Skip to main content

ຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມ ເຫັນດີປັບປຸງ TOR ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ

25/06/2026
ກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມສຶກສາ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 24 ມິຖຸນາ 2026 ທີ່ຫ້ອງປະຊຸມກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ຄຳຕັນ ຈັນທີ ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຜູ້ແທນຈາກສະຫະພາບເອີຣົບ (EU), ອົງການຮ່ວມມືເພື່ອການພັດທະນາ ຈາກປະເທດລຸກຊຳບວກ, ຮອງຫົວໜ້າກົມອາຊີວະສຶກສາ, ບັນດາຫົວໜ້າພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ພາຍໃນກົມການສຶກສາຊັ້ນສູງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບຮ່ວມກັນ ກ່ຽວກັບກົນໄກ ແລະ ແບບແຜນວິທີການເຮັດວຽກ ຂອງໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມສຶກສາ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ເພື່ອລິເລີ່ມການວາງແຜນການຮ່ວມມື ໃນການຊຸກຍູ້ ແລະ ພັດທະນາວຽກງານການສຶກສາສາຍຊັ້ນສູງ ກໍຄືວຽກງານອາຊີວະສຶກສາໃຫ້ມີຄວາມເຂັ້ມແຂງໃນຕໍ່ໜ້າ.
ໃນຕອນທ້າຍ, ທີ່ປະຊຸມໄດ້ເຫັນດີເປັນເອກະພາບ ມອບໝາຍໃຫ້ມີການສ້າງ ແລະ ປັບປຸງບົດບາດ, ຂອບເຂດສິດ ແລະ ໜ້າທີ່ (Terms of Reference – TOR) ສະເພາະຂອງໜ່ວຍງານວິຊາການຂະແໜງການຍ່ອຍ ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ (TVET and HE) ເພື່ອຮັບປະກັນໃຫ້ການຮ່ວມມື ແລະ ການຈັດຕັ້ງປະຕິບັດວຽກງານຕົວຈິງ ດຳເນີນໄປຢ່າງມີປະສິດທິພາບ ແລະ ບັນລຸຄາດໝາຍທີ່ວາງໄວ້.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ