ຮອງລັດຖະມົນຕີ ສສກ ເນັ້ນໃຫ້ທັບນັກກິລາກັອບລາວ ຍົກສູງຈິດໃຈຊາດ ສ້າງຜົນງານພົ້ນເດັ່ນ ໃນຊີເກມ ຄັ້ງທີ 33
08/12/2025

ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ເນັ້ນໜັກໃຫ້ທັບນັກກິລາກັອບທີມຊາດລາວ ຈົ່ງພ້ອມກັນເອກອ້າງທະນົງໃຈຄວາມເປັນຊາດລາວ ພ້ອມກັນສູ້ຊົນຢ່າງສຸດຄວາມສາມາດ ເພື່ອສ້າງຜົນງານອັນຍິ່ງໃຫຍ່ ຍາດໃຫ້ໄດ້ຫຼຽນ ແລະ ຍົກສູງຖານະບົດບາດຂອງສປປ ລາວ ໃນງານມະຫະກຳກິລາຊີເກມ ຄັ້ງທີ 33 ຈະເປີດສາກຂຶ້ນ ໃນວັນທີ 9 ທັນວາ 2025 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ເພື່ອນຳເອົາຂອງຂວັນອັນລໍ້າຄ່າມາໃຫ້ແກ່ພໍ່ແມ່ປະຊາຊົນລາວ ແລະ ເພື່ອຂໍ່ານັບຊົມເຊີຍ 3 ວັນປະຫວັດສາດຂອງຊາດລາວເຮົາທີ່ຫາກໍຜ່ານພົ້ນໄປເມື່ອບໍ່ດົນມານີ້ ຢ່າງສະຫງ່າງາມ.
ພິທີພົບປະໂອ້ລົມທັບນັກກິລາກັອບລາວ ເພື່ອກຽມຄວາມຮ່ວມງານກິລາຊີເກມ ຄັ້ງທີ 33 ຈັດຂຶ້ນ ໃນວັນທີ 5 ທັນວາ ຜ່ານມາ ທີ່ກະຊວງ ສສກ (ຂ້າງສະໜາມກິລາເຈົ້າອານຸວົງ) ໂດຍໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຮສ.ປອ ກອງສີ ແສງມະນີ ປະທານສະຫະພັນກັອບແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ, ຄະນະຄູຝຶກ, ນັກກິລາ, ຜູ້ປົກຄອງນັກກິລາ ແລະ ສື່ມວນຊົນບາງພາກສ່ວນເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮສ.ປອ ກອງສີ ແສງມະນີ ລາຍງານໃຫ້ຮູ້ວ່າ: ສຳລັບນັກກິລາກັອບທີມຊາດລາວ ທີ່ຈະເຂົ້າຮ່ວມການແຂ່ງຂັນງານມະຫະກຳກິລາຊີເກມ ຄັ້ງທີ 33 ຈັດຂຶ້ນ ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ມາຮອດປັດຈຸບັນແມ່ນມີຄວາມພ້ອມເຕັມຮ້ອຍເປີເຊັນແລ້ວ ທາງດ້ານກຳລັງກາຍ ແລະ ກຳລັງໃຈ ຕະຫຼອດຮອດວັດຖຸອຸປະກອນ ກໍກຽມພ້ອມແລ້ວ ຊຶ່ງນັກກິລາກັອບທີ່ໄດ້ຕາງໜ້າໃຫ້ແກ່ປະເທດຊາດຊຸດນີ້ ແມ່ນສາມາດຄັດເລືອກໄດ້ຈາກການເຄື່ອນໄຫວຜ່ານມາ 3 ຄັ້ງ ນອກຈາກນັ້ນ ກໍຍັງສາມາດຄັດເລືອກໄດ້ນັກຮຽນ-ນັກສຶກສາ ທີ່ຮຽນກິລາກັອບສະເພາະອີກ 4 ຄົນ ທີ່ມາຈາກຕ່າງປະເທດ, ໃນນັ້ນ ມີລູກຫຼານຂອງຊາວແຂວງຊຽງຂວາງ ເປັນຍິງ 3 ຄົນ ແລະ ລູກຫຼານຊາວແຂວງຄຳມ່ວນ ຊາຍ 1 ຄົນ ຊຶ່ງວັນທີ 6 ທັນວາ 2025 ມື້ອອກເດີນທາງ ຈາກນັ້ນ ທາງຄະນະນຳ ກໍຈະເດີນທາງໄປຕິດຕາມການເຄື່ອນໄຫວແຂ່ງຂັນແມ່ນວັນທີ 8 ທັນວາ 2025 ຫວັງຢ່າງຍິ່ງວ່າການປະກອບສ່ວນໃນຄັ້ງນີ້ ຈະມີບົດບາດທີ່ດີຂຶ້ນຕື່ມ.
ໂອກາດດຽວກັນ, ທ່ານ ກິ່ງມະໂນ ພົມມະຫາໄຊ ກໍໄດ້ກະຕຸ້ນໃຫ້ຄະນະນຳ, ຄູຝຶກ ແລະ ນັກກິລາ ຈົ່ງພ້ອມກັນເອກອ້າງທະນົງໃຈຄວາມເປັນຊາດລາວ ໂດຍສະເພາະນັກກິລາຂໍໃຫ້ມີຄວາມເຄົາລົບຕໍ່ການຈັດຕັ້ງໃຫ້ມີລະບຽບວິໄນໃນຕົວຢ່າງເຂັ້ມງວດ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນໜາແໜ້ນ, ມີຄວາມເຊື່ອໝັ້ນໃນຕົວເອງສູງ ແລະ ຍຶດຖືຄວາມເປັນສະປິລິດໃນຕົວ, ເສີມຂະຫຍາຍມູນເຊື້ອທາງປະເພນີ-ວັດທະນະທຳຂອງຊາດລາວ ກັບບັນດານັກກິລາໃນຊາດອາຊຽນ ສະນັ້ນ ຂໍຝາກໄວ້ກັບຄະນະນຳ, ຄູຝຶກ ແລະ ນັກກິລາກັອບໃນຊຸດນີ້ ຈົ່ງພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອສ້າງຜົນງານອັນຍິ່ງໃຫຍ່ກວ່າເກົ່າຍົກສູງຖານະບົດບາດຂອງສປປ ລາວ ໃນເວທີກິລາຊີເກມຄັ້ງນີ້ ກໍຄື ໃນເວທີພາກພື້ນ ແລະ ສາກົນ ຫວັງຢ່າງຍິ່ງວ່າ ນັກກິລາກັອບລາວໃນຊຸດນີ້ ຈະນຳເອົາຂອງຂວັນອັນລໍ້າຄ່າມາໃຫ້ແກ່ຊາວໜຸ່ມລາວທັງຊາດ ແລະ ເພື່ອເປັນການຂໍ່ານັບຊົມເຊີຍ 3 ວັນປະຫວັດສາດຂອງຊາດລາວເຮົາທີ່ຫາກໍຜ່ານພົ້ນໄປເມື່ອບໍ່ດົນມານີ້ ຢ່າງສົມກຽດ ແລະ ມີໄຊສະຫງ່າງາມ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026



