Skip to main content

ສະຫາຍ ທອງລຸນ ສີສຸລິດ ກ່າວສູນທອນພົດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

06/01/2026

ສູນທອນພົດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ກ່າວໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ນະຄອນຫຼວງວຽງຈັນ, ວັນທີ 6 ມັງກອນ 2026

ຮຽນ : – ຄະນະປະທານກອງປະຊຸມໃຫຍ່ ທີ່ນັບຖື,

– ບັນດາສະຫາຍຜູ້ແທນ, ແຂກຜູ້ມີກຽດ ທີ່ຮັກແພງ.

ຂ້າພະເຈົ້າ,ຮູ້ສຶກເປັນກຽດ ຢ່າງຍິ່ງທີ່ມີໂອກາດ ໄດ້ຂຶ້ນມາກ່າວໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງເປັນເຫດການການເມືອງທີ່ສຳຄັນຂອງພັກ ແລະ ຂອງປະເທດເຮົາ ອີກຄັ້ງໜຶ່ງໃນມື້ນີ້.

ພາຍຫຼັງການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນເວລາ 5 ປີເຕັມ, ມື້ນີ້ ເປັນມື້ທີ່ມີຄວາມໝາຍສຳຄັນເປັນພິເສດ ອີກວັນໜຶ່ງ ທີ່ພັກເຮົາໄດ້ມີພິທີເປີດການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະ ຕິວັດລາວ. ການເປີດຂຶ້ນ ແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຄັ້ງນີ້ ຖືໄດ້ວ່າເປັນເຫດການການເມືອງ ທີ່ສຳຄັນໜຶ່ງຂອງພັກ ແລະ ຂອງປະເທດຊາດເຮົາ, ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຈະເປັນການກຳນົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດງານ ຂອງພັກ ແລະ ຂອງປະເທດ ໃນ 5 ປີຕໍ່ໜ້າ ແລະ ອາດຈະໄດ້ກຳນົດວິໄສທັດ ຍາວໄປກວ່ານັ້ນ ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນ ແປງໃໝ່ຂອງພັກ ສູ່ລວງເລິກຕໍ່ໆໄປ, ກອງປະຊຸມໃຫຍ່ຂອງພວກເຮົາ ໄດ້ເປີດຂຶ້ນ ແລະ ຈະໄດ້ດຳເນີນເປັນເວລາ 3 ວັນເຕັມ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຫາກໍສຳເລັດການສະເຫຼີມສະຫຼອງບັນດາເຫດການສຳຄັນທາງປະຫວັດສາດ ຂອງພັກ, ຂອງຊາດເຮົາ ດ້ວຍບັນຍາ ກາດ ແລະ ດ້ວຍຄວາມເອກອ້າງທະນົງໃຈ ໃນປີຜ່ານມາ.

ພາຍຫຼັງການຫ້າງຫາກະກຽມຮອບດ້ານ ເປັນເວລາຍາວນານມານັ້ນ,ມາບັດນີ້ ຂະບວນການທຸກດ້ານໄດ້ມີຄວາມພ້ອມຢ່າງຮອບດ້ານແລ້ວ. ມາຮອດມື້ນີ້ ແລະ ເວລານີ້ ພວກເຮົາ ໄດ້ມີເງື່ອນໄຂ ແລະ ຄວາມພ້ອມທຸກປະການ ສຳ ລັບການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂອງພວກເຮົາແລ້ວ.

ໃນໂອກາດອັນມີຄວາມໝາຍສຳຄັນນີ້, ຕາງໜ້າ ຄະນະ ບໍລິຫານງານສູນກາງພັກ ກໍຄື ຄະນະປະທານກອງປະຊຸມໃຫຍ່, ຂ້າພະເຈົ້າ ຂໍສະແດງຄວາມຂໍ່ານັບຊົມເຊີຍ ບັນດາສະຫາຍອະດີດການນຳ, ສະຫາຍກຳມະການສູນກາງພັກ ສະໄໝທີ XI, ບັນດາສະຫາຍຜູ້ແທນ ແລະ ແຂກ ຂອງກອງປະຊຸມໃຫຍ່ ທີ່ໄດ້ນຳເອົາອາລົມຈິດ, ຄວາມເຊື່ອໝັ້ນ, ກຳ ລັງໃຈ ແລະ ຄຳອວຍພອນຂອງສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນຕ່າງໆ ໃນທົ່ວປະເທດ ມາສູ່ກອງປະຊຸມໃຫຍ່ ຂອງພວກເຮົາ. (ຂໍສະແດງຄວາມຊົມເຊີຍຢ່າງ ສຸດອົກສຸດໃຈ)

ຮຽນ: ກອງປະຊຸມໃຫຍ່, ພວກເຮົາ ມີຄວາມພາກພູມໃຈ ແລະ ເບີກບານມ່ວນຊື່ນ ຕໍ່ຜົນສໍາເລັດອັນສໍາຄັນຫຼາຍດ້ານ ທີ່ບັນລຸໄດ້ ໃນພາລະກິດແຫ່ງການປົກປັກຮັກສາແລະ ສ້າງ ສາພັດທະນາປະເທດຊາດ ໃນຕະຫຼອດໄລຍະ 50 ປີຜ່ານມາ ກໍຄື ໃນໄລຍະ 5 ປີແຫ່ງການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ພວກເຮົາ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເຮັດໃຫ້ປະເທດຊາດອັນແສນຮັກຂອງພວກເຮົາ ມີສະຖຽນລະພາບທາງການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ການພັດທະນາເສດຖະກິດ ເຖິງວ່າ ມີຄວາມຫຍຸ້ງຍາກ, ແຕ່ກໍມີທ່ວງທ່າຂະຫຍາຍຕົວຕໍ່ເນື່ອງ, ປະຊາ ຊົນບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ ທັງມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິ ຫານຂອງລັດ, ຊິວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດ ໃຈ ຂອງປະຊາຊົນ ກໍໄດ້ຮັບການປັບປຸງ, ຍົກລະດັບດີຂຶ້ນເປັນກ້າວໆ; ອົງການຈັດຕັ້ງໃນລະບົບການເມືອງ ໄດ້ຮັບການປັບປຸງສູ່ຄຸນະພາບໃໝ່, ເຊິ່ງໄດ້ຕັ້ງໜ້າເສີມຂະຫຍາຍ ແລະ ປະຕິບັດພາລະບົດບາດ ຂອງຕົນ ໄດ້ຢ່າງເປັນເຈົ້າ ການ; ການເຄື່ອນໄຫວຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ- ສັງຄົມ ຂອງບັນດາອົງການລັດ ໄດ້ຮັບການຍົກລະດັບໃຫ້ມີປະສິດທິພາບກວ່າເກົ່າ; ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດສາກົນ ໄດ້ຮັບການຍົກລະດັບ ແລະ ຂະ ຫຍາຍຕົວສູ່ລວງເລິກ, ນໍາເອົາຜົນປະໂຫຍດມາສູ່ປະຊາ ຊົນ ແລະ ປະເທດຊາດ ເຮັດໃຫ້ບົດບາດອິດທິພົນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການເຊີດຊູ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ປະເທດຊາດອັນແສນຮັກ ຂອງພວກເຮົາ ສືບຕໍ່ສ້າງໄດ້ພື້ນ ຖານອັນໜັກແໜ້ນ ເພື່ອກ້າວຂຶ້ນສູ່ຈຸດໝາຍ ທີ່ວາງໄວ້.

ໃນເວລານາທີ ແລະ ບັນຍາກາດ ອັນມີຄວາມໝາຍສໍາຄັນ ຄືແນວນີ້,ພວກເຮົາ ຍິ່ງມີຄວາມອາໄລອາວອນ,ຄວາມ ຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ການເສຍສະຫຼະອັນໃຫຍ່ຫຼວງ ແລະ ຈົດຈໍາລໍ້າລຶກຜົນງານອັນຍິ່ງໃຫຍ່ ຂອງ ປະທານ ໄກ ສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ບັນດາສະ ຫາຍການນໍາຮຸ່ນກໍ່ຕັ້ງ ແລະ ສືບທອດຂອງພັກເຮົາ ກໍຄື ສະ ມາຊິກພັກ-ພະນັກງານນັກຮົບ ແລະ ປະຊາຊົນລາວຜູ້ຮັກ ຊາດທີ່ໄດ້ອຸທິດຕົນເພື່ອພາລະກິດປະຕິວັດ,ເພື່ອຄວາມຈະເລີນຮຸ່ງເຮືອງ ຂອງປະເທດຊາດ ແລະ ຄວາມຜາ ສຸກ ຂອງປະຊາຊົນເຮົາ.

ເນື່ອງໃນວາລະທີສຳຄັນນີ້, ຂ້າພະເຈົ້າ ຂໍຮຽນເຊີນ ຄະ ນະປະທານ, ບັນດາສະຫາຍຜູ້ແທນ ແລະ ແຂກກອງປະ ຊຸມໃຫຍ່ ຈົງພ້ອມກັນລຸກຂຶ້ນ ກົ້ມຫົວໄວ້ອາໄລ ເຖິງດວງວິນຍານຂອງບັນດາສະຫາຍທີ່ໄດ້ລ່ວງລັບໄປເຫຼົ່ານັ້ນ.

– ຄະນະປະທານກອງປະຊຸມໃຫຍ່ ທີ່ນັບຖື,

– ບັນດາສະຫາຍຜູ້ແທນ, ແຂກຜູ້ມີກຽດ ທີ່ຮັກແພງ.

ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຄັ້ງນີ້ ໄດ້ດຳເນີນໃນຈຸດເວລາທີ່ໂລກ ຂອງພວກເຮົາ ມີການປ່ຽນແປງອັນໃຫຍ່ ຫຼວງຫຼາຍດ້ານ, ໂດຍສະເພາະ ແມ່ນຄວາມກ້າວໜ້າ ຂອງວິທະຍາສາດ-ເຕັກໂນໂລຊີ ທີ່ກ້າວກະໂດດ ເຊິ່ງໄດ້ເປັນປັດໄຈສໍາຄັນ ຍູ້ແຮງການພັດທະນາຂອງໂລກ ໄປສູ່ບາດກ້າວໃໝ່,ແຕ່ພ້ອມກັນນັ້ນ ກໍເກີດສິ່ງທ້າທາຍທົດສອບໃໝ່ ຫຼາຍປະການທີ່ສົ່ງຜົນກະທົບ. ຕໍ່ປະເທດ ຂອງພວກເຮົາ, ໃນຂະນະດຽວກັນ ພັກຂອງພວກເຮົາ ກໍຕ້ອງໄດ້ສະແຫວງ ຫາເສັ້ນທາງການພັດທະນາ ທີ່ສອດຄ່ອງກັບຈຸດພິເສດ ຂອງປະເທດ ແລະ ປັບຕົວໃຫ້ທັນກັບສະພາບການປ່ຽນ ແປງໃໝ່ ຂອງຍຸກສະໄໝ.

ພັກເຮົາ ທີ່ໄດ້ຮັບການສ້າງຕັ້ງຂຶ້ນມາໄດ້ 7 ທົດສະວັດມາແລ້ວນັ້ນ ເປັນ 7 ທົດສະວັດ ທີ່ໄດ້ຜ່ານການຝຶກຝົນ, ທົດສອບອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກ ແລະ ໄດ້ປັບປຸງ-ກໍ່ສ້າງຕົນເອງ ໃຫ້ເຕີບໃຫຍ່ເຂັ້ມແຂງ, ສາມາດນຳ ພາພາລະກິດປະຕິວັດ ຍາດໄດ້ໄຊຊະນະເປັນກ້າວໆມາ, ສ້າງວິລະກຳອັນສະຫງ່າລາສີ ເຊິ່ງໄດ້ຈາລຶກໄວ້ໃນໜ້າປະ ຫວັດສາດ ຂອງຊາດລາວຍຸກໃໝ່ ນັ້ນແມ່ນການເຮັດສຳ ເລັດພາລະກິດຕໍ່ສູ້ປົດປ່ອຍຊາດໄດ້ຢ່າງສົມບູນ, ຍາດເອົາເອກະລາດແຫ່ງຊາດ, ອິດສະຫຼະພາບ ແລະ ຄວາມເປັນເຈົ້າຂອງປະເທດຊາດອັນແທ້ຈິງ ມາສູ່ກຳມືຂອງປະ ຊາຊົນລາວ, ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ ຂຶ້ນມາໄດ້ ແລະ ນັບແຕ່ມື້ນັ້ນມາ ພັກເຮົາໄດ້ກາຍເປັນພັກກໍາອໍານາດ ມາໄດ້ 50 ປີ ແລ້ວ ແລະ ພັກເຮົາຍັງມີພາລະກຳອັນໃຫຍ່ ຫຼວງ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ສ້າງຄວາມສາມາດຕົວຈິງ ເພື່ອນໍາພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ.

ຕະຫຼອດໄລຍະ 70 ປີ ຂອງການຄົງຕົວ ແລະຂະຫຍາຍ ຂອງພັກເຮົາ ໄດ້ຂໍ້ສະຫຼຸບທີ່ຢືນຢັນຢ່າງຈະແຈ້ງວ່າ ການນຳພາຂອງພັກເຮົາ ເປັນປັດໄຈພື້ນຖານສຳຄັນກວ່າໝູ່ ຕໍ່ຜົນສຳເລັດຂອງການປະຕິວັດປະເທດເຮົາ ແລະ ພັກໄດ້ສືບຕໍ່ນຳພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດສືບຕໍ່ມາ ແລະ ພັກເຮົາຍັງຕ້ອງຮັບເອົາພາລະກຳອັນໃຫຍ່ ຫຼວງ ແລະ ສູງສົ່ງ ເພື່ອສ້າງບາດກ້າວເດີນສືບຕໍ່ໄປ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຕາມອຸດົມການທີ່ໄດ້ເລືອກເອົາໄວ້.

ອຸດົມການອັນບໍລິສຸດຜຸດຜ່ອງ ຢ່າງສະເໝີຕົ້ນສະເໝີປາຍຂອງພັກເຮົາ ຕະຫຼອດ 70 ປີນັ້ນ ແມ່ນຍາມໃດ ກໍຈົງຮັກພັກດີ ຕໍ່ຜົນປະໂຫຍດອັນເປັນພື້ນຖານ ຂອງປະຊາ ຊົນຊາວຜູ້ອອກແຮງງານລາວບັນດາເຜົ່າ, ພັກເຮົາບໍ່ມີຜົນປະໂຫຍດອື່ນໃດ ນອກຈາກເຮັດທຸກສິ່ງທຸກຢ່າງ ເພື່ອຄວາມເປັນເອກະລາດ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ, ເພື່ອຄວາມເປັນອິດສະຫຼະ ພາບ, ຄວາມຮົ່ມເຢັນເປັນສຸກ ຂອງປະຊາຊົນລາວທຸກທົ່ວໜ້າ. ນັບແຕ່ມື້ສ້າງຕັ້ງຂຶ້ນ, ພັກເຮົາໄດ້ຍຶດໝັ້ນ ໃນສິ່ງທີ່ພັກຢືນຢັນມາແຕ່ຫົວທີວ່າ ລັກສະນະ ຂອງການປະຕິວັດ ຢູ່ປະເທດເຮົາ ແມ່ນການປະຕິວັດຊາດ-ປະຊາທິປະໄຕ ພາຍໃຕ້ການນຳ ພາ ຂອງພັກຂອງຊົນຊັ້ນກຳມະກອນ ແລະ ຈຸດປະສົງສຸດ ທ້າຍ ບໍ່ແມ່ນຢຸດຢູ່ໃນການໄດ້ມາເຊິ່ງເອກະລາດແຫ່ງ ຊາດ ແລະ ຄວາມເປັນປະຊາທິປະໄຕແບບໃໝ່ເທົ່ານັ້ນ ຫາກຍັງຕ້ອງນຳພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ, ຈຸດໝາຍດັ່ງກ່າວ ແມ່ນເສັ້ນທາງທີ່ຕ້ອງເປັນໄປຂອງການປະຕິວັດ ຢູ່ປະເທດເຮົາ ພາຍໃຕ້ການນຳ ຂອງພັກປະຊາຊົນປະຕິວັດລາວ.

ບັນດາສະຫາຍທີ່ຮັກແພງ,

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ຈະໄດ້ດຳ ເນີນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” .

ບັນດາສະຫາຍ ທີ່ນັບຖື ແລະ ຮັກແພງ,

ຢືນຢູ່ຕໍ່ໜ້າສະພາບການໃໝ່, ຄວາມຮຽກຮ້ອງຕ້ອງ ການໃໝ່ ຂອງການປະຕິວັດ ຂອງປະເທດເຮົາ ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກເຮົາ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງ ຂອງພັກ ສະບັບທີ III ເຊິ່ງຈະໄດ້ຢືນຢັນ ແລະ ກຳນົດຈຸດໝາຍ, ເສັ້ນທາງກ້າວເດີນ ຂອງປະເທດຊາດ ຮອດປີ 2055 ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ຈຸດໝາຍປາຍທາງຂອງການປະຕິວັດ.

ພວກເຮົາ ຍັງຈະໄດ້ພ້ອມກັນ ພິຈາລະນາ ແລະ ຮັບຮອງເອົາຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ເຊິ່ງນອກຈາກການຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ສະບັບທີ IX ແລ້ວ, ພວກເຮົາຍັງຈະໄດ້ວາງແນວທາງ, ແຜນນະໂຍບາຍ, ວິໄສທັດ ຮອດປີ 2055, ຍຸດ ທະສາດພັດທະນາ 10 ປີ (2026-2035) ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ເພື່ອຜັນຂະຫຍາຍ ໂຄງການການເມືອງ ຂອງພັກ ໃຫ້ເປັນອັນລະ ອຽດຕື່ມອີກ.

ນອກນັ້ນ, ກອງປະຊຸມໃຫຍ່ ຂອງພວກເຮົາໃນຄັ້ງນີ້ ຈະໄດ້ພິຈາລະນາ ແລະ ຮັບຮອງ ເອົາຮ່າງກົດລະບຽບ ສະບັບປັບປຸງ ຂອງພັກ ເພື່ອແນໃສ່ສ້າງພັກເຮົາໃຫ້ນັບມື້ເຕີບໃຫຍ່ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກສູງບົດບາດການນຳພາທີ່ເຂັ້ມແຂງ, ກ້າວຂຶ້ນເຮັດຫຼ້ອນພາລະກໍາປະຫວັດ ສາດ ອັນມີກຽດສະຫງ່າຂອງຕົນ ໃນໄລຍະໃໝ່.

ໜ້າທີ່ສໍາຄັນອັນໜຶ່ງອີກຂອງກອງປະຊຸມໃຫຍ່ ແມ່ນຈະໄດ້ດໍາເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ສະແດງອອກເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງທົ່ວພັກ, ຮັບປະກັນລັກສະນະສືບທອດປ່ຽນແທນ ແລະ ເຮັດໃຫ້ຖັນແຖວການນໍາຂັ້ນຍຸດ ທະສາດ ຂອງສູນກາງພັກເຮົາ ນັບມື້ນັບ ໜຸ່ມແໜ້ນ, ເຕັມໄປດ້ວຍສະຕິປັນຍາ, ຄວາມຊື່ສັດ-ບໍລິສຸດຜຸດຜ່ອງ ແລະ ຈົງຮັກພັກດີ ຕໍ່ອຸດົມການຂອງພັກ ກໍຄື ເສັ້ນທາງກ້າວເດີນ ຂອງປະເທດຊາດ, ສາມາດແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້.

ບັນດາສະຫາຍທີ່ຮັກແພ ວຽກງານຕ່າງໆ ຂອງກອງປະຊຸມໃຫຍ່ ກໍຄື ທິດທາງ, ໜ້າທີ່ ທີ່ກ່າວມານັ້ນ ລ້ວນແຕ່ເປັນບັນຫາຍຸດທະສາດສໍາຄັນ ໃນການນໍາພາຂອງພັກເຮົາ ທີ່ພົວພັນເຖິງການກຳນົດຊາຕາກໍາ ຂອງປະເທດຊາດ ແລະ ຂອງປະຊາຊົນເຮົາ.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນ ແລະ ຫວັງເປັນຢ່າງຍິ່ງວ່າ ບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ຈະເຊີດຊູຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ, ເສີມຂະຫຍາຍ ປະຊາ ທິປະໄຕ ຢ່າງແຂງແຮງ, ສຸມຈິດສຸມໃຈ ແລະ ສະຕິປັນຍາ ເຂົ້າໃສ່ການຄົ້ນຄວ້າ, ຄິດຫງໍາ ແລະແລະປະກອບຄວາມເຫັນພື່ອປັບປຸງ, ບູລະນະແນວທາງ, ແຜນນະໂຍບາຍ ໃຫ້ຖືກຕ້ອງ,ສອດຄ່ອງ ແລະ ແທດກັບຄວາມເປັນຈິງ,ຕົກລົງ ບັນຫາຕ່າງໆ ທີ່ກອງປະຊຸມຍົກຂຶ້ນ ດ້ວຍມານະຈິດປະຕິ ວັດບຸກ ເຮັດໃຫ້ກອງປະຊຸມໃຫຍ່ ຂອງພັກເຮົາ ບັນລຸຜົນສໍາເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການ.

ໃນນາມຄະນະປະທານກອງປະຊຸມໃຫຍ່, ຂ້າພະເຈົ້າ ຂໍປະກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງເປັນທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ.

 

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ