ຄໍາມ່ວນ ບຽດຊະນະ ນະຄອນຫຼວງ ຫວຸດຫວິດ 1-0 ຄວ້າຫຼຽນຄຳ ບານເຕະຊາຍ ງານກິລາແຫ່ງຊາດສະໄໝທີ 2 ມາຄອງຢ່າງຍິ່ງໃຫຍ່

ການແຂ່ງຂັນກິລາບານເຕະຊາຍ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຮອບຊີງຊະນະເລີດ ເປັນການໂຄຈອນມາພົບກັບຂອງສອງທີມຕົວເຕັງຢ່າງ ທີມແຂວງຄໍາມ່ວນ ແລະ ເຈົ້າພາບ ນະຄອນຫຼວງວຽງຈັນ ໃນວັນທີ 24 ພະຈິກ 2025 ຢູ່ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ຊຶ່ງເກມນີ້ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຮ່ວມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາການນຳຂັ້ນສູນກາງ, ການນໍາຂັ້ນແຂວງ, ຄະນະນໍາ, ຄູຝຶກ, ນັກກິລາ ພ້ອມດ້ວຍມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.
ພາຍຫຼັງສຽງໝາກຫວີດຂອງກໍາມະການດັງຂຶ້ນ, ເລີ່ມເຂົ້າສູ່ການແຂ່ງຂັນ ນັກກິລາທັງສອງທີມ ກໍໄດ້ສຸມພະລະກໍາລັງ, ເຕັກນິກ ແລະ ຄວາມສາມາດຂອງຕົນເອງ ເຂົ້າໃນເກມການແຂ່ງຂັນ ເພື່ອຫວັງຈະຍິງປະຕູຂອງທີມກົງກັນຂ້າມຂຶ້ນນຳໄປກ່ອນໃຫ້ໄດ້, ແຕ່ກໍ່ບໍ່ງ່າຍຢ່າງດັ່ງທີ່ຄິດ ເພາະນັກກິລາຂອງແຕ່ລະທີມ ແລະ ຜູ້ຮັກສາປະຕູ ກໍພະຍາຍາມຢ່າງສຸດຂີດ ໃນການປ້ອງກັນປະຕູຕົນເອງເຊັ່ນກັນ, ການແຂ່ງຂັນຜ່ານໄປເຄິ່ງເວລາທຳອິດ ຍັງບໍ່ມີທີມໃດສາມາດຍິງປະຕູຂຶ້ນນຳກ່ອນໄດ້ ເຮັດໃຫ້ຈົບເຄິ່ງເວລາທຳອິດ ຍັງສະເໝີກັນຢູ່ 0-0.
ເລີ່ມເກມເຄິ່ງເວລາທີ 2 ໄດ້ບໍ່ຮອດ 10 ກວ່ານາທີ ຫຼື ນາທີ 59 ກາຍເປັນແຂວງຄຳມ່ວນ ສາມາດຍິງປະຕູຂຶ້ນນໍາກ່ອນ 1-0 ຈາກການຍິງຂອງ ນັກກິລາໝາຍເລກ 15 ນະລິນ ຫຼວງສີສົມບັດ. ຈາກນັ້ນ ຄວາມກົດດັນກໍໄດ້ໂຍນໄປຢູ່ທີ່ທີມ ເຈົ້າພາບ ນະຄອນຫຼວງວຽງຈັນ ແລະ ທີມເຈົ້າພາບ ກໍໄດ້ສຸມໃສ່ໃນເກມການແຂ່ງຂັນຢ່າງສຸດຄວາມສາມາດ ເພື່ອຫວັງຍິງປະຕູຕີສະເໜີໃຫ້ໄດ້, ແຕ່ຄວາມພະຍາຍາມນັ້ນກໍບໍ່ເປັນຜົນ ເຮັດໃຫ້ຈົບເວລາ 90 ນາທີ ແຂວງຄຳມ່ວນ ສາມາດບຽດເອົາຊະນະ ນະຄອນຫຼວງວຽງຈັນ ໄປໄດ້ແບບຫວຸດຫວິດ 1-0 ປະຕູ ຄວ້າຫຼຽນຄຳ ໄປຄອງໄດ້ສຳເລັດ ແລະ ເປັນສະໄໝທີ 2 ຕໍ່ຈາກປີ 2014 ທີ່ແຂວງອຸດົມໄຊ ເປັນເຈົ້າພາບ. ສ່ວນນະຄອນຫຼວງວຽງຈັນ ຄວ້າຫຼຽນເງິນ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຫຼຽນທອງ.
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026




