Skip to main content

ຮອງລັດຖະມົນຕີ ປກສ ພົບປະໂອ້ລົມນັກກິລາກະຕໍ້, ເປຕັງ ແລະ ເທຄວັນໂດ

20/11/2025

ໃນຕອນບ່າຍຂອງວັນທີ 20 ພະຈິກ 2025 ນີ້, ທ່ານ ພົຈວ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ໄດ້ລົງພົບປະໂອ້ລົມຊຸກຍູ້ ແລະ ໃຫ້ກໍາລັງໃຈແກ່ຄູຝຶກ ແລະ ນັກກິລາກະຕໍ້, ເປຕັງ ແລະ ກິລາເທຄວັນໂດ ທີ່ເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ຢູ່ທີ່ສະໜາມແຂ່ງຂັນກິລາມະຫາວິທະຍາໄລແຫ່ງຊາດ.

ໃນໂອກາດນີ້, ພັອ ພອນເພັດ ແສງສິລິຈັນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ທັງເປັນຮອງຫົວໜ້າກອງເລຂາ ຄະນະຮັບຜິດຊອບກິລາກະຊວງ ປກສ ໄດ້ລາຍງານສະພາບການທົ່ວໄປກ່ຽວກັບຄູຝຶກ, ນັກກິລາ ແລະ ການເຄື່ອນໄຫວແຂ່ງຂັນຂອງທັບນັກກິລາທັງ 3 ປະເພດ ໃຫ້ທ່ານຮອງລັດຖະມົນຕີກະຊວງ ປກສ ໄດ້ຮັບຊາບ. ໃນນີ້, ກິລາກະຕໍ້ແມ່ນສາມາດຍາດໄດ້ 1 ຫຼຽນຄໍາຈາກປະເພດທີມຊາຍ 4 ຄົນ ແລະ 1 ຫຼຽນທອງຈາກປະເພດຄູ່ຊຸດຊາຍ, ກິລາເປຕັງໄດ້ 1 ຫຼຽນຄໍາຈາກປະເພດດ່ຽວຍິງ, 1 ຫຼຽນເງິນໃນປະເພດຄູ່ຊາຍ ແລະ 1 ຫຼຽນທອງໃນປະເພດຊຸດຕິ້ງ-ຍິງ, ສ່ວນກິລາເທຄວັນໂດແມ່ນໄດ້ 1 ຫຼຽນຄໍາຈາກປະເພດປຸ່ມເຊຟ້ອນທີມຊາຍ 3 ຄົນ, 1 ຫຼຽນເງິນໃນປະເພດປຸ່ມເຊຟ້ອນດ່ຽວຍິງ ແລະ 1 ຫຼຽນທອງໃນປະເພດຕໍ່ສູ້ຍິງ ຮຸ່ນ 43 ກິໂລ, ສໍາລັບທັບນັກກິລາທັງ 3 ພາກສ່ວນນີ້ຍັງຈະໄດ້ມີການສືບຕໍ່ແຂ່ງຂັນອີກຫຼາຍລາຍການ.

ໃນໂອກາດດຽວກັນ, ທ່ານ ພົຈວ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງ ປກສ ກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ຄູຝືກ ແລະ ນັກກິລາ ທັງ 3 ປະເພດ ທີ່ສຸມທຸກແຮງກາຍແຮງໃຈ ແລະ ສາມາດຍາດໄດ້ຜົນສໍາເລັດໃນເບື້ອງຕົ້ນຂອງການແຂ່ງຂັນ ໂດຍສະເພາະແມ່ນສາມາດຍາດໄດ້ຫຼຽນຄໍາໃນແຕ່ລະປະເພດກິລາມາສູ່ທີມ ກໍ່ຄືມາສູ່ກະຊວງ ປກສ ຢ່າງສົມກຽດ ພ້ອມທັງໄດ້ກ່າວໃຫ້ກໍາລັງໃຈກະຕຸກຊຸກຍູ້ນັກກິລາທຸກຄົນຈົ່ງສືບຕໍ່ສ້າງຜົນງານໃຫ້ດີຂື້ນໃນການແຂ່ງຂັນໃນລາຍການຕໍ່ໄປຂອງທັງ 3 ປະເພດກິລາ.

ພ້ອມນີ້, ທ່ານ ພົຈວ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງ ປກສ ຍັງໄດ້ມອບເຄື່ອງດື່ມຈໍານວນໜຶ່ງ ໃຫ້ກັບຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາ ເພື່ອນໍາໃຊ້ເຂົ້າໃນການແຂ່ງຂັນ ແລະ ໃຫ້ກຽດເຂົ້າຮ່ວມຮັບຊົມການແຂ່ງຂັນກິລາກະຕໍ້, ມວຍເທຄັວນໂດ ແລະ ກິລາເປຕັງຕື່ມອີກ.