງເປົ້າໝາຍສຳຄັນ 6 ດ້ານ ແລະ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ […]

05/01/2026 | ການເມືອງ

ມອບ-ຮັບ ເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນວັນທີ 5 ມັງກອນ 2026 ນີ້, ພາກລັດ ແລະ ເອກະຊົນ ໄດ້ນຳເອົາເງິນ, ເຄື່ອງບໍລິໂພກ, ເຄື່ອງລະນຶກ ມາມອບໃຫ້ແກ່ລັດຖະບານລາວ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ຢູ່ນະຄອນຫຼວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ພາກສ່ວນທີ່ນຳເອົາເງິນມາມອບໃຫ້ໃນຄັ້ງນີ້ ປະກອບມີ ທະນາຄານການຕ່າງປະເທດລາວມະຫາຊົນ ມອບເງິນ ແລະ ເຄື່ອງທີ່ລະນຶກຕ່າງໆ ລວມມູນຄ່າ 300 ລ້ານກວ່າກີບ, ຕາງໜ້າມອບໂດຍ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການທະນາຄານດັ່ງກ່າວ, ແຂວງໄຊສົມບູນ ມອບເງິນ 200 ລ້ານກີບ, ພ້ອມດ້ວຍໝາກກ້ຽງ 2.000 ກິໂລກຣາມ, ຕາງໜ້າມອບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ […]

05/01/2026 | ການເມືອງ

ກົມໃຫຍ່ຕຳຫຼວດ ສຸມໃສ່ວຽກງານປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ກົມໃຫຍ່ຕຳຫຼວດ ໄດ້ສຸມໃສ່ບັນຈຸກໍາລັງວິຊາສະເພາະ ລົງປະຈຳການປ້ອງກັນເວນຍາມ ຢູ່ບໍລິເວນ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ (ປປ ລາວ) ມີຄວາມສະຫງົບ ປອດໄພຮອບດ້ານ. ທ່ານ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ທັງເປັນຄະນະຮັບຜິດຊອບປ້ອງກັນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ສໍາພາດໃນວັນທີ 4 ມັງກອນ 2026 ນີ້ວ່າ: ກົມໃຫຍ່ຕຳຫຼວດ ໄດ້ສຸມໃສ່ບັນຈຸກໍາລັງວິຊາສະເພາະ ລົງປະຈຳການປ້ອງກັນເວນຍາມ ຢູ່ບໍລິເວນ ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ເລີ່ມແຕ່ວັນທີ 3 ມັງກອນ 2026 ເປັນຕົ້ນມາ ໂດຍໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນກໍາລັງປ້ອງກັນຊາດ, ປກສ ນະຄອນຫລວງວຽງຈັນ, ອົງການປົກຄອງບ້ານ ແລະ ທຸກພາກສ່ວນ ໃນການເປັນເຈົ້າການຮ່ວມກັນ ເຮັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ ໃຫ້ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII […]

14/12/2025 | ການເມືອງ

ໂຮມຊຸມນຸມລະນຶກວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ພິທີໂຮມຊຸມນຸມລະນຶກວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 12 ທັນວາ 2025 ຢູ່ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນຳ, ອະດີດການນຳຂັ້ນສູງພັກ, ລັດ, ພະເຖຣານຸເຖຣະ, ທູຕານຸທູດ, ພະນັກງານອາວຸໂສບຳນານ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ໂດຍທ່ານໄດ້ຍົກໃຫ້ເຫັນຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດ ຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະຫຼະພາບມາສູ່ປະເທດຊາດ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ […]

04/12/2025 | ການເມືອງ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ ປະ​ຊາ​ຊົນປະ​ຕິ​ວັດລາວ, ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ​ຫວຽດ​ນາມ ພ້ອມດ້ວຍພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫລີມ​ສະຫລອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 01-02 ທັນວາ 2025. ໃນໂອກາດດັ່ງກ່າວ, ສະ​ຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ […]