Skip to main content

ເຈົ້າແຂວງຈໍາປາສັກ ໂອ້ລົມຄະນະນັກກິລາ ກ່ອນຈະເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

05/11/2025

ທ່ານ ປອ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງຈໍາປາສັກ ໄດ້ພົບປະໂອ້ລົມຄະນະນັກກິລາຕົວແທນແຂວງຈຳປາສັກ ທີ່ຈະເຂົ້າຮ່ວມແຂ່ງຂັນ​ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ​ ເປັນ​ເຈົ້າພາບ. ຊຶ່ງການໂອ້ລົມຄັ້ງນີ້ ຈັດຂຶ້ນໃນວັນທີ 4 ພະຈິກ 2025​ ຢູ່ພະແນກ​ສຶກສາທິການ​ ແລະ​ ກິລາ​ແຂວງ​ ໂດຍມີທ່ານ ບົວທອງ​ ສຸວັນ​ນະສານ​ ຫົວໜ້າ​ພະແນກ​ສຶກສາທິການ​ ແລະ​ ກິລາ​ແຂວງ​ ພ້ອມດ້ວຍ​ຄະນະຮັບຜິດຊອບ,​ ຄະນະນໍາ,​ ຄູຝຶກ​ ແລະ​ ນັກກິລາ​.

ທ່ານ ປອ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ

ໂອກາດນີ້, ທ່ານເຈົ້າແຂວງ​ຈໍາປາສັກ​ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງວຽກງານກິລາ​ ຕໍ່ກັບການພັດທະນາເສດຖະກິດ-​ສັງຄົມ,​ ກິລາ​ເພື່ອ​ສຸຂະພາບ, ມິດຕະພາບ ແລະ​ ການພັດທະນາ​ ທັງເປັນການຄັດເລືອກນັກກິລາແຕ່ລະປະເພດຂອງແຂວງ ໄປເປັນນັກກິລາລະດັບຊາດ,​ ການເຂົ້າຮ່ວມງານມະຫະກໍາກິລາຄັ້ງນີ້​ ຍັງເປັນການເຄື່ອນໄຫວເກັບກໍາບົດຮຽນ,​ ປະສົບການ​ ເພື່ອກະກຽມຄວາມພ້ອມຮອບດ້ານຂອງແຂວງຈໍາປາສັກ​ ໃນການເປັນເຈົ້າ​ພາບ​ຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ​ XII​I.​

ພ້ອມນັ້ນ, ທ່ານເຈົ້າແຂວງ ກໍໄດ້ເນັ້ນໜັກໃຫ້ຄະນະ​ນໍາ,​ ຄູຝຶກ ແລະ ນັກກິລາທຸກຄົນ​ ຕ້ອງເອົາໃຈໃສ່ດູແລຮັກສາສຸຂະພາບ,​ ຮັດແໜ້ນຄວາມສາມັກຄີພາຍໃນຄະນະຮັບຜິດຊອບ,​ ຄູຝຶກ​ ແລະ​ ນັກກິລາ​ດ້ວຍກັນ; ໄລຍະເຂົ້າຮ່ວມແຂ່ງຂັນນັກກິລາທຸກສະຫະພັນ​ ຕ້ອງມີວິໄນ,​ ມີນໍ້າໃຈເສຍສະຫຼະ, ມີຄວາມອົດທົນ ແລະ ມີຄວາມຮັບຜິດຊອບ​ ຕໍ່ໜ້າທີ່ຂອງຕົນ, ທຸ້ມເທພະລະກໍາລັງ, ເຕັກນິກສະເພາະຕົວ,​ ເວລາແຂ່ງຂັນ​ ກໍເຮັດໃຫ້ສຸດຄວາມສາມາດ, ຮູ້ໄດ້,​ ຮູ້ເສຍ, ສູ້ດ້ວຍນໍ້າໃຈນັກກິລາ; ຄູຝຶກ​ທຸກສະຫະພັນກິລາ​ ຕ້ອງເອົາໃຈໃສ່ແນະນໍາເຕັກນິກໃນການແຂ່ງຂັນ​ ເພື່ອຍາດໃຫ້ໄດ້ຫຼຽນຕ່າງໆຕາມຄາດໝາຍທີ່ວາງໄວ້.​ ນອກນີ້​ ກໍເອົາໃຈໃສ່​ປະສານສົມທົບກັບເຈົ້າພາບ ຕົ້ນຕໍແມ່ນສະຖານທີ່ພັກເຊົາ,​ ຕາຕະລາງການແຂ່ງຂັນ,​ ສະຖານທີ່ແຂ່ງຂັນກິລາແຕ່ລະປະເພດ ເພື່ອເຮັດໃຫ້ການເຄື່ອນໄຫວມີຄວາມສະດວກວ່ອງໄວ; ການແຂ່ງກິລາທຸກປະເພດ ຕ້ອງ​ມີການໂຄສະນາເຜີຍແຜ່​ໃຫ້ກວ້າງຂວາງ ແລະ​ ເຊີນຊວນຄົນຈໍາປາສັກ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ ໃຫ້ເຂົ້າຮ່ວມຊົມຮ່ວມເຊຍ ເປັນກໍາລັງໃຈໃຫ້ນັກກິລາ​ ເພື່ອຍາດໃຫ້ໄດ້ໄຊຊະນະ, ຊະນະເລີດ ມາໃຫ້ພໍ່ແມ່ພີ່ນ້ອງຊາວແຂວງຈໍາປາສັກ.

ທ່ານ​ ຄໍາເຜົ່າ ເມືອງວົງສາ ຮອງ​ຫົວໜ້າ​ພະແນກ​ສຶກສາທິການ​ ແລະ​ ກິລາ​ແຂວງ​ ລາຍງານວ່າ: ການເຂົ້າຮ່ວມງານແຂ່ງຂັນໃນງານກິລາແຫ່ງຊາດ ຄັ້ງທີ XII​, ແຂວງຈຳປາສັກ​ ໄດ້ກຳນົດເອົາ 25 ປະເພດກິລາ ເຂົ້າຮ່ວມການແຂ່ງຂັນ ຄື: ບານເຕະ (ຊາຍ​-ຍິງ),​ ແລ່ນ​-ລານ (ຊາຍ​-ຍິງ),​ ລອຍນໍ້າ (ຊາຍ​-ຍິງ),​ ມວຍລາວ, ມວຍສາກົນ ແລະ ມວຍວູຊູ (ຊາຍ​-ຍິງ),​ ເທຄວັນໂດ (ຊາຍ​-ຍິງ),​ ບານສົ່ງໃນຮົ່ມ ແລະ ຫາດຊາຍ (ຊາຍ​-ຍິງ ),​ ເປຕັງ (ຊາຍ-ຍິງ),​ ໜ້າເກັກ (ຊາຍ​-ຍິງ),​ໝາກຂ່າງ (ຊາຍ​-ຍິງ),​ ໝາກເສິກ (ຊາຍ​-ຍິງ),​ ກະຕໍ້ ແລະ ຊິນລອນ (ຊາຍ​-ຍິງ),​ ບານບ້ວງ (ຊາຍ​-ຍິງ ),​ ປິ່ງປ່ອງ (ຊາຍ​-ຍິງ),​ ໝາກແລ້ (ຊາຍ​-ຍິງ),​ ລົດຖີບ (ຊາຍ),​ ຄາຣາເຕໂດ (ຊາຍ​-ຍິງ), ເພາະກາຍ (ຊາຍ​-ຍິງ),​ ດອກປີກໄກ່ (ຊາຍ​-ຍິງ), ຍິງປືນ​ (ຊາຍ​-​ຍິງ), ສະໜຸກເກີ (ຊາຍ), ປັນຈັກສີລັດ (ຊາຍ​-ຍິງ),​ ມວຍປໍ້າ (ຊາຍ​-ຍິງ),​ ຍົກນໍ້າໜັກ (ຊາຍ -ຍິງ ),​ ຊອບເທັນນິດ (ຊາຍ​-ຍິງ) ແລະ ກັອບ (ຊາຍ​-ຍິງ ). ມາຮອດປັດຈຸບັນ ສະຫະພັນກິລາຍິງປືນບໍ່ສາມາດເຂົ້າຮ່ວມໄດ້ ຊຶ່ງຍັງແຕ່ 24 ປະເພດກິລາທີ່ຈະໄປເຂົ້າຮ່ວມ.​

 

ສໍາລັບກິລາຄົນພິການກຳນົດເອົາ 5 ປະເພດກິລາ ຄື: ແລ່ນ​-ລານ (ຊາຍ​-ຍິງ ),​ ບານບ້ວງ ລໍ້ເລື່ອນ (ຊາຍ​-ຍິງ ),​ ບັອດເຊຍ (ຊາຍ​-ຍິງ),​ ລອຍນໍ້າ (ຊາຍ) ແລະ ຍົກນໍ້າໜັກ (ຊາຍ). ດ້ານຈໍານວນພົນເຂົ້າຮ່ວມ ມີການນໍາຂັ້ນແຂວງ, ກອງເລຂາ ແລະ ກຳມະການເສດຖະກິດ, ກຳມະການເຕັກນິກ​-ວິຊາການ, ແພດ, ນັກຂ່າວ, ເຈົ້າໜ້າທີ່, ຄະນະນໍາ, ຄູຝຶກ, ນັກກິລາ ແລະ ພະນັກງານຮັບໃຊ້ ລວມທັງໝົດ 552 ຄົນ, ຍິງ 156 ຄົນ ບວກກັບກິລາຄົນພິການ ມີຈຳນວນພົນເຂົ້າຮ່ວມທັງໝົດ 115 ຄົນ.​ ຄາດໝາຍສູ້ຊົນໃຫ້ໄດ້ຫຼຽນຄຳ 42 ຫຼຽນ ແລະ ຫຼຽນເງິນ 36 ຫຼຽນ,​ ໃຫ້ໄດ້ຈັດຢູ່ໃນອັນດັບທີ 4 ຂອງທົ່ວປະເທດ; ກິລາຄົນພິການ ຄາດໝາຍສູ້ຊົນ ໃຫ້ໄດ້ຫຼຽນຄຳ 6 ຫຼຽນ, ຫຼຽນເງິນ 6 ຫຼຽນ ແລະ ຫຼຽນທອງ 5 ຫຼຽນ​ ໃຫ້ຈັດຢູ່ໃນອັນດັບທີ 6 ຂອງທົ່ວປະເທດ.

 

* ຂ່າວ​-ພາບ​: ທູນທອງໃຈ​ *