Skip to main content

“ເລົາຕາໂຣ” ໂໝ່ງປະຕູໄຊນາທີບາບ ພາ ອາກຊັງຕິນ ພິກແຊງຊະນະ ອັງກິດ 2-1 ຜ່ານເຂົ້າປ້ອງກັນແຊ້ມກັບ ແອັດສະປາຍ ໄດ້ສຳເລັດ

​ການແຂ່ງຂັນບານໂລກ 2026 ຮອບຮອງຊະນະເລີດ ທີ່ສະໜາມ ແອດແລນຕາ ສະເຕດ້ຽມ ປະເທດສະຫະລັດອາເມຣິກາ ເມື່ອຕອນເຊົ້າມືດຂອງວັນທີ 16 ກໍລະກົດ 2026 ເວລາ 02:00 ໂມງ ຕາມເວລາໃນ ສປປ ລາວເຮົາ, ທີມຊາດອາກຊັງຕິນ (ອາເຈນຕິນາ) ແຊ້ມເກົ່າ ສ້າງປາຕິຫານໂກ່ງຄວາມຕາຍອີກຄັ້ງ ຫຼັງຈາກພິກຈາກການເປັນຮອງກ່ອນ 0-1 ກັບມາໄລ່ແຊງຊະນະ ທີມຊາດອັງກິດ ໃນໄລຍະທົດເວລາບາດເຈັບ 2-1 ຜ່ານເຂົ້າສູ່ຮອບຊີງຊະນະເລີດເປັນສະໄໝທີ 2 ຕິດຕໍ່ກັນ ໄປພົບກັບ ທີມຊາດແອັດສະປາຍ (ສະເປນ) ໄດ້ສຳເລັດ. ​​ເຄິ່ງເວລາທຳອິດ ທັງ ອັງກິດ ແລະ ອາກຊັງຕິນ ຫຼິ້ນກັນຂ້ອນຂ້າງໜັກ ໂດຍມີການເຮັດຟາວລວມກັນເກືອບ 20 ຄັ້ງ, ແນວໃດກໍຕາມ ເກມບຸກຂອງທັງສອງຝ່າຍຍັງຄົງຝືດເຄືອງ ເຮັດໃຫ້ສະເໝີກັນຢູ່ 0-0. ​ເຂົ້າສູ່ເຄິ່ງເວລາທີສອງ ເກມເລີ່ມເປີດແລກກັນຫຼາຍຂຶ້ນ ແລະ ເປັນຝ່າຍ ອັງກິດ ທີ່ຂຶ້ນນຳໄປກ່ອນ 1-0 ໃນນາທີທີ […]

ວິເຄາະກ່ອນເກມ: “ອັງກິດ ພົບ ອາກຊັງຕິນ” ຮອບຮອງຊະນະເລີດ ຄູ່ທີ 2 ບານໂລກ 2026 ທີມໃດຈະເຂົ້າຊີງກັບ ແອັດສະປາຍ

​1. ທີມຊາດອັງກິດ (England) ​ຈຸດແຂງ: – ​ຂຸມກຳລັງ ແລະ ຄວາມຫຼາກຫຼາຍ: ມີນັກເຕະດາວຮຸ່ງ ແລະ ລະດັບໂລກທີ່ມີຄວາມໄວ ແລະ ທັກສະສູງໃນເກມບຸກ ເຊັ່ນ: ຈູ໊ດ ເບວລິງແຮມ, ບູຄາໂຢ ຊາກາ ແລະ ແຮຣີ ເຄນ. – ​ຄວາມແຂງແກ່ນຂອງຮ່າງກາຍ: ນັກເຕະສ່ວນໃຫຍ່ຫຼິ້ນໃນພຣີເມຍລີກ ເຮັດໃຫ້ມີຄວາມແຂງແຮງ, ຫຼິ້ນລູກກາງອາກາດໄດ້ດີ ແລະ ມີເກມກົດດັນ (Pressing) ທີ່ດຸດັນ. – ​ເກມໂຕ້ກັບໄວ: ມີຕົວບຸກດ້ານຂ້າງທີ່ມີຄວາມໄວສູງ ທີ່ສາມາດປ່ຽນຈາກເກມຮັບເປັນເກມບຸກໄດ້ຢ່າງຮວດໄວ. ​ຈຸດອ່ອນ: – ​ຄວາມກົດດັນໃນເກມໃຫຍ່: ມັກມີບັນຫາເລື່ອງສະມາທິ ແລະ ຄວາມກົດດັນໃນນັດສໍາຄັນໆ ໂດຍສະເພາະຫາກເກມຕ້ອງລາກຍາວໄປຮອດການຍິງລູກໂທດ. – ​ຄວາມຄ່ອງຕົວໃນແຜງເກມຮັບ: ກອງຫຼັງບາງຄົນອາດຈະຊ້າ ແລະ ມີບັນຫາເມື່ອຕ້ອງຮັບມືກັບນັກເຕະທີ່ມີທັກສະການລາກເລື້ອຍ ແລະ ຄວາມຄ່ອງຕົວສູງ. ​2. ທີມຊາດອາກຊັງຕິນ (Argentina) ​ຈຸດແຂງ: – ​ລະບົບທີມ ແລະ […]

16 ປີທີ່ລໍຄອຍ! ແອັດສະປາຍ ຊະນະ ຝຣັ່ງ 2-0 ຜ່ານເຂົ້າຊີງບານໂລກ 2026

​ທີມຊາດແອັດສະປາຍ (ສະເປນ) ເດີນໜ້າສ້າງປະຫວັດສາດອີກຄັ້ງ ຫຼັງເອົາຊະນະ ທີມຊາດຝຣັ່ງ 2-0 ໃນຮອບຮອງຊະນະເລີດ ຜ່ານເຂົ້າສູ່ຮອບຊີງຊະນະເລີດ ການແຂ່ງຂັນບານໂລກໄດ້ເປັນຄັ້ງທຳອິດໃນຮອບ 16 ປີ ນັບຕັ້ງແຕ່ຄວ້າແຊ້ມໂລກສະໄໝທຳອິດເມື່ອປີ 2010. ​ເກມນີ້ ແອັດສະປາຍ ຫຼິ້ນໄດ້ຢ່າງເດັດຂາດ ແລະ ມີວິໄນ ໂດຍໄດ້ປະຕູຂຶ້ນນຳຕັ້ງແຕ່ນາທີ 22 ຈາກລູກຈຸດໂທດຂອງ ມິເກວ ໂອຢາຊາບາວ (Mikel Oyarzabal) ກ່ອນທີ່ເຄິ່ງເວລາຫຼັງ ເປໂດຣ ປໍໂຣ (Pedro Porro) ຈະຍິງປະຕູຢ້ຳໄຊໃນນາທີ 58 ສົ່ງ ແອັດສະປາຍ ຄວ້າໄຊ 2-0 ແລະ ຜ່ານເຂົ້າສູ່ຮອບຊີງຊະນະເລີດເປັນທີມທຳອິດ ໄປລໍຖ້າພົບຜູ້ຊະນະລະຫວ່າງ ອັງກິດ ຫຼື ອາກຊັງຕິນ (ອາເຈນຕິນາ) ໃນວັນອາທິດທີ 19 ກໍລະກົດນີ້. ​ໄຊຊະນະນັດນີ້ຍັງເຮັດໃຫ້ ແອັດສະປາຍ ຍືດສະຖິຕິບໍ່ທັນເສຍໄຊໃນທຸກລາຍການ (ບໍ່ນັບການດວນຈຸດໂທດ) ເປັນ 37 ນັດຕິດຕໍ່ກັນ ເຊິ່ງທຽບເທົ່າກັບສະຖິຕິໂລກຂອງທີມຊາດອິຕາລີ ທີ່ເຄີຍເຮັດໄວ້ລະຫວ່າງປີ […]

ອາກຊັງຕິນ ຫືດຂຶ້ນຄໍ ກ່ອນໄລ່ເອົາຊະນະ ສະວິດເຊີແລນ 10 ຄົນ 3-1 ຜ່ານເຂົ້າຕັດເຊືອກກັບ ອັງກິດ

ການແຂ່ງຂັນບານ ໂລກ 2026 ຮອບ 8 ທີມສຸດທ້າຍຄູ່ສຸດທ້າຍ ເມື່ອຕອນເຊົ້າວັນທີ 12 ກໍລະກົດນີ້ ທີ່ສະໜາມແອໂຣເຮດ ສະເຕດ້ຽມ ບອກເລີຍວ່າບີບຫົວໃຈແຟນບານທົ່ວໂລກເຖິງຂີດສຸດ “ແຊ້ມເກົ່າ” ທີມຊາດອາກຊັງຕິນ (ອາເຈນຕິນາ) ຕ້ອງອອກແຮງເມື່ອຍເຖິງ 120 ນາທີ ກ່ອນຈະບຽດເອົາຊະນະ ທີມຊາດສະວິດເຊີແລນ ໄປແບບສຸດລະທຶກ 3-1 ທ່າມກາງດຣາມ້າ VAR ຊັອດສຳຄັນທີ່ປ່ຽນສະຖານະການຂອງເກມ ຜ່ານເຂົ້າຮອບຮອງຊະນະເລີດໄປພົບກັບ ທີມຊາດອັງກິດ ໄດ້ສຳເລັດ. ​ເຄິ່ງເວລາທຳອິດ, ອາກຊັງຕິນ ຂຶ້ນນຳໄວ 1-0 ຕັ້ງແຕ່ນາທີທີ 10 ຈາກຈັງຫວະທີ່ ລີໂອເນວ ເມດຊີ ເປີດມຸມໃຫ້ ອະເລັກຊິດ ແມັກ ອັນລິດເຕີ ໂໝ່ງເຂົ້າໄປ ແຕ່ຫຼັງຈາກນັ້ນຮູບເກມຊ້ຳພັດອຶດ ຈົນຈົບເຄິ່ງເວລາທຳອິດດ້ວຍສະກໍນີ້. ກັບ​ເຂົ້າສູ່ເຄິ່ງເວລາທີສອງ, ອາກຊັງຕິນ ຖອຍໄປແພັກເກມຮັບເລິກລໍຖ້າສວນກັບ ເປີດໂອກາດໃຫ້ ສະວິດເຊີແລນ ເດີນໜ້າພັບສະໜາມບຸກໃສ່ ຈົນມາເຖິງນາທີທີ 67 ຄວາມພະຍາຍາມຂອງສະວິດກໍສຳເລັດຜົນ ເມື່ອ ດານ […]

ດາວດວງໃໝ່ແຫ່ງວິນເບິນດັນຖືກຳເນີດ!

​ລິນດາ ນອດໂຄວາ ລະເບີດຟອມເກັ່ງ ດ້ວຍການເອົາຊະນະຮຸ່ນເອື້ອຍຮ່ວມຊາດ ຄາໂຣລິນາ ມູໂຊວາ 2-1 ເຊັດ (6-2, 5-7, 6-3) ຄວ້າແຊ້ມຍິງດ່ຽວ ເທັນນິດ ວິນເບິນດັນ 2026 ໄດ້ເປັນສະໄໝທຳອິດ ແລະ ເປັນແຊ້ມແກຣນສະແລມລາຍການທຳອິດໃນອາຊີບຢ່າງຍິ່ງໃຫຍ່. ​ນອກຈາກຈະຄວ້າເງິນລາງວັນ 3.6 ລ້ານປອນ ແລ້ວ, ນັກເທັນນິດສາວໄວ 21 ປີ ກັບ 327 ມື້ ຍັງສ້າງປະຫວັດສາດເປັນນັກເທັນນິດອາຍຸນ້ອຍທີ່ສຸດ ທີ່ຄວ້າແຊ້ມຍິງດ່ຽວວິນເບິນດັນ ນັບຕັ້ງແຕ່ປີ 2011 ພ້ອມທັງກາຍເປັນນັກເທັນນິດຍິງຊາວສາທາລະນະລັດເຊັກຄົນທີ 5 ທີ່ສາມາດພິຊິດໄຊຄອດຫຍ້າແຫ່ງ ອອນ ອິງແລນ ຄລັບ ໄດ້ສຳເລັດ. ​ການແຂ່ງຂັນຮອບຊີງຊະນະເລີດຄັ້ງນີ້ ຍັງໄດ້ຮັບກຽດຢ່າງສູງຈາກ ພະນະທ່ານ ນາງ ແຄດເທີຣີນ ເຈົ້າຊາຍຍິງແຫ່ງເວວ ສະເດັດພະຣາຊະດຳເນີນຮ່ວມຊົມການແຂ່ງຂັນ ແລະ ພະຣາຊະທານຂັນລາງວັນ ທ່າມກາງບັນຍາກາດອັນສຸດຍິ່ງໃຫຍ່. ​ຫຼັງຈົບເກມ, ຄາໂຣລິນາ ມູໂຊວາ ໄດ້ກ່າວຍ້ອງຍໍຮຸ່ນນ້ອງທັງນ້ຳຕາວ່າ: ​”ລິນດາ ຮັບມືກັບຄວາມກົດດັນໄດ້ຢ່າງເຫຼືອເຊື່ອ, […]

“ເບວລິງແຮມ” ຍິງສອງປະຕູ ພາ ອັງກິດ ແຊງຊະນະ ນອກແວ ໃນໄລຍະຕໍ່ເວລາພິເສດ ຜ່ານເຂົ້າຮອບຮອງຊະນະເລີດ ບານນໂລກ 2026

ຈູດ ເບວລິງແຮມ ມາເໝົາຄົນດຽວ 2 ປະຕູ ຊ່ວຍໃຫ້ ທີມຊາດອັງກິດ ແຊງກັບມາຊະນະ ທີມຊາດນອກແວ (ນໍເວ) 2-1 ໃນໄລຍະຕໍ່ເວລາພິເສດ ພ້ອມຜ່ານເຂົ້າສູ່ຮອບຮອງຊະນະເລີດ ໄປລໍຖ້າພົບຜູ້ຊະນະລະຫວ່າງ ອາກຊັງຕິນ (ອາເຈນຕິນາ) ຫຼື ສະວິດເຊີແລນ ໃນວັນພະຫັດ ວັນທີ 16 ກໍລະກົດ 2026. ໄຮໄລ້ເກມ:  1-0 ອັນເດຣຍ ເຊວເດີຣຸບ ນາທີ 36  1-1 ຈູດ ເບວລິງແຮມ ນາທີ 45+2  ທໍບີຢອນ ເຮກເກມ ນາທີ 55 (VAR)  1-2 ຈູດ ເບວລິງແຮມ ນາທີ 93

“ເມຣີໂນ” ເປັນຮີໂຣ່ອີກແລ້ວ ຍິງປະຕູໄຊພາ ແອັດສະປາຍ ບຽດຊະນະ ແບນຊິກ 2-1 ຜ່ານເຂົ້າຕັດເຊືອກໄປພົບ ຝຣັ່ງ

ທີມຊາດແອັດສະປາຍ (ສະເປນ) ຕ້ອງອອກແຮງເມື່ອຍກວ່າຈະຜ່ານເຂົ້າສູ່ຮອບຮອງຊະນະເລີດ ຫຼັງບຽດເອົາຊະນະ ທີມຊາດແບນຊິກ (ເບວຢ້ຽມ) ໄປໄດ້ແບບຫວຸດຫວິດ 2-1 ຈາກປະຕູໄຊໃນໄລຍະທ້າຍເກມຂອງ ມິເກວ ເມຣີໂນ ຮີໂຣ່ຕົວສຳຮອງທີ່ກາຍເປັນທີເດັດອີກຄັ້ງ. ເກມນີ້, ແອັດສະປາຍ ເປັນຝ່າຍຂຶ້ນນຳກ່ອນຈາກ ຟາບຽນ ຣຸຍ ໃນນາທີ 30 ແຕ່ ແບນຊິກ ໃຊ້ໂອກາດຢ່າງຄຸ້ມຄ່າ ເມື່ອ ຊາວ ເດີ ເຄເຕລາເຣ ໂໝ່ງຕີສະເໝີ 1-1 ກ່ອນໝົດເຄິ່ງເວລາທຳອິດ. ​ເກມເບິ່ງຄືວ່າຈະຕ້ອງຍືດເຍື້ອໄປເຖິງໄລຍະຕໍ່ເວລາພິເສດ ຈົນຮອດນາທີ 88 ມິເກວ ເມຣີໂນ ທີ່ຖືກສົ່ງລົງມາເປັນຕົວສຳຮອງອີກຄັ້ງ ສວມບົດຮີໂຣ່ຍິງປະຕູໄຊພາ ແອັດສະປາຍ ຄວ້າໄຊ 2-1 ພ້ອມຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ. ​ນີ້ຖືເປັນການຮັບບົດ ຊູເປີຊັບ ສອງນັດຕິດຕໍ່ກັນຂອງ ເມຣີໂນ ແລະ ສົ່ງໃຫ້ ແອັດສະປາຍ ຜ່ານເຂົ້າໄປພົບກັບ ທີມຊາດຝຣັ່ງ ໃນຮອບຕັດເຊືອກ ວັນທີ 14 ກໍລະກົດນີ້. ​ດ້ານ ແບນຊິກ […]

ສຸດມ່ວນ! “ມູໂຊວາ” ບຽດຊະນະ “ກັອບ” ຜ່ານເຂົ້າຊີງກັບ “ນົດໂກວາ” ເພື່ອນຮ່ວມຊາດ ເທັນນິດ ວິນເບິນດັນ 2026 ຍິງດ່ຽວ

ຈາລຶກປະຫວັດສາດໜ້າໃໝ່! ການແຂ່ງຂັນເທັນນິດແກຣນສະແລມທີ 3 ຂອງປີ ລາຍການ “ວິນເບິນດັນ 2026” ທີ່ສະໜາມ ອໍ ອິງແລນ ເທັນນິດ ຄລັບ (All England Tennis Club) ນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອຄືນວັນພະຫັດ ທີ 9 ກໍລະກົດ 2026 ທີ່ຜ່ານມາ ໃນຮອບຮອງຊະນະເລີດ ປະເພດຍິງດ່ຽວ ເກີດແມັດດຣາມ້າລະດັບຫ້າດາວຂຶ້ນ ເມື່ອ ຄາໂຣລີນາ ມູໂຊວາ (Karolina Muchova) ນັກເທັນນິດສາວຫົວໃຈນັກສູ້ ມືວາງອັນດັບ 10 ຂອງລາຍການຈາກ ສາທາລະນະລັດເຊັກ ພິກສະຖານະການເຊັບແມັດພອຍ ກ່ອນບຽດເອົາຊະນະ ໂຄໂຄ ກັອບ (Coco Gauff) ມືວາງອັນດັບ 7 ຂອງລາຍການຈາກ ສະຫະລັດອາເມຣິກາ ໄປໄດ້ຢ່າງສຸດລະທຶກ 2-1 ເຊັດ ດ້ວຍຄະແນນ 6-2, 1-6 ແລະ 7-6 […]