Skip to main content

“ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ

27/04/2026
ນາງ ອິນທິລາ ນິດສະຫວາດວົງສາ ສາມາດຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ປະຈຳສົກຮຽນ 2025-2026 ຈາກອັນດັບທີ 1 ຂັ້ນເມືອງຫາດຊາຍຟອງ ສູ່ອັນດັບທີ 1 ຂັ້ນນະຄອນຫຼວງວຽງຈັນ ແລະ ສຸດທ້າຍກ້າວສູ່ ອັນດັບທີ 1 ລະດັບຊາດ ໄດ້ຢ່າງພາກພູມໃຈ.
ໃນປີທີ່ຜ່ານມາ ນ້ອງຍັງສາມາດຄວ້າລາງວັນຊະນະເລີດອັນດັບ1 ດ້ານການແຕ້ມຮູບຂອງນັກຮຽນຊັ້ນມັດທະຍົມສຶກສາ ເປັນຕົວແທນຂອງ ສປປ ລາວ ໄປຮ່ວມວາງສະແດງຮູບແຕ້ມ ທີ່ໂຕກຽວ ປະເທດຍີ່ປຸ່ນ ຖືໄດ້ວ່ານ້ອງເປັນນັກຮຽນທີ່ມີຄວາມຮູ້ຄວາມສາມາດຫຼາຍດ້ານ ເປັນນັກຮຽນແບບຢ່າງທີ່ດີ.
ຕໍ່ກັບຜົນງານທີ່ພົ້ນເດັ່ນດັ່ງກ່າວນີ້ ທາງໂຮງຮຽນຫ້ອມສະຫວັນ ຂໍສະແດງຄວາມຍ້ອງຍໍຊົມເຊີຍເປັນຢ່າງຍິ່ງ ຕໍ່ຄວາມຕັ້ງໃຈສຶກສາຮ່ຳຮຽນ ຄວາມມານະອົດທົນຂອງນ້ອງນັກຮຽນ ແລະທີ່ສຳຄັນທີ່ຂາດບໍ່ໄດ້ ກໍຄືຄູອາຈານຜູ້ສິດສອນທຸກທ່ານ ໂດຍສະເພາະ ອຈ ຊາຍທອງ ບຸນຄ້ຳ ແລະ ອຈ ບຸນແປງ ຮຸ່ງແສງແກ້ວ ລວມທັງພໍ່ແມ່ຜູ້ປົກຄອງນັກຮຽນ ທີ່ໃຫ້ການຮ່ວມມືດ້ວຍດີຕະຫຼອດມາ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ