ໂຮມຊຸມນຸມລະນຶກວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ
14/12/2025

ພິທີໂຮມຊຸມນຸມລະນຶກວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 12 ທັນວາ 2025 ຢູ່ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນຳ, ອະດີດການນຳຂັ້ນສູງພັກ, ລັດ, ພະເຖຣານຸເຖຣະ, ທູຕານຸທູດ, ພະນັກງານອາວຸໂສບຳນານ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ໂດຍທ່ານໄດ້ຍົກໃຫ້ເຫັນຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດ ຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະຫຼະພາບມາສູ່ປະເທດຊາດ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ເພື່ອສືບຕໍ່ກ້າວຂຶ້ນຕາມເສັ້ນທາງ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ. ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບບັນດາຜູ້ນໍາ ຂອງພັກເຮົາ ຄົ້ນຄວ້າວາງຍຸດທະສາດການຕໍ່ສູ້ຢ່າງຖືກຕ້ອງ ໂດຍໄດ້ສົມທົບການຕໍ່ສູ້ດ້ວຍຫລາຍຮູບການ ໄປພ້ອມໆກັນຢ່າງແໜ້ນແຟ້ນເປັນຕົ້ນ ການເປີດສະໜາມຮົບດ້ານການທະຫານ ໄປພ້ອມໆກັບການຕໍ່ສູ້ທາງການເມືອງ, ທາງກົດໝາຍ ແລະ ທາງການທູດ ກໍຄື ໄດ້ນໍາໃຊ້ຮູບການທັງຕໍ່ສູ້, ທັງເຈລະຈາ ສ້າງຄວາມຖືກຕ້ອງປອງດອງຊາດ ດ້ວຍການສ້າງຕັ້ງລັດຖະບານປະສົມ ເຖິງ 3 ຄັ້ງ ແລະ ໄດ້ດໍາເນີນຍຸດທະສາດ-ຍຸດໂທບາຍ ອັນນິ້ມນວນ-ຄ່ອງແຄ້ວ, ມີຫຼັກການກັບຝ່າຍກົງກັນຂ້າມ ເຮັດໃຫ້ການປະຕິວັດ ກໍຄື ຂະບວນການຕໍ່ສູ້ຂອງກຳລັງຮັກຊາດໄດ້ເຕີບໃຫຍ່ຂະຫຍາຍຕົວ, ຍາດໄດ້ໄຊຊະນະເປັນຂັ້ນໆມາ. ປະທານ ໄກສອນ ພົມວິຫານ ເປັນນັກຍຸດທະສາດ ທີ່ກໍາແໜ້ນຈຸດພິເສດ ຂອງຄົນລາວ, ສັງຄົມລາວ, ທັງຮູ້ສ້າງສະພາວະການປະຕິວັດ ໃຫ້ແກ່ແຕ່ລະສະໜາມຮົບ, ສຸດທ້າຍກໍສາມາດສ້າງກາລະໂອກາດໃຫ້ແກ່ການປະຕິວັດ ທີ່ເພິ່ນເອີ້ນວ່າ “ພັນປີມີເທື່ອໜຶ່ງ”, ດ້ວຍການນຳໃຊ້ “3 ບາດຄ້ອນຍຸດທະສາດ” ທີ່ສາມາດທັບມ້າງກົງ ຈັກການປົກຄອງຂອງລັດຖະບານ ຝ່າຍຂວາໄດ້ສຳເລັດ ແລະ ຢຶດເອົາອໍານາດການປົກຄອງປະຕິວັດມາມື ໄດ້ດ້ວຍການໃຊ້ຍຸດທະສາດແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ ແຕ່ສາມາດຈັບປາໄດ້ທັງໝົດ”, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ອັນເປັນການໄຂສັງກາດໃໝ່, ສັງກາດແຫ່ງເອກະລາດແຫ່ງຊາດ ແລະ ອິດສະລະພາບທີ່ແທ້ຈິງ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າຂອງພວກເຮົາ ພາຍຫຼັງທີ່ຊາດເຮົາຕົກເປັນເມືອງສ່ວຍ, ເມືອງຂຶ້ນຂອງຕ່າງຊາດ ມາເປັນເວລານັບຮ້ອຍໆປີ.
ທ່ານ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງ ໃຫ້ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ແລະ ຄວາມເປັນປຶກແຜ່ນ ຂອງຊາດໃຫ້ກາຍເປັນ “ຫີນສີລາອັນໝັ້ນແກ່ນ” ໃຫ້ແກ່ກ້ອນກໍາລັງມະຫາສາມັກຄີ ພາຍໃນຊາດ; ຕ້ອງໄດ້ເຊີດຊູຄວາມເປັນແບບຢ່າງນໍາໜ້າ ທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ ລຽບງ່າຍ, ປອດໃສຂາວສະອາດ ທີ່ປະທານ ໄກສອນ ພົມວິຫານ ໄດ້ສ້າງເປັນຕົວແບບໄວ້ ໃນການດຳລົງຊີວິດ ແລະ ການນຳພາ-ຊີ້ນຳຂອງເພີ່ນ; ຍົກສູງຄວາມເປັນເຈົ້າການ, ປະດິດສ້າງ ໃນການປັບປຸງ-ບູລະນະແນວທາງ, ແຜນນະໂຍບາຍ ໃຫ້ແທດເໝາະ, ສອດຄ່ອງກັບເງື່ອນໄຂ, ສະພາບຈຸດພິເສດ ໃນແຕ່ລະໄລຍະ ຂອງການປະຕິວັດໃນປະເທດ; ຍຶດໝັ້ນ ແລະ ເສີມຂະຫຍາຍຈິດໃຈຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສົມທົບຢ່າງແໜ້ນແຟ້ນ ລະຫວ່າງລັດທິຮັກຊາດ ອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ ເພື່ອເສີມຂະຫຍາຍກຳລັງແຮງພາຍໃນຊາດ ສົມທົບກັບກໍາລັງແຮງ ຂອງຍຸກສະໄໝ ເຂົ້າໃນການພັດທະນາປະເທດຊາດກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.
ພາບ-ຂ່າວ: ຂປລ
ຂ່າວທີ່ກ່ຽວຂ້ອງ














