ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
27/04/2026

ໃນວັນທີ 24 ເມສາ 2026 ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ເພື່ອພິຈາລະນາຮັບຮອງຕຳແໜ່ງວິຊາການຄູ ຂັ້ນຮອງສາດສະດາຈານ ຂອງສະຖານການສຶກສາຊັ້ນສູງ, ພິຈາລະນາຮັບຮອງການຍົກສະຖານະວິທະຍາໄລ ຂຶ້ນເປັນສະຖາບັນ, ຜ່ານຮ່າງນິຕິກຳ, ແຜນພັດທະນາຂະແໜງການຍ່ອຍການສຶກສາຊັ້ນສູງ ຄັ້ງທີ X (2026-2030) ແລະ ປຶກສາຫາລືວຽກງານການພັດທະນາການສຶກສາຊັ້ນສູງໃນໄລຍະປັດຈຸບັນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະມາຊິກສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II ຈຳນວນ 18 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນການປຶກສາຫາລືຫຼາຍບັນຫາທີ່ສຳຄັນເຊັ່ນ: ການພິຈາລະນາຮັບຮອງຕຳແໜ່ງວິຊາການຄູ, ຂັ້ນຮອງສາດສະດາຈານ ທີ່ສັງກັດຢູ່ການສຶກສາຊັ້ນສູງ, ການຍົກລະດັບວິທະຍາໄລ ເປັນສະຖາບັນການສຶກສາຊັ້ນສູງ, ການປັບບປຸງດຳລັດ03, ການພັດທະນາຂະແໜງການຍ່ອຍການສຶກສາຊັ້ນສູງ ແລະ ປຶກສາຫາລືກ່ຽວກັບການພັດທະນາການສຶກສາຊັ້ນສູງ. ບັນຫາເຫຼົ່ານີ້ລ້ວນແລ້ວແຕ່ແມ່ນບັນຫາຍຸດທະສາດ ຂອງການພັດທະນາການສຶກສາຂອງປະເທດເຮົາ ໂດຍແນໃສ່ການສ້າງ ແລະ ພັດທະນາຊັບພະຍາກອນມະນຸດຂອງລາວເຮົາໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານ ຈົ່ງພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ຄຳເຫັນຕໍ່ກັບແຕ່ລະບັນຫາຢ່າງກົງໄປກົງມາ, ພາວະວິໄສ, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນຖານະສະມາຊິກສະພາການສຶກສາຊັ້ນສູງງແຫ່ງຊາດ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ, ການຄົ້ນຄວ້າບັນຫາຕ້ອງອີງໃສ່ບັນດາລະບຽບຫຼັກການ, ນິຕິກຳ ທີ່ໄດ້ກຳນົດໄວ້ ພ້ອມດຽວກັນນັ້ນ, ກໍ່ຕ້ອງໄດ້ນຶງເຖິງສະພາບ, ເງື່ອນໄຂຄວາມເປັນຈິງຂອງປະເທດເຮົາ, ຫຼີກເວັ້ນທັດສະນະຄຳພີຕາຍຕົວ, ອີງໃສ່ບົດຮຽນຂອງຕ່າງປະເທດໂດຍຍບໍ່ຄຳນຶງເຖິງສະພາບແວດລ້ອມພາຍໃນປະເທດຂອງພວກເຮົາ. ອີກດ້ານໜຶ່ງ ກໍຕ້ອງຄຳນຶງເຖິງລະບຽບການ, ຫຼັກການສາກົນ ເພື່ອເຮັດໃຫ້ການສຶກສາຂອງລາວເຮົາ ເວົ້າລວມເວົ້າສະເພາະ ກໍແມ່ນການສຶກສາຊັ້ນສູງ ທີ່ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ເປັນທີ່ຍອມຮັບຂອງສາກົນເທື່ອລະກ້າວ.
ສຳລັບການດຳເນີນກອງປະຊຸມ, ແມ່ນຈະໄດ້ພິຈາລະນາບາງບັນຫາສຳຄັນຄື: 1) ພິຈາລະນາຮັບຮອງຕຳແໜ່ງວິຊາການຄູ ຂັ້ນຮອງສາດສະດາຈານ ຈຳນວນ 12 ທ່ານ (ຈາກ ມວສ 6 ທ່ານ, ມສ 4 ທ່ານ, ມຈ 1 ທ່ານ, ວຄຂ 1 ທ່ານ); 2) ການຍົກຖານະວິທະຍາໄລເປັນສະຖາບັນການສຶກສາຊັ້ນສູງ 1 ແຫ່ງ; 3) ຮ່າງດຳລັດວ່າດວ້ຍຕຳແໜ່ງວິຊາການຄູ ຢູ່ສະຖານການສຶກສາຊັ້ນສູງ (ສະບັບປັບປຸງ), ແຜນພັດທະນາຂະແໜງການຍ່ອຍການສຶກສາຊັ້ນສູງ ຄັ້ງທີ X (2026-2030) ແລະ 4) ປຶກສາຫາລືວຽກງານການພັດທະນາການສຶກສາຊັ້ນສູງໃນໄລຍະປັດຈຸບັນ.
ພາບ-ຂ່າວໂດຍ: ການຈະນາ
ຂ່າວທີ່ກ່ຽວຂ້ອງ














