ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
11/06/2026

ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2026, ທ່ານ ປອ ພູວົງ ອະໄພ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານສະພາປະຊາຊົນປະຈຳເມືອງປະທຸມພອນ ພ້ອມດ້ວຍຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນວຍການໂຮງຮຽນ ແລະ ຄູ-ອາຈານ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊີ້ນຳການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ສົກຮຽນ 2025-2026 ຢ່າງໃກ້ຊິດ ຢູ່ທີ່ສູນສອບເສັງໂຮງຮຽນມັດທະຍົມສົມບູນ (ມສ) ປະທຸມພອນ ເມືອງປະທຸມພອນ ແຂວງຈຳປາສັກ.
ສຳລັບການສອບເສັງຈົບຊັ້ນ ມ.4 ທົ່ວເມືອງປະທຸມພອນ ໃນປີນີ້ ໄດ້ແບ່ງອອກເປັນ 3 ສູນສອບເສັງ ລວມມີ 17 ຫ້ອງສອບ ແລະ ມີນັກສອບເສັງທັງໝົດ 325 ຄົນ ຍິງ 187 ຄົນ. ໃນນີ້, ສູນ ມສ ປະທຸມພອນ ມີນັກສອບເສັງ 143 ຄົນ ຍິງ 79 ຄົນ, ແບ່ງເປັນ 7 ຫ້ອງສອບ (ຂາດສອບ 1 ຄົນ). ສູນນີ້ໄດ້ລວມເອົານັກຮຽນຈາກ 4 ໂຮງຮຽນ ຄື: ມສ ປະທຸມພອນ, ມສ ດອນແດງ, ມສ 48 ແລະ ມສ ບ້ານບຸ່ນ; ສູນ ມສ ບັງລຽງ ມີນັກສອບເສັງ 111 ຄົນ ຍິງ 69 ຄົນ, ແບ່ງເປັນ 6 ຫ້ອງສອບ (ຂາດສອບ 1 ຄົນ, ຍິງ 1 ຄົນ); ສູນ ມສ ແກແລ ມີນັກສອບເສັງ 71 ຄົນ ຍິງ 39 ຄົນ, ແບ່ງເປັນ 4 ຫ້ອງສອບ (ຂາດສອບ 2 ຄົນ).
ການສອບເສັງຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນເຕັມ ລະຫວ່າງວັນທີ 10-12 ມິຖຸນາ 2026 ໂດຍມີການສອບເສັງທັງໝົດ 5 ວິຊາຫຼັກ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ພາສາອັງກິດ. ໃນມື້ເປີດສາກການສອບເສັງວັນທຳອິດ ໄດ້ເລີ່ມຕົ້ນດ້ວຍວິຊາພາສາລາວ-ວັນນະຄະດີ ໂດຍກຳນົດເວລາ 2 ຊົ່ວໂມງເຕັມໃນພາກເຊົ້າ (9:00 – 11:00 ນາທີ) ແລະ ສືບຕໍ່ໃນພາກບ່າຍ (14:00 – 15:00 ນາທີ). ບັນຍາກາດໂດຍລວມແມ່ນເຕັມໄປດ້ວຍຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປະຕິບັດຕາມກົດລະບຽບການສອບເສັງຢ່າງເຂັ້ມງວດ.
ໃນໂອກາດດັ່ງກ່າວ, ທ່ານ ປອ ພູວົງ ອະໄພ ໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະກຳມະການທຸກພາກສ່ວນ, ໂດຍສະເພາະແມ່ນກຳມະການຍາມຫ້ອງສອບເສັງ ຕ້ອງເພີ່ມທະວີຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ, ປະຕິບັດໜ້າທີ່ດ້ວຍຄວາມທ່ຽງທຳ, ໂປ່ງໃສ ແລະ ປາສະຈາກການທຸຈະລິດໃນທຸກຮູບແບບ ເພື່ອໃຫ້ຜົນການສອບເສັງສະທ້ອນເຖິງຄຸນນະພາບ ແລະ ຂີດຄວາມສາມາດທີ່ແທ້ຈິງຂອງນັກຮຽນ.
ການສອບເສັງຈົບຊັ້ນ ມ.4 ໃນສົກຮຽນ 2025-2026 ນີ້ ບໍ່ພຽງແຕ່ເປັນການສະຫຼຸບໝາກຜົນການຮຽນ-ການສອນໃນສົກຮຽນຜ່ານມາເທົ່ານັ້ນ, ແຕ່ມັນຍັງຄືເຄື່ອງມືວັດແທກຍຸດທະສາດທີ່ສຳຄັນ ເພື່ອເປັນຂໍ້ມູນຫຼັກຖານໃນການວາງແຜນພັດທະນາ, ປັບປຸງຫຼັກສູດ ແລະ ຍຸດທະສາດການຈັດການຮຽນ-ການສອນ ໃນສົກຮຽນຕໍ່ໜ້າ (2026-2027) ໃຫ້ມີປະສິດທິພາບສູງຂຶ້ນ.
ຂ່າວ-ພາບໂດຍ: ຂາວພອນ ມ້າວຄຳຜິວ














