ສະໜາມເປີດ-ປິດ ແລະ ສະໜາມແຂ່ງຂັນຕ່າງໆ ຮອງຮັບງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ມີຄວາມພ້ອມເກືອບຮອບດ້ານແລ້ວ
09/12/2025

ໃນວັນທີ 6 ທັນວາ 2025 ຜ່ານມາ, ຄະນະກຳມະການຈັດການແຂ່ງຂັນ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ນໍາໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈຳພັກນະຄອນຫຼວງ, ເລຂາພັກເມືອງໄຊເຊດຖາ, ຜູ້ປະຈຳການກອງເລຂາ ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າກຳມະການ ແລະ ອະນຸກຳມະການຝ່າຍຕ່າງໆ ໄດ້ລົງຕິດຕາມກວດກາເບິ່ງຄວາມພ້ອມຂອງສະໜາມທີ່ຈະນຳໃຊ້ເຂົ້າໃນພິທີເປີດ-ປິດ ແລະ ສະໜາມແຂ່ງຂັນ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV.
ທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຫົວໜ້າກຳມະການພິທີເປີດ-ປິດ ລາຍງານໃຫ້ຮູ້ວ່າ: ມາເຖິງປັດຈຸບັນນີ້ ການຫ້າງຫາກະກຽມວຽກຕ່າງໆ ຖືວ່າຄືບໜ້າໄປຫຼາຍແລ້ວ ໂດຍສະເພາະສະໜາມໃຊ້ເຂົ້າໃນພິທີເປີດ-ປິດ ຊຶ່ງກຳນົດເອົາຫ້ອງປະຊຸມໃຫຍ່ ສະໂມສອນ ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ມີຄວາມພ້ອມເກືອບຮອບດ້ານແລ້ວ ຍັງຄົງຄ້າງແຕ່ວຽກປະດັບປະດາເວທີ ແລະ ຕິດຕັ້ງອຸປະກອນສຽງ-ສີ-ສຽງ ເທົ່ານັ້ນ. ສ່ວນສະໜາມແຂ່ງຂັນກິລາປະເພດຕ່າງໆ ຊຶ່ງຫຼັກໆກໍແມ່ນຈະຈັດຢູ່ໃນບໍລິເວນເຂດ ມຊ ຍົກເວັ້ນແຕ່ກິລາລອຍນ້ຳ ປະເພດດຽວທີ່ຈະໄປຈັດຢູ່ສະໜາມກິລາແຫ່ງຊາດ (ຫຼັກ 16).
ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຈະຈັດຂຶ້ນໃນລະຫວ່າງວັນທີ 14-19 ທັນວາ 2025 ນີ້ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ.
ຂ່າວຫຼ້າສຸດ
- ຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມ ເຫັນດີປັບປຸງ TOR ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
- ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22
- ອາຊຽນ-ຍີ່ປຸ່ນ ຮ່ວມຫາລືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
- ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026
- ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ
- ຫຼານນ້ອຍ ເບ ສະຫວັນ ແຊ໋ມບານເຕະນານາຊາດ ທີ່ ສສ ຫວຽດນາມ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງເດີນທາງກັບເຖິງແຜ່ນດິນເກີດ


