ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
11/06/2026

ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2026 ທີ່ສູນສອບເສັງ ມສ ອຸທຸມພອນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ຕັດຊອງເປີດຫົວບົດສອບເສັງໂດຍ ທ່ານ ໂພໄຊ ອິນທະວົງສາ ປະທານຄະນະກຳມະການປົກຄອງເມືອງອຸທຸມພອນ, ມີ ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງອຸທຸມພອນ ແລະ ທ່ານ ກິນດາວົງ ອຸ່ນມະນີ ເລຂາຄະນະພັກຮາກຖານກຸ່ມບ້ານເຊໂນ ພ້ອມດ້ວຍບັນດານາຍບ້ານ, ຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ), ແຂກຖືກເຊີນຈາກພາກສ່ວນຕ່າງໆ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສອນວິໄລ ອຸພະມີໄຊ ໄດ້ຂຶ້ນກ່າວລາຍງານສະພາບການກະກຽມຄວາມພ້ອມ ແລະ ການຈັດຕັ້ງການສອບເສັງຈົບຊັ້ນ ມ.4 ໃນສົກຮຽນ 2025-2026 ນີ້ວ່າ: ໃນທົ່ວເມືອງອຸທຸມພອນ ມີໂຮງຮຽນມັດທະຍົມທີ່ສົ່ງນັກຮຽນເຂົ້າຮ່ວມການສອບເສັງຈົບຊັ້ນ ມ.4 ທັງໝົດ 13 ແຫ່ງ, ມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ 544 ຄົນ, ຍິງ 303 ຄົນ ທຽບໃສ່ສົກຮຽນຜ່ານມາແມ່ນຫຼຸດລົງ 20 ຄົນ. ມີຫ້ອງສອບເສັງທັງໝົດ 28 ຫ້ອງ, ມີຄະນະປະທານຊີ້ນຳລວມ 6 ທ່ານ ຍິງ 1 ທ່ານ, ຄະນະປະທານສູນສອບເສັງ 16 ທ່ານ ຍິງ 4 ທ່ານ ແລະ ມີກຳມະການຍາມຫ້ອງສອບເສັງທັງໝົດ 56 ທ່ານ ຍິງ 30 ທ່ານ.
ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກສອບເສັງ, ຄະນະຮັບຜິດຊອບໄດ້ແບ່ງສູນສອບເສັງອອກເປັນ 03 ສູນ ປະກອບມີ ສູນສອບເສັງ ມສ ອຸທຸມພອນ ມີນັກສອບເສັງທັງໝົດ 357 ຄົນ, ຍິງ 206 ຄົນ, ແບ່ງອອກເປັນ 18 ຫ້ອງສອບເສັງ; ມີຄະນະປະທານສູນ 7 ທ່ານ ຍິງ 4 ທ່ານ ແລະ ກຳມະການຍາມຫ້ອງ 36 ທ່ານ ຍິງ 22 ທ່ານ; ສູນສອບເສັງ ມສ ໂພນເດືອ ມີນັກສອບເສັງທັງໝົດ 115 ຄົນ, ຍິງ 59 ຄົນ, ແບ່ງອອກເປັນ 6 ຫ້ອງສອບເສັງ; ມີຄະນະປະທານສູນ 4 ທ່ານ, ກຳມະການຍາມຫ້ອງ 12 ທ່ານ ຍິງ 5 ທ່ານ; ສູນສອບເສັງ ມສ ບ້ານນາມີນັກສອບເສັງທັງໝົດ 72 ຄົນ, ຍິງ 38 ຄົນ, ແບ່ງອອກເປັນ 4 ຫ້ອງສອບເສັງ; ມີຄະນະປະທານສູນ 5 ທ່ານ ແລະ ກຳມະການຍາມຫ້ອງ 8 ທ່ານ ຍິງ 4 ທ່ານ.
ສຳລັບວິຊາທີ່ຈະດຳເນີນການສອບເສັງໃນສົກຮຽນນີ້ ປະກອບມີ 5 ວິຊາຫຼັກ ຄື: ວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດ-ທຳມະຊາດ, ວິທະຍາສາດ-ສັງຄົມ ແລະ ພາສາອັງກິດ ໂດຍການສອບເສັງແມ່ນຈະດຳເນີນໄປລະຫວ່າງວັນທີ 10-12 ມິຖຸນາ 2026 ນີ້ ຢ່າງພ້ອມພຽງ ແລະ ເອກະພາບກັນໃນທົ່ວປະເທດ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ໂພໄຊ ອິນທະວົງສາ ພ້ອມດ້ວຍຄະນະ ກໍໄດ້ຮ່ວມກັນຕັດຊອງເປີດຫົວບົດສອບເສັງຢ່າງເປັນທາງການ ເພື່ອມອບໃຫ້ຄະນະກຳມະການຮັບຜິດຊອບນຳໄປແຈກຢາຍຕາມຫ້ອງສອບເສັງ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະກຳມະການທຸກພາກສ່ວນ ແລະ ນ້ອງໆນັກຮຽນຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ປະຕິບັດກົດລະບຽບຂອງການສອບເສັງຢ່າງເຂັ້ມງວດ ເພື່ອເຮັດໃຫ້ບັ້ນສອບເສັງຈົບຊັ້ນໃນຄັ້ງນີ້ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ມີຄວາມໂປ່ງໃສ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ພາບ-ຂ່າວ: ສກມ ອຸທຸມພອນ













