Skip to main content

ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

15/09/2026
ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM), ໂດຍການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ມີຄະນະຜູ້ແທນສາກົນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນຈຸດປະສົງ ແລະ ລະດັບຄາດໝາຍ ຂອງກອງປະຊຸມຄັ້ງນີ້ ເພື່ອຄວາມກວດກາຄືນຄວາມຄືບໜ້າຜ່ານມາ ແລະ ກຳນົດທິດທາງໃນການຮ່ວມມືໃນອະນາຄົດ ເປັນຕົ້ນແມ່ນ ໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ກໍຄືວົງຄະນະຍາດສາກົນ ເອົາໃຈໃສ່ປະຕິບັດສົນທິສັນຍາດັ່ງກ່າວໃຫ້ເກີດຜົນເປັນຈິງ, ເພີ່ມທະວີຄວາມສາມັກຄີ, ຖືເອົາປະຊາຊົນ ແລະ ຜູ້ລອດຊີວິດເປັນໃຈກາງ, ຫຼີກລ່ຽງການສ້າງພາລະເພີ່ມໃຫ້ແກ່ປະເທດທີ່ໄດ້ຮັບຜົນກະທົບ, ເລັ່ງລັດຈັດຕັ້ງປະຕິບັດສົນທິສັນຍາ, ເພີ່ມທະວີການບຸກເບີກພື້ນທີ່, ໃຫ້ການສຶກສາກ່ຽວກັບຄວາມສ່ຽງດ້ານລະເບີດ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ຊຸກຍູ້ການເຂົ້າຮ່ວມເປັນພາຄີທົ່ວໂລກ, ເພີ່ມທະວີການຮ່ວມມື ແລະ ລະດົມທຶນຮອນຈາກສາກົນ.
‎ໃນກອງປະຊຸມ, ທ່ານ ນາງ ອາມິດາ ອາລິດຈາບານາ ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ເລຂາບໍລິຫານຄະນະກຳມະການເສດຖະກິດ-ສັງຄົມ ອົງການສະຫະປະຊາຊາດ ປະຈຳພາກພື້ນ ອາຊີ-ປາຊີຟິກ (UN ESCAP), ທ່ານ ຢືກ ເລົາເບີ ຮອງປະທານຄະນະກຳມະການກາແດງສາກົນ (ICRC) ແລະ ຜູ້ຕາງໜ້າຈາກເຄືອຂ່າຍ ເພື່ອການເກືອດຫ້າມລະເບີດລູກຫວ່ານ (CMC) ໄດ້ຜັດປ່ຽນກັນ ມີຄຳເຫັນ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ແລະ ຄວາມຄາດຫວັງຕໍ່ກອງປະຊຸມທົບທວນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງການສະໜັບສະໜູນອັນສະເໝີຕົ້ນສະເໝີປາຍ ຈາກອົງການສາກົນ ຕໍ່ຂະບວນການ ຂອງສົນທິສັນຍາ, ຊົມເຊີຍຄວາມພະຍາຍາມ ຂອງ ສປປ ລາວ ຕະຫຼອດ 16 ປີຜ່ານມາ ນັບແຕ່ການເປັນເຈົ້າພາບກອງປະຊຸມລັດພາຄີ ຄັ້ງທີ 1 ໃນປີ 2010 ຈາກເປັນປະເທດຜູ້ເຄາະຮ້າຍ ກາຍເປັນປະເທດ ທີ່ນຳພາການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວຢ່າງຕັ້ງໜ້າ.
‎ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າຄະນະຜູ້ແທນ ສປປ ລາວ ມີຄໍາເຫັນຢໍ້າຄືນເຖິງຜົນກະທົບ ຂອງລະເບີດບໍ່ທັນແຕກ ຢູ່ ສປປ ລາວ ຍັງສືບຕໍ່ເປັນໄພອັນຕະລາຍຕໍ່ຊີວິດ ແລະ ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມ ນັບແຕ່ອະດີດຈົນເຖິງປັດຈຸບັນ, ເຊິ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດເອົາການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເປັນບູລິມະສິດໃນຍຸດທະສາດໄລຍະຍາວ ແລະ ຮັບຮອງເອົາເປົ້າໝາຍການພັດທະນາທີ່ຍືນຍົງແຫ່ງຊາດ ທີ 18 “ຊີວິດປອດໄພຈາກລະເບີດບໍ່ທັນແຕກ”. ພ້ອມກັນນັ້ນ, ໄດ້ກ່າວເຖິງສິ່ງທ້າທາຍດ້ານງົບປະມານ ທີ່ສົ່ງຜົນກະທົບຕໍ່ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຢ່າງຫຼີກລ່ຽງບໍ່ໄດ້, ຈຶ່ງຮຽກຮ້ອງໃຫ້ມີການຊ່ວຍເຫຼືອ ແລະ ຄວາມຮ່ວມມື ຈາກສາກົນຢ່າງຕໍ່ເນື່ອງ, ຢໍ້າຄືນຄວາມໝາຍໝັ້ນຮ່ວມກັນ ແລະ ເປົ້າໝາຍທີ່ສຳຄັນໃນການປະຊຸມຄັ້ງນີ້ ເພື່ອຮັບຮອງເອົາແຜນປະຕິບັດງານນະຄອນຫຼວງວຽງຈັນ ປີ 2027–2031 ເພື່ອເປັນທິດທາງໃນການຮ່ວມມືກັນແກ້ໄຂບັນຫາລະເບີດລູກຫວ່ານໃນ 5 ປີຂ້າງໜ້າ.
‎ນອກຈາກນັ້ນ, ຜູ້ແທນຂັ້ນສູງຈາກ 4 ປະເທດ ໄດ້ຜັດປ່ຽນກັນກ່າວຄຳປາໄສ ປະກອບມີ: ທ່ານ ລີ ທຸດ ລັດຖະມົນຕີອາວຸໂສ, ຮອງປະທານຜູ້ທີ່ໜຶ່ງ ຂອງຄະນະກຳມະການແກ້ໄຂບັນຫາລະເບີດຕົກຄ້າງ ແລະ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແຫ່ງ ຣາຊະອານາຈັກ ກຳປູເຈຍ; ທ່ານ ເບັນດິໂຕ ດອສ ຊານໂຕສ ຟີອິດຕ້າ ລັດຖະມົນຕີກະຊວງການຕ່າງປະເທດ ຕິມໍເລສເຕ; ທ່ານ ນາງ ຫງວຽນວາງ ເວິນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ຊາລຸນ ຈະເລີນສຸວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກໄທ ເຊິ່ງບັນດາຜູ້ແທນໄດ້ສະແດງຄວາມມຸ່ງໝັ້ນຕໍ່ສົນທິສັນຍາ, ຍົກໃຫ້ເຫັນຜົນງານ ແລະ ຄວາມສຳຄັນ ຂອງການຮ່ວມມືພາກພື້ນ ແລະ ສາກົນ ເພື່ອຮັບປະກັນການປະຕິບັດສົນທິສັນຍາໃຫ້ເກີດຜົນຈິງ.
‎ກອງປະຊຸມ 3RC-CCM ຈະດຳເນີນໃນລະຫວ່າງ ວັນທີ 14-18 ກັນຍາ 2026 ນີ້, ເຊິ່ງຈະຮ່ວມກັນເຈລະຈາ ແລະ ຮັບຮອງເອົາເອກະສານສຳຄັນ 3 ສະບັບ ຄື: ເອກະສານທົບທວນການຈັດຕັ້ງປະຕິບັດສົນທິສັນຍາ, ແຜນປະຕິບັດງານນະຄອນຫຼວງວຽງຈັນ ປີ 2027-2031 (Vientiane Capital Action Plan 2027-2031) ແລະ ຖະແຫຼງການການເມືອງ (Political Declaration) ທີ່ຈະກໍານົດທິດທາງ ແລະ ບຸລິມະສິດ ຂອງສົນທິສັນຍາ CCM ໃນໄລຍະ 5 ປີຕໍ່ໜ້າ. ກອງປະຊຸມຄັ້ງນີ້ ແມ່ນການສືບຕໍ່ບາດກ້າວສຳຄັນໜຶ່ງ ໃນຄວາມພະຍາຍາມຮ່ວມກັນ ຂອງປະຊາຄົມໂລກ ເພື່ອສ້າງໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ ຢ່າງແທ້ຈິງ.
ໂດຍ: ສຸເວດ ສີດາຄໍາ + ອະວິໄຊ ເຄນາພູມ (ກອງທັບ)

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ