Skip to main content

ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ

27/07/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຢ່າງຟົດຟື້ນ ພ້ອມຈັດກິດຈະກຳຝຶກອົບຮົມເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນລະຫວ່າງວັນທີ 27-28 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ (Benita Sommerville) ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ລາວ. ໂດຍມີແຂກຖືກເຊີນຈາກພາກສ່ວນຕ່າງໆ, ຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ສະມາຊິກສະຫະພັນແມ່ຍິງລາວ, ຕົວແທນອົງການຈັດຕັ້ງມະຫາຊົນ, ຜູ້ອຳນວຍການສຳນັກຂ່າວ ແລະ ສື່ມວນຊົນຂັ້ນສູງກາງ ແລະ ທ້ອງຖິ່ນເຂົ້າຮ່ວມ 200 ກວ່າທ່ານ.
ໃນພິທີເປີດ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມື ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ໂດຍທ່ານໄດ້ກ່າວວ່າ: “ງານໃນມື້ນີ້ ຍັງເປັນວາລະສຳຄັນເພື່ອຢ້ຳຄືນເຖິງຄວາມສຳຄັນຂອງວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ວ່າແມ່ນຄວາມຮັບຜິດຊອບຂອງທຸກຄົນ. ສິ່ງດັ່ງກ່າວເປັນສ່ວນໜຶ່ງຂອງການປະຕິບັດປະຈຳວັນໃນໂຮງຮຽນ, ໃນສະຖາບັນ ແລະ ໃນວິທີທີ່ພວກເຮົາເຮັດວຽກຮ່ວມກັນ ເພື່ອອະນາຄົດຂອງເດັກທຸກຄົນ. ການຮ່ວມມືນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງກະຊວງສຶກສາທິການ ແລະ ກິລາ ໃນການຫັນນະໂຍບາຍໄປສູ່ການຈັດຕັ້ງປະຕິບັດຈິງ ດ້ວຍເຄື່ອງມືທີ່ນຳໃຊ້ໄດ້, ການຮ່ວມມືທີ່ເຂັ້ມແຂງ ແລະ ຄວາມຮັບຮູ້ຂອງສັງຄົມທີ່ເພີ່ມຂຶ້ນ. ພວກເຮົາຂໍສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຂອງອົດສະຕຣາລີ ຕໍ່ວຽກງານບຸລິມະສິດທີ່ສຳຄັນເຫຼົ່ານີ້.”
ດ້ານ ທ່ານ ນາງ ເບັນນິຕາ ຊຳເມີວິວ ກໍໄດ້ກ່າວເນັ້ນໜັກວ່າ: “ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈທີ່ໄດ້ຢືນຢູ່ຄຽງຂ້າງກະຊວງສຶກສາທິການ ແລະ ກິລາ ໃນການສະໜັບສະໜູນວຽກງານການປົກປ້ອງເດັກ, ຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ. ສິ່ງທີ່ເຮັດໃຫ້ການຮ່ວມມືນີ້ມີຄຸນຄ່າຫຼາຍ ບໍ່ແມ່ນພຽງແຕ່ໄລຍະເວລາການຮ່ວມມືທີ່ມາຍາວນານ, ແຕ່ຍ້ອນຄວາມສາມາດໃນການຫັນປ່ຽນໃຫ້ໂຮງຮຽນ ແລະ ຊຸມຊົນ ເຫັນໄດ້ເຖິງຄຸນຄ່າທີ່ສຳຄັນຂອງວຽກງານທີ່ໄດ້ຮ່ວມມືກັນພັດທະນາ.”
ກິດຈະກຳໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງແມ່ຍິງໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນຖານະຜູ້ນຳທາງຄວາມຄິດ, ຜູ້ຕັດສິນໃຈ ແລະ ເປັນຕົວແທນຂອງການປ່ຽນແປງ. ຄະນະນຳຂອງສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ ໄດ້ນຳສະເໜີຍຸດທະສາດ, ແຜນງານ 5 ປີ ແລະ ນຳພາຜູ້ເຂົ້າຮ່ວມຊົມງານວາງສະແດງກ່ຽວກັບປະຫວັດສາດຂອງສະຫະພັນແມ່ຍິງ.
ພ້ອມດຽວກັນນີ້, ຍັງໄດ້ເປີດໂອກາດໃຫ້ໂຄງການໃໝ່ “ແມ່ຍິງໃນການເປັນຜູ້ນຳ” (Women In Leadership: WIL) ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການຈັດຕັ້ງປະຕິບັດ. ໂຄງການ WIL ໄດ້ເລີ່ມຕົ້ນໃນເດືອນພຶດສະພາ 2026 ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເພື່ອສະໜັບສະໜູນກຸ່ມສະມາຊິກຫຼັກໃນທົ່ວກະຊວງ ເສີມສ້າງການເຊື່ອມໂຍງວຽກງານຄວາມສະເໝີພາບຍິງ-ຊາຍ, ຄວາມພິການ ແລະ ການສຶກສາຮຽນຮ່ວມ (GEDSI) ຜ່ານວິທີການຝຶກອົບຮົມຄູຝຶກ (TOT). ໃນງານ, ສະມາຊິກສະຫະພັນແມ່ຍິງ 19 ທ່ານ ຂອງໂຄງການ WIL ໄດ້ຈັດການຝຶກອົບຮົມກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ໃຫ້ແກ່ສະມາຊິກ ຈຳນວນ 75 ທ່ານ ຈາກກະຊວງສຶກສາທິການ ແລະ ກິລາ.
ໃນໂອກາດດັ່ງກ່າວ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຮ່ວມກັບ ພະແນກຄວາມກ້າວໜ້າຂອງແມ່ຍິງ ໄດ້ນຳສະເໜີ ວິດີໂອໃໝ່ “ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ” ເປັນຄັ້ງທຳອິດ. ວິດີໂອດັ່ງກ່າວສ້າງຂຶ້ນໂດຍອີງໃສ່ຄຳແນະນຳກ່ຽວກັບການປົກປ້ອງເດັກ ຂອງກະຊວງສຶກສາທິການ ແລະ ກິລາ (ເຜີຍແຜ່ໃນເດືອນກໍລະກົດ 2024), ໂດຍໃຊ້ພາບອະນິເມຊັນ (Animation) ເພື່ອສື່ສານຂໍ້ຄວາມ “ສິ່ງທີ່ຄວນເຮັດ ແລະ ຫ້າມເຮັດ” ຢ່າງປອດໄພ, ເຂົ້າໃຈງ່າຍ ແລະ ເໝາະສົມ.
ນອກຈາກນັ້ນ, ລັດຖະບານອົດສະຕຣາລີ ຍັງໄດ້ມອບອຸປະກອນຜະລິດວິດີໂອ ແລະ ອຸປະກອນໄອທີ (IT) ມູນຄ່າ 37,662 ໂດລາອົດສະຕຣາລີ (ປະມານ 585,793,000 ກີບ) ເພື່ອສະໜັບສະໜູນວຽກງານຂອງທີມງານສື່ສານ ກະຊວງສຶກສາທິການ ແລະ ກິລາ.
ຫຼັງຈາກພິທີທາງການ, ໄດ້ມີການຈັດຝຶກອົບຮົມໃຫ້ແກ່ທີມງານສື່ມວນຊົນຂັ້ນສູນກາງ, ທ້ອງຖິ່ນ ແລະ ນັກຂ່າວ ເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບການລາຍງານຂ່າວທີ່ມີຄວາມຮັບຜິດຊອບ, ການປົກປ້ອງເດັກ, ການຖ່າຍຮູບ-ວິດີໂອເດັກຢ່າງປອດໄພ ແລະ ການສື່ສານທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໂດຍຄູຝຶກຈາກພະແນກຄວາມກ້າວໜ້າຂອງແມ່ຍິງ ແລະ ມະຫາວິທະຍາໄລແຫ່ງຊາດ.
ທ່ານ ປອ. ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະຫຼຸບວ່າ: “ພວກເຮົາມາຮ່ວມແຮງຮ່ວມໃຈກັນໃນທົ່ວກະຊວງສຶກສາທິການ ແລະ ກິລາ, ສະຫະພັນແມ່ຍິງ, ສື່ມວນຊົນ ແລະ ຄູ່ຮ່ວມງານທັງໝົດ ເພື່ອຫັນຄຳແນະນຳໄປສູ່ການຈັດຕັ້ງປະຕິບັດ, ສ້າງຄວາມຮັບຮູ້ທີ່ເຂັ້ມແຂງ ກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ສ້າງໂຮງຮຽນໃຫ້ເປັນສະຖານທີ່ໆ ປອດໄພ ແລະ ສົ່ງເສີມການຮຽນຮ່ວມ ເພື່ອເດັກທຸກຄົນ.”
ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວຕື່ມວ່າ: “ງານນີ້ ສະແດງໃຫ້ເຫັນວ່າ ການຮ່ວມມືທີ່ເຂັ້ມແຂງ ສາມາດບັນລຸໝາກຜົນໄດ້ຢ່າງແທ້ຈິງ. ລັດຖະບານອົດສະຕຣາລີ ມີຄວາມຍິນດີທີ່ຈະສະໜັບສະໜູນຄວາມພະຍາຍາມຂອງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຖືເອົາຄວາມເປັນຜູ້ນຳຂອງແມ່ຍິງ, ການປົກປ້ອງເດັກ ແລະ ຄວາມສະເໝີພາບຍິງ-ຊາຍ ມານຳສະເໜີຮ່ວມກັນ ເພື່ອຮ່ວມກັນຮັບຮູ້ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.”

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ