ສສກ ແລະ ອົງການ ອຸຍນີເຊັບ ປຶກສາຫາລືວຽກງານຍຸດທະສາດ ສົ່ງເສີມພັດທະນາການສຶກສາ ຢູ່ ສປປ ລາວ
16/09/2026

ໃນຕອນເຊົ້າວັນທີ 16 ກັນຍາ 2026 ທີ່ສຳນັກງານກະຊວງ ສສກ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ບີລານ ໂອຣາງ ແຊັບ ດຸຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການ ອຸຍນີເຊັບ (UNICEF) ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ມີທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງ ສສກ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີພົບປະດັ່ງກ່າວ, ສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ລາຍງານ 6 ຫົວຂໍ້ສຳຄັນ ຄື: ການລາຍງານທິດທາງຍຸດທະສາດ ທີ່ໄດ້ຮັບການອະນຸມັດຈາກອົງການ UNICEF ຢູ່ນະຄອນ ນິວຢອກ, ສະຫະລັດອາເມຣິກາ ເມື່ອວັນທີ 2 ກັນຍາ 2026 ເພື່ອສືບຕໍ່ສະໜັບສະໜູນຄາດໝາຍດ້ານການສຶກສາແຫ່ງຊາດ; ການສະໜັບສະໜູນການຜັນຂະຫຍາຍມະຕິ ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ 2026 ໂດຍສຸມໃສ່ການແກ້ໄຂອັດຕາການປະລະການຮຽນຂອງນັກຮຽນ, ການຍົກສູງປະສິດທິພາບ, ການຝຶກອົບຮົມ ແລະ ການພັດທະນາອາຊີບຄູ ສຳລັບສົກຮຽນໃໝ່ 2026-2027.
ການກະກຽມເຂົ້າຮ່ວມກອງປະຊຸມລະດັບສູງ (UNGA) ຂອງຄະນະຜູ້ແທນຂັ້ນສູງກະຊວງ ສສກ ນຳໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສສກ ທີ່ຈະເດີນທາງເຂົ້າຮ່ວມກອງປະຊຸມ UNGA ລະຫວ່າງວັນທີ 18-21 ກັນຍາ 2026 ຢູ່ນະຄອນນິວຢອກ ພ້ອມທັງງານ “GPE 2030 Replenishment Campaign” ເພື່ອລະດົມທຶນໃຫ້แก่ຂະແໜງການສຶກສາ; ການຮຽນ-ການສອນດິຈິຕອນ ການເລັ່ງໃສ່ການຫັນເປັນດິຈິຕອນໃນຂະແໜງການສຶກສາ (ໄລຍະ 2025-2035), ການເຊື່ອມໂຍງລະບົບ, ເທັກໂນໂລຊີການສຶກສາ ແລະ ແຜນການເປີດໂຕແຜນຍຸດທະສາດ ແລະ ແຜນປະຕິບັດງານການສຶກສາດິຈິທັລ.
ພ້ອມກັນນັ້ນ, ກໍຍັງປືກສາຫາລື ການນຳໃຊ້ຜົນການປະເມີນ SEA-PLM 2024 ເຂົ້າໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ X ພ້ອມທັງການກະກຽມຄວາມພ້ອມເຂົ້າຮ່ວມ SEA-PLM 2029; ການສຶກສາທີ່ທົນທານຕໍ່ ໄພພິບັດ ການເສີມສ້າງລະບົບການສຶກສາໃຫ້ມີຄວາມທົນທານ ແລະ ຕອບສະໜອງຄວາມຕ້ອງການຮີບດ່ວນຂອງກະຊວງ ສສກ ໃນການຮັບມືກັບສະພາບນ້ຳຖ້ວມ ໂດຍມີອົງການ UNICEF ເປັນປະທານຮ່ວມໃນກຸ່ມວຽກສຸກເສີນດ້ານການສຶກສາ.
ພາບ-ຂ່າວໂດຍ ສົງການ ພັນແພງດີ














