Skip to main content

ແຂວງໄຊສົມບູນ ປຶກສາຫາລືການກະກຽມຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

05/11/2025

ກອງປະຊຸມປຶກສາຫາລືຂອງກໍາມະການກອງເລຂາ, ອະນຸກໍາມະການຝ່າຍຕ່າງໆ, ຫົວໜ້ານໍາພາ ແລະ ຄູຝຶກກິລາແຂວງໄຊສົມບູນ ເພື່ອກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ປີ 2025 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 3 ພະຈິກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍກອງເລຂາ, ອະນຸກໍາມະການຝ່າຍຕ່າງໆ ຕະຫຼອດຮອດສະຫະພັນກິລາແຕ່ລະປະເພດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ບັນດາອະນຸກໍາມະການຝ່າຍຕ່າງໆ ໄດ້ສຸມສະຕິປັນຍາຂອງຕົນ ເຂົ້າໃນການປະກອບຄໍາຄິດ-ຄໍາເຫັນ ແລະ ປຶກສາຫາລືຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນ ດ້ານງົບປະມານຮັບໃຊ້, ການກະກຽມຄວາມພ້ອມຂອງນັກກິລາແຕ່ລະປະເພດ, ການກະກຽມດ້ານພາຫະນະຮັບໃຊ້, ການເດີນທາງ ແລະ ສະຖານທີ່ພັກເຊົາ ແນໃສ່ອໍານວຍຄວາມສະດວກດ້ານຕ່າງໆ ໃນການແຂ່ງຂັນຂອງທີມນັກກິລາແຂວງໄຊສົມບູນ ໃຫ້ມີຄວາມຮັດກຸມ ແລະ ມີຄວາມພ້ອມຮອບດ້ານ.

 

ພ້ອມນີ້, ທ່ານ ຕົ່ງມົວ ຊົວໂກ້ ໄດ້ມີຄໍາເຫັນເນັ້ນໜັກໃຫ້ແຕ່ລະອະນຸກໍາມະການ ເປັນຕົ້ນ ຫົວໜ້ານໍາພາ, ຄູຝຶກ ແລະ ທີມນັກກິລາ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃສ່ການກະກຽມຄວາມພ້ອມ ໃນການເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດຄັ້ງນີ້ ໃຫ້ຮັບປະກັນຮອບດ້ານ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ທັງສາມາດນໍາພາທີມນັກກິລາຂອງແຂວງ ຍາດໄດ້ຜົນງານອັນພົ້ນເດັ່ນ ແລະ ຜົນສໍາເລັດທີ່ງົດງາມ ມາສູ່ຊາວແຂວງໄຊສົມບູນ.

ຂະນະດຽວກັນ, ທ່ານຮອງເຈົ້າແຂວງ ກໍໄດ້ຖືໂອກາດດັ່ງກ່າວ ລົງຢ້ຽມຢາມທິມນັກກິລາປະເພດຕ່າງໆ ທີ່ຝຶກຊ້ອມຢູ່ສູນພະແນກສຶກສາທິການ ແລະ ກິລາແຂວງ, ສູນຝຶກຊ້ອມໂຮງຮຽນວິຊາຊີບແຂວງ ພ້ອມທັງພົບປະໂອ້ລົມ ແລະ ໃຫ້ຂວັນກໍາລັງໃຈທີມນັກກິລາ ແຕ່ລະປະເພດ ໃຫ້ມີຄວາມພ້ອມທັງຮ່າງກາຍ ແລະ ຈິດໃຈ ເພື່ອຍາດເອົາຜົນງານທີ່ດີເດັ່ນ ຈາກການແຂ່ງຂັນ ມາຝາກມາຕ້ອນ ໃຫ້ຊາວແຂວງໄຊສົມບູນ, ນອກນີ້ ທ່ານ ຍັງໄດ້ນໍາເອົາເງິນຈໍານວນໜຶ່ງ ມາມອບຊຸກຍູ້ໃຫ້ທີມນັກກິລາ ຂອງແຂວງ ຕື່ມອີກ.

 

ບ.ກ : ພາພອນ ນະວົງໄຊ

ພາບ-ຂ່າວ: ຈິນລະວອນ ວໍລະສົມບູນ