Skip to main content

ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ

24/06/2026
ສື່ມວນຊົນຈາກຫຼາກຫຼາຍສຳນັກຂ່າວຫຼັກທາງການຂອງປະເທດ ເຊັ່ນ: ໜັງສືພິມ, ວິທະຍຸ ແລະ ໂທລະພາບ, ແລະ ສື່ອອນລາຍຕ່າງໆ ໄດ້ໃຫ້ຄວາມສຳຄັນ ແລະ ສຸມໃສ່ປະຕິບັດໜ້າທີ່ຢ່າງຫ້າວຫັນ ໃນການຕິດຕາມ, ເກັບກຳ ແລະ ລາຍງານຂ່າວຢ່າງວ່ອງໄວ-ໃກ້ຊິດ ເພື່ອຮັບໃຊ້ກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ພ້ອມດ້ວຍກອງປະຊຸມຕ່າງໆທີ່ປິ່ນອ້ອມ ໃນໂອກາດທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 22-26 ມິຖຸນາ 2026 ນີ້ ທີ່ໂຮງແຮມຄຣາວ ພະລາຊາ, ນະຄອນຫຼວງວຽງຈັນ.
ກອງປະຊຸມລະດັບພາກພື້ນໃນຄັ້ງນີ້ ຖືເປັນເຫດການທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເຊິ່ງສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເພື່ອຮ່ວມກັນກຳນົດທິດທາງ ແລະ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນຂອບອາຊຽນ ກໍຄືກັບບັນດາປະເທດຄູ່ເຈລະຈາ. ນັບຕັ້ງແຕ່ໄດ້ດຳເນີນກອງປະຊຸມມາແຕ່ວັນທີ 22 ມິຖຸນາ ຜ່ານມາ, ທີມງານສື່ມວນຊົນ ກວ່າ 30 ຄົນ ທີ່ປະຈຳການຢູ່ສູນຂ່າວ, ກຳມະການໂຄສະນາ-ຂ່າວສານ ໄດ້ເຮັດໜ້າທີ່ວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ເພື່ອໂຄສະນາເຜີຍແຜ່ການເຄື່ອນໄຫວຂອງຄະນະຜູ້ແທນ ລວມທັງຜົນຂອງກອງປະຊຸມ ເພື່ອໃຫ້ອອກສູ່ສັງຄົມຢ່າງວ່ອງໄວທັນການ ໂດຍສະເພາະໃນ 3 ມື້ທຳອິດ (ວັນທີ 22-24 ມິຖຸນາ 2026) ໄດ້ມີການລາຍງານຂ່າວປິ່ນອ້ອມກອງປະຊຸມ ຜ່ານສື່ມວນຊົນທຸກຂະແໜງຂອງໃຜລາວ ຢ່າງເປັນຂະບວນຟົດຟື້ນ.
ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ທັງເປັນຫົວໜ້າກຳມະການໂຄສະນາ-ຂ່າວສານ ຂອງກອງປະຊຸມ ໄດ້ໃຫ້ຮູ້ວ່າ: “ເນື່ອງຈາກເປັນກອງປະຊຸມລະດັບຊາດ ແລະ ລະດັບສາກົນ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ, ພັກ ແລະ ລັດຖະບານ ເວົ້າລວມ ແລະ ເວົ້າສະເພາະ ຄະນະພັກ- ຄະນະນຳກະຊວງສຶກສາທິການ ແລະ ກິລາ (ສສກ) ແມ່ນໄດ້ໃຫ້ຄວາມສຳຄັນສູງ ຕໍ່ວຽກງານການໂຄສະນາເຜີຍແຜ່ການເຄື່ອນໄຫວ ແລະ ຜົນຂອງກອງປະຊຸມໃນລະດັບຕ່າງໆໃນຄັ້ງນີ້ ເພື່ອໃຫ້ສັງຄົມໄດ້ຮັບຮູ້. ດັ່ງນັ້ນ, ຈຶ່ງໄດ້ມອບໝາຍໃຫ້ກຳມະການ ໂຄສະນາຂ່າວສານ ທີ່ນອນໃນ 8 ກຳມະການໃຫຍ່ຂອງຄະນະຮັບຜິດຊອບກອງປະຊຸມ ສ້າງຕັ້ງສູນຂ່າວປະຈຳກອງປະຊຸມຂຶ້ນ ເຊິ່ງປະກອບມີຄະນະຮັບຜິດຊອບມາຈາກຫຼາຍພາກສ່ວນ ເຊັ່ນ: ສູນໂຄສະນາຂ່າວສານຂອງກະຊວງ ສສກ, ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກົມຂ່າວກະຊວງການຕ່າງປະເທດ. ສ່ວນນັກຂ່າວສື່ມວນຊົນ ສ່ວນໃຫຍ່ກໍແມ່ນມາຈາກສຳນັກຂ່າວຫຼັກຂອງທາງການ ເຊັ່ນ: ສື່ມວນຊົນທຸກຂະແໜງ ຈາກຄະນະໂຄສະນາອົບຮົມສູນກາງພັກ, ສື່ມວນຊົນຈາກກະຊວງ ປກສ, ປກຊ ແລະ ເຈົ້າພາບ ສສກ ລວມທັງໝົດ ໃນກຳມະການໂຄສະນາ-ຂ່າວສານ ແມ່ນ 41 ຄົນ. ນອກຈາກນີ້ຍັງມີສື່ມວນຊົນຈາກສຳນັກຂ່າວຂອງຫວຽດນາມ ແລະ ສປ ຈີນ ປະຈຳ ສປປ ລາວມາຮ່ວມຕິດຕາມເອົາຂ່າວນຳ”
ທ່ານ ສຸກສາຄອນ ສີປະເສີດ ຍັງໄດ້ກ່າວຕື່ມວ່າ: ຕະຫຼອດໄລຍະການຈັດກອງປະຊຸມຜ່ານມາຮອດມື້ນີ້, ເຫັນວ່າບັນຍາກາດການເຮັດວຽກຂອງສື່ມວນຊົນພວກເຮົາ ແມ່ນເຕັມໄປດ້ວຍຄວາມຄຶກຄື້ນ ແລະ ມີຄວາມຮັບຜິດຊອບສູງ. ບັນດານັກຂ່າວ, ຊ່າງພາບ ແລະ ບັນນາທິການ ໄດ້ປະສານງານກັບຄະນະກຳມະການຝ່າຍຕ່າງໆຢ່າງໃກ້ຊິດ ເພື່ອຮັບປະກັນຮອບດ້ານ ໃນການຂຽນຂ່າວ-ຂຽນບົດ ແລະ ການເຜີຍແຜ່ພາບການເຄື່ອນໄຫວຕ່າງໆ ອອກສູ່ສາຍຕາປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງຖືກຕ້ອງ, ວ່ອງໄວ ແລະ ຊັດເຈນ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ