Skip to main content

ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)

24/04/2026
ກະຊວງສຶກສາທິການ ແລະ ກິລາ(ສສກ) ມີຄວາມຄືບໜ້າຫຼາຍດ້ານໃນການຫ້າງຫາກະກຽມ ສຳລັບການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22), ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ຈະໄຂຂຶ້ນໃນລະຫວ່າງ ວັນທີ 22-26 ມິຖຸນາ 2026 ນີ້.
ໃນຕອນເຊົ້າວັນທີ 23 ເມສາ ຜ່ານມາ, ທີ່ຫ້ອງປະຊຸມກະຊວງ ສສກ ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງ ສສກທັງເປັນຮອງຄະນະຊີ້ນຳລວມ ໄດ້ມີການປະຊຸມເພື່ອລາຍງານຄວາມຄືບໜ້າ ຂອງບັນດາກໍາມະການ ແລະ ອະນຸກຳມະການຝ່າຍຕ່າງໆ ທັງແບບເຊິ່ງໜ້າ ແລະ ອອນລາຍ ຊຶ່ງມາຮອດປະຈຸບັນເຫັນວ່າມີຄວາມຄືບໜ້າໄປຫຼາຍດ້ານ ບໍ່ວ່າຈະເປັນດ້ານເນື້ອໃນ, ດ້ານພິທີການ, ການຮັບຕ້ອນ, ສະຖານທີ່ປະຊຸມ, ທີ່ພັກ, ຂົນສົ່ງ, ອາສາສະໝັກຕິດຕາມແຂກ, ປ້ອງກັນຄວາມສະຫງົບ, ແພດ ແລະ ດ້ານສື່ມວນຊົນ.
ໃນກອງປະຊຸມ, ຕາງໜ້າຂອງແຕ່ລະກຳມະການ ໄດ້ລາຍງານໜ້າວຽກຂອງຕົນທີ່ຈັດຕັ້ງປະຕິບັດຜ່ານມາ ແລະ ແຜນໃນຕໍ່ໜ້າ ລວມທັງຂໍ້ສະດວກ-ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ແຜນງົບປະມານຕ່າງໆທີ່ກ່ຽວຂ້ອງ ເຊິ່ງສັງລວມໄດ້ວ່າ ແຕ່ລະໜ້າວຽກແມ່ນມີການດຳເນີນການຈັດຕັ້ງຢ່າງຕັ້ງໜ້າ ແລະ ສຳເລັດຕາມຄາດໝາຍ ທີ່ວາງໄວ້.
ໃນໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ສະແດງຄວາມຊົມເຊີຍ ຕໍ່ກຳມະການທຸກຝ່າຍທີ່ໄດ້ມີຄວາມຮັບຜິດຊອບສູງ ໃນການເປັນເຈົ້າການຫ້າງຫາກະ ກຽມໜ້າວຽກໃຜລາວ ເຮັດໃຫ້ມາຮອດເວລານີ້ ແມ່ນມີຄວາມຄືບໜ້າໄປຫຼາຍ ບໍ່ວ່າຈະເປັນດ້ານເນື້ອໃນ, ວາລະກອງປະຊຸມ, ພິທີການຕ້ອນຮັບຕ່າງໆ, ລວມໄປເຖິງການຈັດການດ້ານແຜນງົບປະມານການເງິນ, ສະຖານທີ່ຫ້ອງປະຊຸມ, ທີ່ພັກອາໃສຂອງແຂກ, ພາຫະນະຮັບໃຊ້ກອງປະຊຸມ, ຈັດແຜນໃຫ້ແຂກທັດສະນະທ່ອງທ່ຽວຕົວເມືອງ, ອາ ສາສະໝັກ LO-VO, ການປ້ອງກັນ, ແພດ ແລະ ການໂຄສະນາຂ່າວສານ. ແຕ່ແນວໃດກໍຕາມ, ທ່ານຮອງລັດຖະມົນຕີ ຍັງໄດ້ສະແດງຄວາມເປັນຫ່ວງ ພ້ອມທັງເນັ້ນໜັກໃຫ້ແຕ່ລະກຳມະການ ເພີ່ມຄວາມເອົາໃຈໃສ່ຮັບຜິດຊອບຂຶ້ນຕື່ມ ໃນລາຍລະອຽດວຽກຂອງຕົນຢ່າງຮອບດ້ານ ເພື່ອຮັບປະກັນເຮັດໃຫ້ການເປັນເຈົ້າພາບຂອງ ສປປ ລາວ ເວົ້າລວມ ແລະ ເວົ້າສະເພາະ ກະຊວງສຶກສາທິການ ແລະ ກິລາ ທີ່ເປັນເຈົ້າການໃນຄັ້ງນີ້ ໃຫ້ອອກມາຢ່າງມີຜົນສຳເລັດ ແລະ ຈົບງາມທຸກປະການ.
ໂດຍ: ສ.ສີປະເສີດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ