Skip to main content

ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ

11/06/2026
ໃນວັນທີ 10 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງມາເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງຈຳປາສັກ ເຊິ່ງໃຫ້ກຽດຕ້ອນຮັບ ຢູ່ທີ່ສະໜາມບິນສາກົນປາກເຊ ໂດຍມີ ສະຫາຍ ປອ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ສະຫາຍ ປອ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະປະຈຳພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດເຄື່ອນໄຫວວຽກງານຄັ້ງນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ໃຫ້ກຽດຮ່ວມປູກຕົ້ນໄມ້ ຢູ່ທີ່ສະໜາມແດງ ບ້ານໂພນກຸງ ນະຄອນປາກເຊ ເພື່ອເປັນການປຸກລະດົມຂົນຂວາຍ ໃຫ້ທົ່ວປວງຊົນໄດ້ເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ກໍຄືສິ່ງແວດລ້ອມທຳມະຊາດ ໃຫ້ມີຄວາມອຸດົມສົມບູນ ຕາມທິດສີຂຽວ ແລະ ຍືນຍົງ. ທັງນີ້, ກໍເພື່ອເປັນການສ້າງຈິດສຳນຶກ ໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນຂອງຊາດ ໃຫ້ມີສະຕິຕື່ນຕົວຮັກ ແລະ ຫວງແຫນປ່າໄມ້ ກໍຄືຊັບພະຍາກອນທຳມະຊາດ ເນື່ອງຈາກປ່າໄມ້ມີຄວາມສຳຄັນຢ່າງຍິ່ງ ໃນການປົກປັກຮັກສາດິນ, ແຫຼ່ງນ້ຳ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ ຕະຫຼອດຮອດການປ້ອງກັນການປ່ຽນແປງຂອງດິນຟ້າອາກາດ ເຊິ່ງເປັນບົດບາດສຳຄັນທີ່ມະນຸດເຮົາບໍ່ສາມາດສ້າງຂຶ້ນມາທົດແທນໄດ້.
ພ້ອມດຽວກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ໃຫ້ກຽດມອບຂອງຂວັນໃຫ້ແກ່ນ້ອງໆນັກຮຽນ ເພື່ອເປັນການສ້າງຂວັນ ແລະ ກຳລັງໃຈໃຫ້ແກ່ການສຶກສາຂອງເຍົາວະຊົນໃນທ້ອງຖິ່ນຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ