Skip to main content

ທີມປະຊາຊົນ ຊະນະ ທີມພະນັກງານ ແຂ່ງຂັນກິລາຕີຄີ ງານບຸນນະມັດສະການພະທາດຫຼວງວຽງຈັນ 2025

05/11/2025

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສືບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.

ການແຂ່ງຂັນກິລາຕີຄີ ໄດ້ຈັດໃຫ້ມີໃນມື້ເພັງ 15 ຄໍ່າ ພາຍຫຼັງໃສ່ບາດແລ້ວ. ສຳລັບປີນີ້ ການແຂ່ງຂັນກິລາຕີຄີໃນງານບຸນນະມັດສະການພະທາດຫຼວງວຽງຈັນ ແມ່ນຈັດຂຶ້ນໃນວັນທີ 5 ພະຈິກ 2025 ເວລາ 13:00 ໂມງ ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນໍາພັກ-ລັດ, ແຂກຖືກເຊີນ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ສໍາລັບນັກກິລາຕີຄີທີມພະນັກງານ ຫຼື ທີມຂະລາຊະການແມ່ນພາກສ່ວນທີ່ມາຈາກເມືອງໄຊເຊດຖາ ຊຶ່ງມີຈໍານວນທີ່ຕ້ອງລົງຕີຄີ ເບື້ອງລະ 60 ຄົນ, ແບ່ງເປັນ 2 ທີມ, ລົງແຂ່ງຂັນເທື່ອລະ 20 ຄົນ; ທີມປະຊາຊົນມີບ້ານ: ທາດຫຼວງກາງ, ທາດຫຼວງເໜືອ, ວຽງຈະເລີນ, ໂພນເຄັງ, ໜອງບອນ ແລະ ໂພນສະອາດ; ທີມພະນັກງານປະກອບມີ: ອົງການປົກຄອງນະຄອນຫຼວງວຽງຈັນ, ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ອົງການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ບັນດາໂຮງຮຽນຕ່າງໆ.

ຜົນການແຂ່ງຂັນ ທີມປະຊາຊົນ ສາມາດເອົາຊະນະ ທີມພະນັກງານ 7- 5 ປະຕູ ຕາມການທໍານາຍໄດ້ລະບຸວ່າ: ຖ້າວ່າຝ່າຍປະຊາຊົນເປັນຝ່າຍຊະນະຈະເຮັດໃຫ້ປະຊາຊົນເກີດມີຄວາມສະບາຍໃຈ ແລະ ມີຄວາມເຊື່ອໝັ້ນວ່າປີນັ້ນ ປະຊາຊົນຈະຢູ່ເຢັນເປັນສຸກ, ມີຈິດໃຈເບີກບານ, ມີກໍາລັງໃຈໃນການເຮັດການຜະລິດ ແລະ ຈະໄດ້ຮັບຜົນຜະລິດເປັນທີ່ໜ້າເພິ່ງພໍໃຈ, ແຕ່ໃນຂະນະດຽວກັນຖ້າຫາກວ່າປີໃດ ພະນັກງານເປັນຝ່າຍຊະນະແລ້ວ ປະຊາຊົນກໍຈະໝົດກໍາລັງໃຈເຮັດໃຫ້ການເຮັດວຽກ, ເຮັດໄຮ່, ເຮັດນາ ບໍ່ໄດ້ຮັບຜົນຜະລິດດີປານໃດ. ສະນັ້ນ, ປີນີ້ ປະຊາຊົນພວກເຮົາໄດ້ຊະນະແລ້ວ ປະຊາຊົນຈະຢູ່ເຢັນເປັນສຸກ, ມີຈິດໃຈເບີກບານມ່ວນຊື່ນ, ມີຄວາມສຸກ, ຄວາມສະບາຍໃຈໃນການທໍາການຜະລິດ ແລະ ຈະໄດ້ຮັບຜົນດີເປັນທີ່ໜ້າເພີ່ງພໍໃຈ.

ກິດຈະກຳຕີຄີ ຖືເປັນກິດຈະກໍາທີ່ຫາເບິ່ງໄດ້ຍາກ ເພາະເພິ່ນຈະເຮັດໃນມື້ບຸນນະມັດສະການພະຫຼວງວຽງຈັນເທົ່ານັ້ນ, ຄົນສະໄໝກ່ອນມີຄວາມເຊື່ອວ່າການຕີຄີແມ່ນການສ່ຽງທວາຍເຖິງເຫດການບ້ານເມືອງ, ຖ້າຝ່າຍພະນັກງານຊະນະກໍທວາຍວ່າ: ປີນັ້ນປະຊາຊົນພົນລະເມືອງບໍ່ຄ່ອຍຢູ່ດີ ຈະຖືກພວກຂຸນນາງຈະບັງຄົບຂົ່ມເຫັງ, ແຕ່ຖ້າປີໃດປະຊາຊົນຊະນະ ປີນັ້ນປະຊາຊົນຈະຢູ່ເຢັນເປັນສຸກ. ການຫຼິ້ນກິລາຕີຄີ, ແມ່ນຈະໃຊ້ໄມ້ໂງະນັ້ນຕີ ຫຼື ເກາະລູກຄີໄປຫາໂກນ (ເຂດແດນ) ທີ່ເພິ່ນກຳນົດໄວ້ຄື: ກວ້າງ 3 ວາ, ສູງ 2 ວາ, ແຕ່ຫາກບໍ່ມີຕາໜ່າງ ຄືໂກນເຕະບານ.

 

ພາບ-ຂ່າວ: ຍຸພິນທອງ (ໜັງສືພິມປະຊາຊົນ)