Skip to main content

ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ

11/06/2026
ໃນວັນທີ 10 ມິຖຸນາ 2026, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊີ້ນຳການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ບັນດາສູນສອບເສັງໃນນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ສູນສອບເສັງ ມສ ສາລະຄຳ, ມສ ເຄເອັນຊີ (KNC) ເມືອງຫາດຊາຍຟອງ ແລະ ໂຮງຮຽນມັດທະຍົມຕອນປາຍສົງ ໂສກປ່າຫຼວງ ເມືອງສີສັດຕະນາກ ເຊິ່ງເຂົ້າຮ່ວມໃນການລົງຕິດຕາມຄັ້ງນີ້ມີຮອງຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຮອງຫົວໜ້າກົມສາມັນສຶກສາ, ປະທານສູນສອບເສັງແຕ່ລະສູນ ພ້ອມດ້ວຍຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການລົງຕິດຕາມໃນຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ການສອບເສັງດຳເນີນໄປດ້ວຍຄວາມໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມລະບຽບການທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ທັງເປັນການສ້າງຂວັນ, ກຳລັງໃຈໃຫ້ແກ່ຄະນະກຳມະການຍາມຫ້ອງສອບເສັງ ແລະ ນັກຮຽນທຸກຄົນ.
ໃນໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ຢ້ຽມຢາມບັນດາຫ້ອງສອບເສັງແຕ່ລະສູນ ແລະ ຮັບຟັງການລາຍງານສະພາບລວມຈາກປະທານສູນສອບເສັງແຕ່ລະແຫ່ງ. ໂດຍລວມແລ້ວ ເຫັນໄດ້ວ່າແຕ່ລະສູນມີຄວາມພ້ອມຮອບດ້ານ ທັງດ້ານສະຖານທີ່, ຄວາມເປັນລະບຽບຮຽບຮ້ອຍ ແລະ ລະບຽບວິໄນຂອງກຳມະການ ແລະ ນັກຮຽນ ເຊິ່ງເຮັດໃຫ້ບັນຍາກາດການສອບເສັງເຕັມໄປດ້ວຍຄວາມສະຫງົບ ແລະ ມີຄວາມຮັບຜິດຊອບສູງ.
ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ຄະນະກຳມະການຮັກສາຄວາມປອດໄພ ແລະ ກຳມະການຍາມຫ້ອງສອບເສັງ ຈັດຕັ້ງປະຕິບັດໜ້າທີ່ຕາມທິດທາງແຜນການ ແລະ ເອກະສານຄຳສັ່ງຕ່າງໆຂອງຂັ້ນເທິງວາງອອກຢ່າງເຄັ່ງຄັດ, ເພີ່ມທະວີຄວາມເອົາໃຈໃສ່ໃນການກວດກາ, ປ້ອງກັນບໍ່ໃຫ້ມີການທຸຈະລິດໃນການສອບເສັງໃນທຸກຮູບແບບ, ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ນັກຮຽນຢ່າງເຕັມສ່ວນ ເພື່ອໃຫ້ນັກຮຽນສາມາດນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນການເຮັດບົດສອບເສັງໃຫ້ໄດ້ຮັບຜົນດີທີ່ສຸດ.
ການສອບເສັງຈົບຊັ້ນ ມ.4 ໃນສົກຮຽນນີ້ ຢູ່ສູນສອບເສັງທັງ 3 ແຫ່ງດັ່ງກ່າວ ປະກອບມີ ສູນສອບເສັງ ມສ ສາລະຄຳ, ມສ ເຄເອັນຊີ ແລະ ມ.ປາຍ ສົງ ໂສກປ່າຫຼວງ ມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ 1,262 ຄົນ, ຍິງ 559 ຄົນ. ເຊິ່ງໄລຍະເວລາສອບເສັງ ແມ່ນຈະດຳເນີນໄປເປັນເວລາ 3 ວັນເຕັມ ລະຫວ່າງວັນທີ 10-12 ມິຖຸນາ 2026 ແລະ ສະຖິຕິທົ່ວ ນະຄອນຫຼວງວຽງຈັນ ມີສູນສອບເສັງທັງໝົດ 30 ສູນ, ມີຈຳນວນນັກສອບເສັງທັງໝົດ 12,616 ຄົນ, ຍິງ 6,303 ຄົນ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ