Skip to main content

ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ

15/09/2026
ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ ຂອງບັນດາ ຫ້ອງການ, ກົມ, ສະຖາບັນ ແລະ ສູນ ພາຍໃນສໍານັກກະຊວງສຶກສາທິການ ແລະ ກິລາ ໃນວັນທີ 14 ກັນຍາ 2026 ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ມີຮອງຫົວຫນ້າຫ້ອງການ, ຕາງໜ້າຈາກ ກົມ, ສະຖາບັນ, ສູນ ແລະ ສຳນັກພິມສຶກສາ ແລະ ກິລາ, ພະແນກ ຕະຫຼອດຮອດພະນັກງານ ວິຊາການ ຈາກບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ກ່າວເປີດກອງປະຊຸມ ພ້ອມທັງມີຄໍາເຫັນ ວ່າ: ການຈັດກອງປະຊຸມໃນຄັງນີ້ແມ່ນ ມີຄວາມໝາຍຄວາມສໍາຄັນ ເພື່ອເປັນການຈັດຕັ້ງ ແລະ ຜັນຂະຫຍາຍ ນິຕິກຳກ່ຽວກັບການປະເມີນຜົນການປະຕິບັດໜ້າທີ່ວຽກງານ ຂອງພະນັກງານ-ລັດຖະກອນ ແລະ ຂໍ້ມູນພະນັກງານ-ລັດຖະກອນ ຕາມລະບົບຖານຂໍ້ມູນຄຸ້ມຄອງ PMIS ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ, ເຊິ່ງໃນກອງປະຊຸມຄັ້ງນີ້ມີເອກະສານເຜີຍແຜ່ ແລະ ປັບປຸງຂໍ້ມູນ ພະນັກງານ-ລັດຖະກອນ ຕາມລະບົບຖານຂໍ້ມູນຄຸ້ມຄອງ PMIS ພ້ອມທັງແລກປ່ຽນສົນທະນາ ຮ່ວມກັນ ກ່ຽວກັບດຳລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ແລະ ຄໍາແນະນໍາການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 06/ພນ, ລົງ ວັນທີ 02 ພຶດສະພາ 2018; ປັບປຸງຂໍ້ມູນ ພະນັກງານ-ລັດຖະກອນ ຕາມລະບົບຖານຂໍ້ມູນຄຸ້ມຄອງ ແລະ ການຕິດຕັ້ງລະບົບ PMIS ໃຫ້ ແກ່ຫ້ອງການ, ກົມ, ສະຖາບັນ ແລະ ສູນ ພາຍໃນສໍານັກກະຊວງສຶກສາທິການ ແລະ ກິລາ.
ທັງນີ້, ກໍເພື່ອເຮັດໃຫ້ບັນດາຜູ້ຮັບຜິດຊອບວຽກງານການປະເມີນ ແຕ່ລະຂັ້ນ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຂະບວນການ, ຂັ້ນຕອນ ແລະ ວິທີການ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີ ຄວາມຖືກຕ້ອງ, ສອດຄ່ອງ ແລະ ມີຄວາມເປັນເອກະພາບກັນຄື: ການປະເມີນໃຫ້ມີຄວາມ ລວມສູນປະຊາທິປະໄຕ, ປຶກສາຫາລືຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍ ຂຶ້ນກັບ ສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງ ແລະ ຂັ້ນລຸ່ມຂຶ້ນກັບຂັ້ນເທິງ; ການປະເມີນຜົນງານໃຫ້ໄປ ຕາມເງື່ອນໄຂ, ມາດຕະຖານ, ຂັ້ນຕອນ, ວິທີການ ແລະ ໄລຍະເວລາ ຂອງການ ປະເມີນ ທີ່ໄດ້ກຳນົດໄວ້, ເນື່ອງຈາກວ່າໃນປີ 2025 ຜ່ານມາ ບາງພາກສ່ວນບໍ່ໄດ້ສົ່ງຜົນການປະເມີນ ມາຍັງ ກົມຈັດຕັ້ງເທື່ອ; ການປະເມີນມີຄວາມໂປ່ງໃສ, ພາວະວິໄສ, ສະເໝີພາບ, ຍຸຕິທຳ, ຊັດເຈນ, ມີຫຼັກຖານຢັ້ງຢືນ ແລະ ຄວາມສາມັກຄີພາຍໃນ.
ນອກຈາກນັ້ນ, ແຕ່ລະພາກສ່ວນໄດ້ມີການ ປັບປຸງຂໍ້ມູນ ພະນັກງານ-ລັດຖະກອນ ຕາມລະບົບຖານຂໍ້ມູນ ຄຸ້ມຄອງ ແລະ ການຕິດຕັ້ງລະບົບ PMIS ໃຫ້ແກ່ຫ້ອງການ, ກົມ, ສະຖາບັນ ແລະ ສູນ ພາຍໃນສໍານັກກະຊວງສຶກສາທິການ ແລະ ກິລາ ໃຫ້ມີຄວາມຖືກຕ້ອງ ຕາມຕົວຈິງ, ເຊິ່ງໃນໄລຍະຜ່ານມາຄືບັນດາທ່ານໄດ້ຮັບຊາບ ເຫັນວ່າ ຂໍ້ມູນມີ ການຂາດເຄື່ອນ ແລະ ບໍ່ຖືກຕ້ອງກັບຕົງຈິງ ສະນັ້ນ, ໃນກອງປະຊຸມຄັ້ງນີ້ຈະໄດ້ ທົບທວນ ແລະ ກວດຄືນຂໍ້ມູນ ພະນັກງານ-ລັດຖະກອນ ຂອງແຕ່ລະພາສ່ວນ ເປັນຕົ້ນ ໄຟຣຮູບຕິດບັດ 3*4; ສຳມະໂນຄົວ, ຂໍ້ມູນພັກ, ສາມ ອົງການຈັດຕັ້ງມະຫາຊົນ ແລະ ຂໍ້ມູນໆອື່ນໆ ທີ່ເຫັນວ່າບໍ່ຖືກຕ້ອງ ຕາມຕາຕາລາງເກັບກຳຂໍ້ມູນຂອງພາກສ່ວນຕົນ ທີ່ໄດ້ແຈກຢາຍໃຫ້ບັນດາທ່ານນັ້ນ.
ສະນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວປະກົດຜົນເປັນຈິ່ງ ຫວັງຢ່າງຍິ່ງວ່າ ບັນດາທ່ານທີ່ເຂົ້າຮ່ວມ ຈະສຸມໃສ່ຮັບຟັງ ການເຜີຍແຜ່ນິຕິກຳ ແລະ ປັບປຸງຂໍ້ມູນດັ່ງກ່າວ ພ້ອມທັງ ຄົ້ນຄວ້າ, ສົນທະນາ, ແລກປ່ຽນ ແລະ ປະກອບຄໍາຄິດຄໍາ ເຫັນ ຕໍ່ເນື້ອໃນກອງປະຊຸມຢ່າງກົງໄປກົງມາ ເພື່ອໃຫ້ໄດ້ເນື້ອໃນທີ່ຄົບຖ້ວນແລະສຳເລັດຕາມລະດັບຄາດໝາຍ.
ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປເປັນເວລາ 2 ວັນ ແຕ່ວັນທີ 14-15 ກັນຍາ 2026 ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະເໜີສະພາບກ່ຽວກັບການຄຸ້ມຄອງ ແລະນໍາໃຊ້ລະບົບການຂໍ້ມູນຄຸ້ມຄອງລັດຖະກອນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ນໍາສະເໜີລະບົບຖານຂໍ້ມູນຄຸ້ມຄອງ ແລະ ການຕິດຕັ້ງລະບົບ PMIS ຫ້ອງການ, ກົມ, ສະຖາບັນ ແລະ ສູນພາຍໃນສຳນັກກະຊວງ, ກວດກາ ແລະ ປັບປຸງຂໍ້ມູນພະນັກງານ-ລັດຖະກອນ ຕາມລະບົບການຂໍ້ມູນ PMIS ແລະ ເຜີຍແຜ່ດຳລັດວ່າດ້ວຍການປະເມີນຜົນ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ວະບັບເລກທີ300/ລບ, ລົງວັນທີ 13 ກັນຍາ 2017 ແລະ ຄໍາແນະນໍາການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ