Skip to main content

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ

27/07/2026
​ໃນລະຫວ່າງວັນທີ 20-23 ກໍລະກົດ 2026 ທີ່ຜ່ານມາ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 (14th ASEAN Education Ministers Meeting), ກອງປະຊຸມລັດຖະມົນຕີສຶກສາອາຊຽນບວກສາມ ຄັ້ງທີ 8 (8th ASEAN Plus Three Education Ministers Meeting) ແລະ ກອງປະຊຸມລັດຖະມົນຕີສຶກສາອາຊຽນໃນຂອບອາຊີຕາເວັນອອກ ຄັ້ງທີ 8 (8th East Asia Summit Education Ministers Meeting) ທີ່ ສາທາລະນະລັດ ສິງກະໂປ.
​ກອງປະຊຸມດັ່ງກ່າວ ຈັດຂຶ້ນໂດຍ ກະຊວງສຶກສາ ແຫ່ງ ສາທາລະນະລັດ ສິງກະໂປ ໃນນາມປະທານແຜນງານການສຶກສາອາຊຽນ ສຳລັບໄລຍະປີ 2026-2027 ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ອາຊຽນ ໂດຍຜ່ານການສຶກສາ” (Strengthening ASEAN through Education). ຈຸດປະສົງຫຼັກ ແມ່ນເພື່ອແບ່ງປັນວິໄສທັດ, ກຳນົດແນວທາງນະໂຍບາຍດ້ານການສຶກສາຂອງພາກພື້ນ, ທົບທວນຜົນການດຳເນີນແຜນງານອາຊຽນດ້ານການສຶກສາ 2021-2025 ແລະ ກຳນົດທິດທາງການຮ່ວມມືໃນໄລຍະຕໍ່ໄປ.
​ກ່ອນການເປີດກອງປະຊຸມລະດັບລັດຖະມົນຕີ, ໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານການສຶກສາອາຊຽນ ຄັ້ງທີ 21 (21st SOM-ED) ເຊິ່ງນຳພາເຂົ້າຮ່ວມໂດຍ ທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທັງເປັນເຈົ້າໜ້າທີ່ອາວຸໂສສຶກສາອາຊຽນ ຂອງ ສປປ ລາວ. ກອງປະຊຸມດັ່ງກ່າວ ໄດ້ລາຍງານຜົນສຳເລັດໃນການຈັດຕັ້ງປະຕິບັດກິດຈະກຳຮ່ວມມືດ້ານການສຶກສາຂອງພາກພື້ນ, ພ້ອມທັງພິຈາລະນາ ແລະ ສະຫຼຸບບັນດາເອກະສານສຳຄັນ ເພື່ອນຳສະເໜີໃຫ້ກອງປະຊຸມລະດັບລັດຖະມົນຕີພິຈາລະນາ ແລະ ຮັບຮອງ.
​ໃນກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14, ບັນດາລັດຖະມົນຕີໄດ້ຮ່ວມກັນເປີດການຈັດຕັ້ງປະຕິບັດ ແຜນງານອາຊຽນດ້ານການສຶກສາ 2026-2030 ເຊິ່ງເປັນຂອບການຮ່ວມມືດ້ານການສຶກສາສະບັບໃໝ່ຂອງອາຊຽນ, ພ້ອມທັງໄດ້ພິຈາລະນາ ແລະ ຮັບຮອງເອກະສານສຳຄັນຫຼາຍສະບັບ ປະກອບມີ: ​ຖະແຫຼງການຮ່ວມ ກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14, ກອງປະຊຸມລັດຖະມົນຕີສຶກສາອາຊຽນບວກສາມ ຄັ້ງທີ 8 ແລະ ກອງປະຊຸມລັດຖະມົນຕີສຶກສາອາຊຽນໃນຂອບ EAS ຄັ້ງທີ 8.
​ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍການສຶກສາຂັ້ນພື້ນຖານ (ASEAN Declaration on Foundational Learning).​ຖະແຫຼງການຂອງລັດຖະມົນຕີອາຊຽນ ວ່າດ້ວຍການເຂົ້າເຖິງ ແລະ ການພັດທະນາການສຶກສາຊັ້ນສູງແບບຍືນຍົງ ໂດຍຜ່ານການຮຽນ-ການສອນ ດ້ວຍການນຳໃຊ້ AI ແລະ ການຫັນເປັນດິຈິຕອນ.
​ເອກະສານກຳນົດພາລະບົດບາດ ການສ້າງຕັ້ງສູນຄວາມເປັນເລີດອາຊຽນດ້ານການສຶກສາ ແລະ ການພັດທະນາຄູ (Terms of Reference for ASEAN Centre of Excellence).
​ເອກະສານແນວຄວາມຄິດໂຄງການ ASEAN GEMS Plus.
​ໃນໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ປະກອບຄຳເຫັນແລກປ່ຽນທັດສະນະ ແລະ ແບ່ງປັນວິໄສທັດຮ່ວມກັບບັນດາປະເທດສະມາຊິກອາຊຽນ. ທ່ານໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງການສຶກສາຕໍ່ການເສີມສ້າງຄວາມເຂັ້ມແຂງ ແລະ ການພັດທະນາພາກພື້ນອາຊຽນ ທ່າມກາງການປ່ຽນແປງຂອງໂລກ, ພ້ອມທັງຢືນຢັນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ປັບປຸງການສຶກສາໃຫ້ສອດຄ່ອງກັບພາກພື້ນ ໂດຍສະເພາະແມ່ນ​ການກະກຽມຫັນປ່ຽນລະບົບການສຶກສາສາຍສາມັນສຶກສາ ຈາກ 5+4+3 ມາເປັນ 6+3+3, ​ການພັດທະນາຄູ ແລະ ການປັບປຸງຄຸນນະພາບຂອງອາຊີວະສຶກສາ, ​ການພັດທະນາການສຶກສາຊັ້ນສູງ, ​ການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ເຂົ້າໃນການຮຽນ-ການສອນ, ​ການສົ່ງເສີມການຮຽນຮູ້ຕະຫຼອດຊີວິດ ເພື່ອຍົກລະດັບຄຸນນະພາບການສຶກສາ ແລະ ສະໜັບສະໜູນການພັດທະນາພາກພື້ນໃຫ້ມີຄວາມຍືນຍົງ.
​ນອກຈາກການເຂົ້າຮ່ວມກອງປະຊຸມທາງການແລ້ວ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ໄປຢ້ຽມຢາມ ສະຖາບັນເຕັກນິກວິຊາຊີບ (Institute of Technical Education – ITE) ແຫ່ງ ສິງກະໂປ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຈັດການຮຽນ-ການສອນ ສາຍອາຊີວະສຶກສາ ເພື່ອນຳມາປັບໃຊ້ເຂົ້າໃນການພັດທະນາການສຶກສາຢູ່ ສປປ ລາວ ອີກດ້ວຍ.
#ຂໍ້ມູນ-ພາບ: ກົມຮ່ວມມືກັບຕ່າງປະເທດ ສສກ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ