Skip to main content

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາຮັກສາລະບຽບວິໄນ ສ້າງໄດ້ຜົນງານຕາມເປົ້າໝາຍ ໃນງານກິລາແຫ່ງຊາດ ຄັ້ງທີ XII

06/11/2025

ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະມາຄົມກິລາ-ກາຍຍະກໍາແຂວງຫຼວງພະບາງ ໄດ້ພົບປະໂອ້ລົມທັບນັກກິລາລູກຫຼານປູ່ເຍີຍ່າເຍີ ກ່ອນທີ່ຈະເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ໃນວັນທີ 5 ພະຈິກ 2025 ນີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ມີທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະຮັບຜິດຊອບ, ຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຮັບຟັງ.

ທ່ານ ບຸນເລື່ອມ ມະນີວົງ

ໃນພິທີ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ລາຍງານໃຫ້ຮູ້ວ່າ:  ການເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນີ້ຄອນຫຼວງວຽງຈັນ ເປັນເຈົ້າພາບນີ້, ແຂວງຫຼວງພະບາງ ຈະໄດ້ສົ່ງຄະນະນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 21 ປະເພດກິລາຄື: ບານເຕະ, ບານບ້ວງ, ບານສົ່ງ, ແລ່ນ-ລານ, ກະຕໍ້, ດອກປີກໄກ່, ເປຕັງ, ປິ່ງປ່ອງ, ຍິງປືນ, ເທັນນິດ, ລອຍນໍ້າ, ຊ່ວງເຮືອ, ກັອບ, ໝາກເສິກ, ເທຄວັນໂດ, ມວຍລາວ, ມວຍສາກົນ, ຄາຣາເຕໂດ, ວຸຊູ, ໝາກຂ່າງ ແລະ ໜ້າເກັກ ລວມມີຄະນະນໍາ, ຄູຝຶກ ແລະ  ນັກກິລາ ເຂົ້າຮ່ວມທັງໝົດ 389 ຄົນ, ຍິງ 85 ຄົນ, ຄາດຄະເນຫຼຽນຈະໃຫ້ໄດ້ 16 ຫຼຽນຄໍາ, 21 ຫຼຽນເງິນ ແລະ 33 ຫຼຽນທອງ ລວມທັງໝົດ 70 ຫຼຽນ.

ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ  ໄດ້ໃຫ້ກຽດໂອ້ລົມພ້ອມຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງວຽກງານກິລາ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ກິລາ ເພື່ອສຸຂະພາບ, ມິດຕະພາບ ແລະ ການພັດທະນາ ທັງເປັນການຄັດເລືອກນັກກິລາແຕ່ລະປະເພດຂອງແຂວງ ໄປເປັນນັກກິລາລະດັບຊາດ. ການເຂົ້າຮ່ວມງານມະຫະກໍາກິລາຄັ້ງນີ້ ເປັນການເຄື່ອນໄຫວເກັບກໍາບົດຮຽນ ແລະ ປະສົບການ, ຈຶ່ງຮຽກຮ້ອງໃຫ້ຄະນະນໍາ, ຄູຝຶກ ແລະ ນັກກິລາທຸກຄົນ ເອົາໃຈໃສ່ຮັກສາສຸຂະພາບ, ຮັດແໜ້ນຄວາມສາມັກຄີພາຍໃນ  ແລະ ສິ່ງສຳຄັນ ໄລຍະເຂົ້າຮ່ວມແຂ່ງຂັນ ນັກກິລາທຸກສະຫະພັນ ຕ້ອງມີວິໄນ, ມີນໍ້າໃຈເສຍສະຫຼະ, ມີຄວາມອົດທົນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ທຸ້ມເທພະລະກໍາລັງ, ເຕັກນິກສະເພາະຕົວ, ເຮັດໃຫ້ສຸດຄວາມສາມາດ, ຮູ້ໄດ້, ຮູ້ເສຍ, ສູ້ດ້ວຍນໍ້າໃຈນັກກິລາ. ສ່ວນຄູຝຶກ ທຸກສະຫະພັນກິລາ ຕ້ອງເອົາໃຈໃສ່ແນະນໍາເຕັກນິກໃນການແຂ່ງຂັນ ເພື່ອຍາດຫຼຽນລາງວັນ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ພ້ອມນີ້ ຕ້ອງເອົາໃຈໃສ່ປະສານສົມທົບກັບເຈົ້າພາບ ເພື່ອເຮັດໃຫ້ການເຄື່ອນໄຫວຂອງນັກກິລາແຂວງຫຼວງພະບາງ ມີຄວາມສະດວກ; ຕິດພັນກັບການໂຄສະນາເຜີຍແຜ່ຂ່າວສານ ໃຫ້ກວ້າງຂວາງ ແລະ ເຊີນຊວນຊາວຫລວງພະບາງ  ທີ່ອາໄສຢູ່ນະຄອນຫຼວງວຽງຈັນ ໃຫ້ເຂົ້າຮ່ວມຊົມຮ່ວມເຊຍ ເປັນກໍາລັງໃຈໃຫ້ນັກກິລາ ເພື່ອຍາດໃຫ້ໄດ້ໄຊຊະນະ ມາໃຫ້ພີ່ນ້ອງຊາວແຂວງຫລວງພະບາງຂອງພວກເຮົາດ້ວຍຄວາມພາກພູມໃຈ.

 

ໂດຍ: ສອນອາຄົມ ແກ້ວຄຳເພັດ (ສກຂ ຫຼວງພະບາງ)