ສປ ຈີນ ຊ່ວຍເຫຼືອເຄື່ອງກິລາຫຼາຍລາຍການ ມູນຄ່າ 1.5 ຕື້ກີບ ສົ່ງເສີມການພັດທະນາກິລາລາວ
09/12/2025

ກົມກິລາແຂວງຢຸນນານ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ໃຫ້ການສະໜັບສະໜູນຊ່ວຍເຫຼືອເຄື່ອງກິລາຫຼາຍລາຍການ ລວມມູນຄ່າ 1,565,502,326 ກີບ ຫຼື ຈຳນວນ 510,400 ຢວນ (ສະກຸນເງິນຈີນ) ສົ່ງເສີມການພັດທະນາວົງການກິລາລາວ ເພື່ອກ້າວສູ່ຜົນສຳເລັດມນການເຂົ້າຮ່ວມແຂ່ງຂັນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນຕໍ່ໜ້າ.
ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ຈັດຂຶ້ນເມື່ອວັນທີ 6 ທັນວາ 2025 ທີ່ຫ້ອງການຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ໂດຍເປັນການກ່າວມອບຂອງທ່ານ ເຈິ່ງສຸນ ແລະ ຕາງໜ້າກ່າວຮັບໂດຍທ່ານ ແສງພອນ ພົນອາມາດ ຮອງປະທານ – ເລຂາທິການ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ມີທ່ານ ສົມພູ ພົງສາ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ຄອລ, ຄະນະນຳສະຫະພັນ ແລະ ນັກກິລາຜູ້ມີຜົນງານດີເດັ່ນສາມາດຍາດໄດ້ຫຼຽນຄຳ ງານຕ່າງໆຜ່ານມາເຂົ້າຮ່ວມເປັນສັກຂີພິຍານ.
ໃນການຊ່ວຍເຫຼືອຂອງກົມກິລາແຂວງຢຸນນານ ສປ ຈີນ ເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງກົມກິລາແຂວງຢຸນນານ ກັບ ຄະນະກຳມະການໂອແລມປິກແຫ່ງຊາດລາວ. ຊຶ່ງຈະເປັນກຳລັງສຳຄັນໃນການຍົກລະດັບການພັດທະນາວົງການກິລາຂອງ ໃຫ້ກ້າວນັບມື້ເຕີບຂະຫຍາຍຕົວ ກ້າວໄປສູ່ຄວາມເຂັ້ມແຂງ ແລະ ຍືນຍົງຕໍ່ໄປ ເວົ້າສະເພາະແມ່ນກ້າວສູ່ຜົນສຳເລັດລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນອະນາຄົດ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມ ເຫັນດີປັບປຸງ TOR ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
- ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22
- ອາຊຽນ-ຍີ່ປຸ່ນ ຮ່ວມຫາລືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
- ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026
- ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ
- ຫຼານນ້ອຍ ເບ ສະຫວັນ ແຊ໋ມບານເຕະນານາຊາດ ທີ່ ສສ ຫວຽດນາມ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງເດີນທາງກັບເຖິງແຜ່ນດິນເກີດ

