Skip to main content

ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026

11/06/2026
ໃນວັນທີ 09 ມິຖຸນາ 2026 ທີ່ຫ້ອງປະຊຸມໃຫຍ່ສຳນັກງານປົກຄອງເມືອງຄູນຄຳ ແຂວງຄຳມ່ວນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງຄູນຄຳ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຍົມມະລາ ເດດສັກດາ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ມີທ່ານ ສຸລິພົງ ສຸວັນທອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມດ້ວຍຄະນະຮັບຜິດຊອບ, ຄູ-ອາຈານ ແລະ ຕົວແທນນ້ອງນັກຮຽນຊັ້ນ ມ.4 ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງຄູນຄຳ ວ່າດ້ວຍການອະນຸມັດເປີດບັ້ນສອບເສັງຈົບຊັ້ນ ມ.4 ປະຈຳສົກຮຽນ 2025-2026. ຈາກນັ້ນ, ທ່ານ ສຸລິພົງ ສຸວັນທອງ ກໍໄດ້ຂຶ້ນຜ່ານບົດລາຍງານຫຍໍ້ກ່ຽວກັບການກະກຽມຄວາມພ້ອມໃນການຈັດຕັ້ງການສອບເສັງ ເຊິ່ງໃນສົກຮຽນນີ້, ທົ່ວເມືອງຄູນຄຳ ມີໂຮງຮຽນທີ່ມີຊັ້ນ ມ.4 ທັງໝົດ 10 ແຫ່ງ, ມີນັກສອບເສັງທັງໝົດ 248 ຄົນ, ຍິງ 124 ຄົນ. ສະນັ້ນ, ເພື່ອອຳນວຍຄວາມສະດວກ, ຄະນະຮັບຜິດຊອບໄດ້ແບ່ງອອກເປັນ 03 ສູນສອບເສັງ ຄື: ສູນສອບເສັງ ມ.ຕົ້ນ ຄູນຄຳ ປະກອບມີ 4 ໂຮງຮຽນເຂົ້າຮ່ວມ ຄື: ໂຮງຮຽນ ມ.ຕົ້ນ ຄູນຄຳ, ໂຮງຮຽນ ມ.ຕົ້ນ ນາພວກ, ໂຮງຮຽນ ມສ ເທີນຫີນບູນ ແລະ ໂຮງຮຽນ ມ.ຕົ້ນ ພູໝາກແໜ່ງ; ມີນັກສອບເສັງທັງໝົດ 121 ຄົນ, ຍິງ 28 ຄົນ, ແບ່ງອອກເປັນ 06 ຫ້ອງສອບ ສະເລ່ຍ 20-21 ຄົນຕໍ່ຫ້ອງ; ສູນສອບເສັງ ມສ ນາກາງ ປະກອບມີ 4 ໂຮງຮຽນເຂົ້າຮ່ວມ ຄື: ໂຮງຮຽນ ມສ ນາກາງ, ໂຮງຮຽນ ມ.ຕົ້ນ ບ້ານກູບ, ໂຮງຮຽນ ມ.ຕົ້ນ ກອງລໍ ແລະ ໂຮງຮຽນ ມ.ຕົ້ນ ມ່ວງນ້ຳສາງ; ມີນັກສອບເສັງທັງໝົດ 101 ຄົນ, ຍິງ 47 ຄົນ, ແບ່ງອອກເປັນ 05 ຫ້ອງສອບ ສະເລ່ຍ 20-21 ຄົນຕໍ່ຫ້ອງ; ສູນສອບເສັງ ມສ ທ່ານາ ປະກອບມີ 2 ໂຮງຮຽນເຂົ້າຮ່ວມ ຄື: ໂຮງຮຽນ ມສ ທ່ານາ ແລະ ໂຮງຮຽນ ມ.ຕົ້ນ ທົ່ງລົມ; ມີນັກຮຽນເຂົ້າສອບເສັງ 26 ຄົນ, ຍິງ 09 ຄົນ, ແບ່ງອອກເປັນ 02 ຫ້ອງສອບ.
ສຳລັບວິຊາທີ່ຈະສອບເສັງໃນຄັ້ງນີ້ ມີທັງໝົດ 5 ວິຊາຫຼັກ ຄື: ວິຊາ ພາສາລາວ-ວັນນະຄະດີ, ວິທະຍາສາດ-ສັງຄົມ, ວິທະຍາສາດ-ທຳມະຊາດ, ພາສາອັງກິດ ແລະ ຄະນິດສາດ. ການສອບເສັງແມ່ນຈະດຳເນີນໄປເປັນເວລາ 3 ວັນ, ເລີ່ມແຕ່ວັນທີ 10-12 ມິຖຸນາ 2026 ເປັນການສອບເສັງທີ່ເອກະພາບກັນໃນທົ່ວປະເທດ.
ໃນຕອນທ້າຍຂອງພິທີ, ທ່ານ ນາງ ຍົມມະລາ ເດດສັກດາ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະຮັບຜິດຊອບ, ຄູ-ອາຈານຍາມຫ້ອງສອບເສັງທຸກທ່ານ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ຕາມກົດລະບຽບ ແລະ ຂໍ້ກຳນົດຂອງການສອບເສັງຢ່າງເຂັ້ມງວດ. ພ້ອມກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ເຝົ້າລະວັງ ແລະ ແນະນໍານ້ອງນັກຮຽນໃຫ້ປະຕິບັດກົດລະບຽບຢ່າງເຄັ່ງຄັດ ເປັນຕົ້ນແມ່ນ ຫ້າມນຳເອົາເອກະສານ ຫຼື ຕຳລາຮຽນເຂົ້າມາກ່າຍ, ຫ້າມສົ່ງສຽງລົບກວນຜູ້ອື່ນ ແລະ ບໍ່ໃຫ້ມີການຢືມອຸປະກອນການຮຽນນຳກັນໃນເວລາສອບເສັງ; ໂດຍຮຽກຮ້ອງໃຫ້ນ້ອງໆນັກຮຽນນຳໃຊ້ຄວາມຮູ້, ຄວາມສາມາດ ທີ່ໄດ້ຕັ້ງໃຈສຶກສາຮໍ່າຮຽນມາຕະຫຼອດສົກຮຽນ ເຂົ້າໃນການເຮັດບົດສອບເສັງຄັ້ງນີ້ໃຫ້ໄດ້ຮັບຜົນດີເລີດ.
ຕໍ່ມາ, ໃນເຊົ້າວັນທີ 10 ມິຖຸນາ 2026, ທ່ານປະທານ ພ້ອມດ້ວຍຫົວໜ້າ ແລະ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຄູນຄຳ ກໍໄດ້ຮ່ວມກັນຕັດຊອງເປີດຫົວບົດສອບເສັງຢ່າງເປັນທາງການ ໃນເວລາ 9:00 ໂມງ ເພື່ອແຈກຢາຍໃຫ້ຄະນະຮັບຜິດຊອບນຳໄປຈັດຕັ້ງດຳເນີນການສອບເສັງຕາມໂມງເວລາທີ່ກຳນົດໄວ້.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ