ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
27/04/2026

ນັກຮຽນຕົວແທນ ຈາກນະຄອນຫຼວງວຽງຈັນ ສາມາດສ້າງຜົນງານພົ້ນເດັ່ນ ຍາດໄດ້ລາງວັນຊະນະເລີດເຖິງ 5 ລາຍການ ຈາກຜົນງານຂອງນ້ອງນັກຮຽນໂຮງຮຽນມັດທະຍົມສຶກສາ (ມສ) ພອນສະຫວັນແຫ່ງຊາດ ເມືອງໄຊທານີ, ມສ ຫ້ອມສະຫວັນ ເມືອງຫາດຊາຍຟອງ ແລະ ໂຮງຮຽນສາມັນວິຣະຖາວອນ ເມືອງສີສັດຕະນາກ ສ່ວນລາງວັນອັນດັບທີ 2 ສອງລາຍການ ໄດ້ຈາກໂຮງຮຽນ ສິນໄຊ ເມືອງຈັນທະບູລີ ໃນການສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ປະຈຳສົກຮຽນ 2025-2026.
ພິທີສະຫຼຸບການສອບເສັງນັກຮຽນເກັ່ງ ລະດັບຊາດ ຊັ້ນ ມ.4 ແລະ ມ.7 ທົ່ວປະເທດ ປະຈຳສົກຮຽນ 2025-2026 ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 24 ເມສາ 2026 ພາຍຫຼັງໄດ້ດຳເນີນແຂ່ງຂັນມາແຕ່ວັນທີ 20 ເມສາ ຜ່ານມາ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຕ່າງໆຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ມະຫາວິທະຍາໄລແຫ່ງຊາດ, ສະຖາບັນ, ສູນ, ຜູ້ໃຫ້ການສະໜັບສະໜູນທັງພາກລັດ ແລະ ເອກະຊົນ, ພະນັກງານວິຊາການ, ຄູ-ອາຈານ, ນ້ອງນັກຮຽນເກັ່ງ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ການສອບເສັງແຂ່ງຂັນນັກຮຽນເກັັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈຳສົກຮຽນ 2025-2026 ແມ່ນຈັດສອບເສັງໃນ 4 ວິຊາຫຼັກ ຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ວິຊາເຄມີສາດ ລວມທັງການສອບເສັງ ຖາມ-ຕອບວິທະຍາສາດ ສຳລັບ ຊັ້ນ ມ.4 ແລະ ມ.7 ໂດຍມີນັກສອບເສັງທີ່ມາຈາກ ນະຄອນຫຼວງວຽງຈັນ ແລະ 17 ແຂວງ ລວມທັງໝົດ 288 ຄົນ, ຍິງ 165 ຄົນ. ໃນນີ້, ມີນັກສອບເສັງ ມ.7 ທີ່ເຄີຍເຂົ້າຮ່ວມ ສອບເສັງແຂ່ງຂັນລະດັບຊາດ ຂັ້ນ ມ.4 ໃນສົກຮຽນ 2022-2023 ຈາກ 13 ແຂວງ ແລະ ນະຄອນຫຼວງວຽງຈັນ, ຈໍານວນ 21 ຄົນ, ຍິງ 11 ຄົນ.
ການສອບເສັງຄັ້ງນີ້, ເປັນກິດຈະກຳບຸລິມະສິດທີ່ມີຄວາມສໍາຄັນ ແລະ ໄດ້ຈັດຕັ້ງປະຕິບັດທຸກສົກຮຽນ ເພື່ອວັດ ແລະ ປະເມີນຜົນ ຜົນສໍາເລັດດ້ານການສິດສອນຂອງຄູ ແລະ ຜົນການຮຽນຂອງນັກຮຽນ; ສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກ ດ້ານຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ; ສົ່ງເສີມ ແລະ ຊຸກຍູ້ຂະບວນການສອນດີ-ຮຽນເກັ່ງ ຢູ່ໃນໂຮງຮຽນມັດທະຍົມ ໃນຂອບເຂດທົ່ວປະເທດ ໃຫ້ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ ແລະ ໃຫ້ນັກຮຽນໄດ້ ມີຄວາມບຸກບືນ ແລະ ແຂ່ງຂັນກັນຮຽນຫຼາຍຂຶ້ນ. ນອກຈາກການສອບເສັງແລ້ວຍັງໄດ້ນໍາພານັກຮຽນໄປທັດສະນະສຶກສາ ສະຖານທີ່ປະຫັວດສາດ, ມູນເຊື້້ອວັດທະນະທໍາ ແລະ ໂຮງຮຽນມັດທະຍົມນານາຊາດນໍາອີກ.
ຜ່ານການແຂງຂັນຜົນປາກົດວ່າ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ທ້າວ ທິດຕາວັນ ແກ້ວມະຫາວົງສາ ມສ ຄໍາມ່ວນ-ກວາງບິ່ງ ແຂວງຄໍາມ່ວນ, ອັນດັບທີ 2 ນາງ ເພັດອານົງ ວົງສຸດໃຈ ໂຮງຮຽນສິນໄຊ ນະຄອນຫຼວງວຽງຈັນ
ແລະ ອັນດັບທີ 3 ນາງ ຍິ່ງລັກ ສີຫາຈັກ ມສ ຈຸງເຕັກ ແຂວງສະຫວັນນະເຂດ; ວິຊາຄະນິດສາດ ອັນດັບທີ 1 ນາງ ຟ້າໃສ ທໍາມະໂກດ ມສ ທ່າໂທມ ແຂວງໄຊສົມບູນ, ອັນດັບທີ 2 ນາງ ອິນທິດາ ໄຊຍະສຸກ ມສ ສິນໄຊ ນະຄອນຫຼວງວຽງຈັນ ແລະ ອັນດັບທີ 3 ທ້າວ ອາລີຊົ່ງ ເຍ່ຍຕູ້ ມ.ຕົ້ນ ເທບປັນຍາ ແຂວງຫຼວງພະບາງ ແລະ ທ້າວ ເລືອງມະໂນ ສຸນີໄຊ ມສ ສາມັນມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ; ວິຊາຟີຊິກສາດ ອັນດັບທີ 1 ນາງ ທິບສະຫວັນ ຍອຍສາຍຄໍາ ມສ ສາມັນພອນສະຫວັນຊົນເຜົ່າແຫ່ງຊາດນະຄອນຫຼວງວຽງຈັນ, ອັນດັບທີ 2 ນາງ ແອນນີ ອ່ອນນາລີ ມສ ເອສໂອເອສປາກເຊ ແຂວງຈໍາປາສັກ ແລະ ອັນດັບທີ 3 ນາງ ຈິນດາວັນ ສຸຂະເສີມ ມສ ນາຄ່ອນ ແຂວງຊຽງຂວາງ; ວິຊາເຄມີສາດ
ອັນດັບທີ 1 ທ້າວ ວຽງທອງ ວໍລະຈິດ ມສ ວິຣະຖາວອນ ນະຄອນຫຼວງວຽງຈັນ, ອັນດັບທີ 2 ທ້າວ ໄຊຊະນະ ກອງສົມບັດ ມ.ຕົ້ນ ໂພສີ ແຂວງບໍລິຄໍາໄຊ
ແລະ ອັນດັບທີ 3 ນາງ ແອ່ນນິຕ່າ ໄຊສື ມສ ປາດຖະໜາ ນະຄອນຫຼວງວຽງຈັນ
ສ່ວນຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ອິນທະລາ ນິດສະຫວາດວົງສາ ມສ ຫ້ອມສະຫວັນ ນະຄອນຫຼວງວຽງຈັນ, ອັນດັບທີ 2 ອາລີ່ ພິລາວັນ ມສ ພູວຽງ ແຂວງຊຽງຂວາງ ແລະ ອັນດັບທີ 3 ທ້າວ ທິບນາກອນ ບຸບຜາວົງ ມ.ປາຍ ພອນສະຫວັນ ແຂວງຈໍາປາສັກ; ວິຊາຄະນິດສາດ ອັນດັບທີ 1 ທ້າວ ຫວັງລີເຮີ ມສ ສາມັນພອນສະຫວັນ ແຫ່ງຊາດ ນະຄອນຫຼວງວຽງຈັນ, ອັນດັບທີ 2 ທ້າວ ແກ້ວອາທິດ ເປົ້າຊືມົວ ມສ ສາມັນພອນສະຫວັນແຫ່ງຊາດ ນະຄອນຫຼວງວຽງຈັນ
ແລະ ອັນດັບທີ 3 ທ້າວ ເລົ່າທໍ່ ມສ ນໍ້າຖ້ວມ ແຂວງຫຼວງພະບາງ; ວິຊາຟີຊິກສາດ ອັນດັບທີ 1 ທ້າວ ເພັດນໍາໂຊກ ສຸວັນມະນີ ມສ ຄໍາມ່ວນ-ກວາງບິ່ງ ແຂວງຄໍາມ່ວນ, ອັນດັບທີ 2 ນາງ ວິພານີ ວັນນະວົງ ມສ ຫົວສຽວ ແຂວງຈໍາປາສັກ ແລະ ອັນດັບທີ 3 ມີລິນ ເກດສຸຍາ ມປ ທ່າແຂກ ແຂວງຄໍາມ່ວນ; ວິຊາເຄມີສາດ ອັນດັບທີ 1 ນາງ ມະນີລິນ ໄຊທອງປານ ມສ ສາມັນພອນສະຫວັນແຫ່ງຊາດ ນະຄອນຫຼວງວຽງຈັນ, ອັນດັບທີ 2 ນາງ ເພັນສຸດາ ບຸນຕາ ມສ ສາມັນພອນສະຫວັນ ແຫ່ງຊາດ ນະຄອນຫຼວງວຽງຈັນ ແລະ ອັນດັບທີ 3 ທ້າວ ສຸດທະພິມ ພິມມະສອນ ມສ ໂພນສະຫວັນ ແຂວງຊຽງຂວາງ
ຂະນະທີ່ຜົນການແຂ່ງຂັນຖາມ-ຕອບວິທະຍາສາດ ອັນດັບທີ 1 ແຂວງບໍ່ແກ້ວ, ອັນດັບທີ 2 ແຂວງຫຼວງນໍ້າທາ, ອັນດັບທີ 3 ແຂວງຈຳປາສັກ ແລະ ອັນດັບທີ 4 ແຂວງສະຫວັນນະເຂດ.
ສໍາລັບລາງວັນເປັນບຸກຄົນ ລາຍວິຊາ ອັນດັບທີ 1 ໄດ້ຮັບຫຼຽນຄໍາ, ໃບຍ້ອງຍໍ ແລະ ເງິນລາງວັນ ຈໍານວນ 13 ລ້ານກີບ; ອັນດັບທີ 2 ໄດ້ຮັບຫຼຽນເງິນ, ຍ້ອງຍໍ ແລະ ເງິນລາງວັນຈໍານວນ 9 ລ້ານກີບ ແລະ ອັນດັບທີ 3 ໄດ້ຮັບຫຼຽນທອງ, ໃບຍ້ອງຍໍ ແລະ ເງິນລາງວັນ ຈໍານວນ 7 ລ້ານ 5 ແສນກີບ ແລະ ລາງວັນຊົມເຊີຍ ຈໍານວນ 40 ຄົນ, ຍິງ 22 ຄົນ ໄດ້ຮັບເງິນລາງວັນຜູ້ລະ 1 ລ້ານກີບ ພ້ອມດ້ວຍໃບຊົມເຊີຍຂັ້ນກົມສາມັນສຶກສາ. ສ່ວນລາງວັນແຂ່ງຂັນຖາມ-ຕອບວິທະຍາສາດ ອັນດັບທີ 1 ໄດ້ຮັບເງິນລາງວັນຈໍານວນ 7 ລ້ານກິບ, ອັນດັບທີ 2 ໄດ້ຮັບເງິນລາງວັນຈໍານວນ 5 ລ້ານ 5 ແສນກີບ, ອັນດັບທີ 3 ໄດ້ຮັບເງິນລາງວັນ ຈໍານວນ 3 ລ້ານ 5 ແສນກີບ ແລະ ລາງວັນຊົມເຊີຍໄດ້ເງິນລາງວັນ 2 ລ້ານກີບ.
ໃນພິທີຍັງ ໄດ້ມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນທີ່ໄດ້ປະກອບສ່ວນໃຫ້ການສະໜັບສະໜູນ ເປັນຕົ້ນແມ່ນບັນດາຜູ້ປະກອບການ ບຸກຄົນ ແລະ ນິຕິບຸກຄົນ, ບັນດາບໍລິສັດທັງພາກລັດ ແລະ ເອກະຊົນ, ມູນນິທິການສຶກສາ, ທະນາຄານ ແລະ ພາກສ່ວນອື່ນໆ ລວມມູນຄ່າ 2.6 ຕື້ກວ່າກີບ ແລະ ມອບໃບຢັ້ງຢືນໃຫຄູນໍາພາ ນັກຮຽນ ເຂົ້າຮ່ວມການສອບເສັງແຂ່ງຂັນນັກຮຽນ ລະດັບຊາດ ເກັ່ງສົກຮຽນ 2025-2026 ອີກດ້ວຍ.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ

















