ເປີດການແຂ່ງຂັນກິລາເປຕັງ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການ
16/11/2025

ການແຂ່ງຂັນກິລາເປຕັງ ໃນງານມະຫະກໍາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 14 ພະຈິກ 2025 ທີ່ສະໜາມສະຫະພັນກິລາເປຕັງແຫ່ງຊາດ. ຊຶ່ງມີ 1 ນະຄອນຫຼວງວຽງຈັນ, 17 ແຂວງ ແລະ 2 ກະຊວງ ເຂົ້າຮ່ວມຊີງໄຊ ປະກອບມີ ລາຍການຊຸດຕິ້ງ ຍິງ-ຊາຍ, ດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ຄູ່ປະສົມ (1ຍິງ + 1ຊາຍ ), ທີມຊຸດປະສົມ ( 1ຍິງ + 2ຊາຍ), ທີມຊຸດປະສົມ (2ຍິງ + 1ຊາຍ), ທີມຊຸດຍິງ-ທີມຊຸດຊາຍ). ໃນນັ້ນ, ແຂວງຜົ້ງສາລີ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຈໍານວນ 10 ຄົນ, ຍິງ 4 ຄົນ; ມີ 9 ລາຍການ ແລະ ໄດ້ເລີ່ມເຂົ້າແຂ່ງຂັນແລ້ວ ໂດຍຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນ.
ການແຂ່ງຂັນກິລາເປຕັງຄັ້ງນີ້ ຈະໄດ້ດໍາເນີນແຂ່ງຂັນໃນລະຫວ່າງ 14-24 ພະຈິກ 2025 ຈຶ່ງຈະສໍາເລັດ.
ພາບ-ຂ່າວໂດຍ: ໄທພອນ ມະນີຈັນ (ສກຂ ຜົ້ງສາລີ)
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ