Skip to main content
06/04/2026 | ການເມືອງ

ມຊ ຮ່ວມກັບ ອົງການແຄສາກົນ ປະຈໍາລາວ ເປີດຕົວໂຄງການເມືອງສັງທອງຕົວແບບ ເມືອງສີຂຽວ ນວ

ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ອົງການແຄສາກົນ ປະຈໍາ ສປປ ລາວ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເປີດຕົວໂຄງການເມືອງສັງທອງຕົວແບບ ເມືອງສີຂຽວ (SGDM) ນະຄອນຫຼວງວຽງຈັນ (ນວ) ເມື່ອວັນທີ 26 ມີນາ 2026 ທີ່ຫ້ອງປະຊຸມໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດລົງນາມ ລະຫວ່າງ ທ່ານ ຮສ. ປອ ສິນທະວອນ ດາລາວົງ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນາງ ແກ້ວອາພອນ ສຸວັນນະພູມ ຜູ້ອໍານວຍການອົງການແຄສາກົນ ປະຈໍາ ສປປ ລາວ, ມີຕາງໜ້າຜູ້ໃຫ້ທຶນຈາກສະຖານທູດລຸກຊຳບວກ, ຕາງໜ້າກະຊວງການຕ່າງປະເທດ, ກົມວິຊາການທີ່ກ່ຽວຂ້ອງ, ປະທານຄະນະກຳມະການປົກຄອງເມືອງສັງທອງ, ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາເມືອງສັງທອງ, ຜູ້ຕາງໜ້າຄະນະວິຊາປ່າໄມ້ ພ້ອມດ້ວຍຜູ້ປະສານງານ ແລະ ຄະນະຮັບຜິດຊອບວຽກງານທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ໂຄງການເມືອງສັງທອງຕົວແບບເມືອງສີຂຽວ […]

23/03/2026 | ການເມືອງ

ສສກ ປະກາດການຈັດງຕັ້ງຂັ້ນຫົວໜ້າກົມ ຜູ້ອຳນວຍການສະຖາບັນ ແລະ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ

ກະຊວງສຶກສາທິການ ແລະ ກິລາ (ສສກ) ປະກາດການຈັດງຕັ້ງຂັ້ນຫົວໜ້າກົມ, ຜູ້ອຳນວຍການສະຖາບັນ ແລະ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ເມື່ອວັນທີ 19 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລເຕັກນິກການລົດໄຟ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ ແລະ ຫົວໜ້າຫ້ອງການສະພາວິທະຍາຍາດ ຂອງກະຊວງສຶກສາທິການ ແລະ ກິລາ ໂດຍນາຍົກລັດຖະມົນຕີ ອອກດຳລັດ ແຕ່ງຕັ້ງທ່ານ ນາງ ຈອມແພງ ວົງສາ […]

23/03/2026 | ການເມືອງ

ອົງຄະນະພັກ ສສກ ລະນຶກເຖິງວັນສ້າງຕັ້ງພັກ ຄົບຮອບ 71 ປີ ພ້ອມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ແລະ ເຜີຍແຜ່ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອວັນທີ 19 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 350 ສະຫາຍ. ໃນໂອກາດດັ່ງກ່າວ, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວເປີດກອງປະຊຸມ ພ້ອມມີຄໍເຫັນ ວ່າ: ການຈັດຕັ້ງປາຖະກະຖາ ແລະ […]

10/03/2026 | ການເມືອງ

ສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 5 ມີນາ 2026, ຊຶ່ງຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍປະຊາທິປະໄຕ-ຫົວຄິດປະດິດສ້າງ ແລະ ໄດ້ມີຄວາມເປັນເອກະພາບ ຮັບຮອງເອົາເອກະສານສໍາຄັນ ແລະ ໄດ້ໃຫ້ທິດຊີ້ນໍາຈຳນວນໜຶ່ງ. ກອງປະຊຸມ ໄດ້ຮັບຮອງແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງຈະກາຍເປັນໂຄງການເຮັດວຽກຕະຫລອດສະໄໝ ຂອງຄະນະບໍລິຫານງານສູນກາງພັກໃນ 5 ປີ ຕໍ່ໜ້າ, ທັງເປັນບ່ອນອີງໃນການສ້າງແຜນປະຕິບັດງານ, ແຜນວຽກຈຸດສຸມ ຂອງແຕ່ລະຂະແໜງການສູນກາງ ແລະ ທ້ອງຖິ່ນ; ໄດ້ຮັບຮອງເອົາແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ ໂດຍມອບໃຫ້ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກຮີບຮ້ອນປັບປຸງ, ແກ້ໄຂແບບແຜນເຮັດວຽກ ແລະ ວິທີນຳພາຂອງຕົນ ໃຫ້ມີຄວາມສອດຄ່ອງກວ່າເກົ່າ, ການເຮັດວຽກຕ້ອງມີແຜນການ, ມີຈຸດປະສົງ, ລະດັບຄາດໝາຍຈະແຈ້ງ, ມີການແບ່ງວຽກ, ແບ່ງຄວາມຮັບ ຜິດຊອບໃຫ້ໝູ່ຄະນະຢ່າງລະອຽດ, ຈະແຈ້ງ, ຮູ້ນຳໃຊ້ກົງຈັກ ແລະ ພະນັກງານ ໃຫ້ມີປະສິດທິຜົນ, ເຄົາລົບ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕໃຫ້ເຂັ້ມງວດ, […]

04/03/2026 | ການເມືອງ

ປິດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ແລະ ວຽກງານບໍລິຫານລັດ ແກ່ຄະນະພັກ-ຄະນະນໍາ ສສກ

ພິທີປິດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ໄລຍະ 5 ວັນ ຊຸດທີ I ແລະ ວຽກງານບໍລິຫານລັດ ໃຫ້ແກ່ຄະນະພັກ-ຄະນະນໍາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຂຶ້ນເມື່ອວັນທີ 26 ກຸມພາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະປະຈໍາ, ຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານທີ່ຂຶ້ນກັບ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ສສກ ໄດ້ຜ່ານຮ່າງບົດສະຫຼຸບວຽກຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ວ່າ: ສະພາບລວມການຝຶກອົບຮົມຄັ້ງນີ້ ເຫັນວ່າມີຄວາມສໍາຄັນຫຼາຍ ແລະ ສໍາມະນາກອນກໍມາຈາກຫຼາຍພາກສ່ວນ. ແຕ່ເຖິງຢ່າງໃດກໍຕາມ ວິທະຍາກອນ […]

04/03/2026 | ການເມືອງ

ໂຄງການການເມືອງ ແມ່ນທິດສະດີປະຕິວັດຂອງພັກ ປຽບເໝືອນທວນໄຟ ເຍືອງທາງໃຫ້ປະຊາຊົນ

ໂຄງການການເມືອງ ແມ່ນຖະແຫຼງການສັງຮວມຫຍໍ້, ມີຄວາມຈະແຈ້ງ ແລະ ມີຄວາມຊັດເຈນ ຊີ້ໃຫ້ເຫັນທຸກໆບັນຫາ ທີ່ພັກຢາກບັນລຸໄດ້ຕາມຈຸດປະສົງເປົ້າໝາຍທີ່ຕັ້ງໄວ້, ທັງແມ່ນທິດສະດີປະຕິວັດຂອງພັກ, ປຽບເໝືອນທວນໄຟເຍືອງທາງ ໃຫ້ປະຊາຊົນລາວບັນດາເຜົ່າ ເຮັດການປະຕິວັດຢ່າງມີໄຊ. ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງໂຄງການການເມືອງ ໃນກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 25 ກຸມພາ 2026 ວ່າ: ພັກເຮົາ ນັບແຕ່ມື້ສ້າງຕັ້ງຂຶ້ນໄດ້ວາງໂຄງການການເມືອງ ອອກ 2 ຄັ້ງ ຄື: ຄັ້ງທີ I ໃນປີ 1955 ເປັນໂຄງການການເມືອງສະບັບທຳອິດຂອງພັກ ທີ່ໄດ້ກໍານົດທິດນໍາ ແລະ ຖືເປັນແນວທາງ ໃຫ້ພັກເຮົາດໍາເນີນພາລະກິດຕໍ່ສູ້ຕ້ານການຮຸກຮານ ຈາກຈັກກະພັດລ່າເມືອງຂຶ້ນ ແລະ ລູກມືຂາຍຊາດ; ຄັ້ງທີ II ໃນປີ 1972 ເປັນໂຄງການການເມືອງທີ່ວາງອອກ ເພື່ອເຮັດສໍາເລັດການປະຕິວັດຊາດ-ປະຊາທິປະໄຕ, ນຳພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ. ການສ້າງໂຄງການການ […]

25/02/2026 | ການເມືອງ

ສະຫາຍ ທອງລຸນ ສີສຸລິດ ກ່າວເປີດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຕອນເຊົ້າວັນທີ 25 ກຸມພາ 2026 ທີ່ຫໍປະຊຸມແຫ່ງຊາດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຊຶ່ງມີບັນດາສະຫາຍ ກົມການເມືອງ, ຄະນະເລຂາທິການສູນກາງພັກ, ຄະນະພັກ, ພະນັກງານຫຼັກແຫຼ່ງ ຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຮັບຟັງແບບເຊິ່ງຫນ້າ ແລະ ກອງປະຊຸມທາງໄກ. ໃນພິທີອັນສະຫງ່າລາສີນີ້, ສະຫາຍເລຂາທິການໃຫຍ່ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ເຊິ່ງຖືເປັນການເປີດສາກໃຫ້ແກ່ການເລີ່ມຕົ້ນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອແນ່ໃສ່: ໜຶ່ງ: ສ້າງຄວາມຮັບຮູ້, ເຂົ້າໃຈ ທີ່ເລິກເຊິ່ງ ຕໍ່ເນື້ອໃນຈິດ ໃຈສໍາຄັນ ຂອງແນວທາງການເມືອງ ແລະ ແນວທາງ ການຈັດຕັ້ງ ທີ່ໄດ້ກຳນົດອອກ ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ຢ່າງເປັນລະບົບ; […]

25/02/2026 | ການເມືອງ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ກຸມພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ວຽກງານຈຸດສຸມຮີບດ່ວນ ຄື: ຮ່າງເນື້ອໃນບົດເຜີຍແຜ່ ຂອງນາຍົກລັດຖະມົນຕີ ກ່ຽວກັບແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຄວາມຄືບໜ້າໃນການແກ້ໄຂຜົນກະ ທົບດິນຍຸບ ຢູ່ເຂດບ້ານທົ່ງມັ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ; ສະພາບນັກທ່ອງທ່ຽວຢູ່ລາວ ໃນປີ 2025 ແລະ ສະເໜີທິດທາງສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າ; ການປະຕິບັດ ມະຕິ 08/ລບ, ລົງວັນທີ 04 […]