Skip to main content

ທັບນັກກິລາແຂວງອັດຕະປື ມີຄວາມພ້ອມ 100% ເຂົ້າຮ່ວມຊີງໄຊໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

07/11/2025

ໃນວັນທີ 7 ພະຈິກ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປື, ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ໂອ້ລົມຄະນະນໍາ, ຄູຝຶກ ແລະ ນັກກິລາ ກ່ອນທີ່ຈະເດີນທາງ ເພື່ອເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025.

ໃນພິທີ, ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື, ຜູ້ຊີ້ນໍາວຽກງານກິລາ-ກາຍະກໍາ ໄດ້ລາຍງານໃຫ້ຮູ້ວ່າ: ແຂວງອັດຕະປື ຈະສົ່ງ 15 ປະເພດກິລາ ເພື່ອເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ປະກອຍມີ: ບານເຕະ, ບານສົ່ງ, ກະຕໍ້, ເປຕັງ, ມວຍລາວ, ໝາກແລ້, ໝາກເສິກ, ໜ້າເກັກ, ກັອບ, ແລ່ນ-ລານ, ລົດຖີບ, ເຮືອຊ່ວງ, ດຶງເຊືອກ, ບານບ້ວງ ແລະ ດອກປີກໄກ່. ຊຶ່ງມີຄະນະນໍາ, ຄູຝຶກ, ນັກກິລາ ແລະ ຄະນະຮັບຜິດຊອບພາກສ່ວນຕ່າງໆ ລວມຈຳນວນ 342 ທ່ານ, ຍິງ 87 ທ່ານ, ມາຮອດປັດຈຸບັນນີ້ ໄດ້ຜ່ານການຄັດເລືອກ, ສັງລວມ ແລະ ຝຶກຊ້ອມຕົວຈິງ ເຫັນວ່າ ກິລາແຕ່ລະປະເພດ ທີ່ຈະເຂົ້າຮ່ວມແຂ່ງຂັນແມ່ນມີຄວາມພ້ອມແລ້ວ 100% ໂດຍຕັ້ງຄວາມຫວັງໃຫ້ໄດ້ 5 ຫຼຽນຄໍາ, 6 ຫຼຽນເງິນ ແລະ 7 ຫຼຽນທອງ.

ໂອກາດນີ້, ທ່ານເຈົ້າແຂວງອັດຕະປື ໄດ້ເນັ້ນໜັກໃຫ້ ບັນດາຄະນະນໍາ, ຄູຝຶກ ແລະ ນັກກິລາແຕ່ລະປະເພດ ຕ້ອງເປັນເຈົ້າການເຂັ້ມງວດຕໍ່ຕົນເອງ ໃນການຝຶກຊ້ອມ-ແຂ່ງຂັນ, ເຂັ້ມງວດຕໍ່ລະບຽບວິໄນ, ຕໍ່ໜ້າທີ່ການເມືອງ ທີ່ຕົນໄດ້ຮັບມອບໝາຍ ກໍຄືປະເພດ-ລາຍການກິລາ ທີ່ຕົນຖືກແຂ່ງຂັນ, ຕ້ອງຍົກສູງນໍ້າໃຈຄວາມຮັບຜິດຊອບ ມີຄວາມເປັນເຈົ້າການ, ມີຄວາມເປັນເອກະພາບກັນໃນໝູ່ຄະນະ, ພ້ອມກັນຮັກສາຄຸນສົມບັດ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ບໍ່ວ່າໃນຍາມຝຶກຊ້ອມ ກໍຄືໃນຍາມແຂ່ງຂັນຕົວຈິງ, ຕ້ອງທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຄວາມສາມາດຂອງຕົນ ເຂົ້າໃສ່ການຝຶກຊ້ອມ ກໍຄືເວລາແຂ່ງຂັນ ເພື່ອຍາດໄດ້ໄຊຊະນະ ແລະ ຍາດເອົາຫຼຽນໄຊ ປະເພດຕ່າງໆ ມາສູ່ແຂວງອັດຕະປື ໃຫ້ໄດ້.

ຂ່າວ: ສິດຕິພອນ.
ພາບ: ພົມວິຫານ.