Skip to main content

2 ນັກແລ່ນ-ລານລາວ ຍາດໄດ້ເພີ່ມ 1 ຫຼຽນເງິນ ແລະ 1 ຫຼຽນທອງ ໃຫ້ທັບນັກກິລາຄົນພິການລາວ ໃນອາຊຽນ ພາຣາເກມ 2025

25/01/2026
ທ້າວ ບຸນເພັດ ເທບທິດາ ແລະ ທ້າວ ຊາຍ ສີວິໄລ ສອງນັກກິລາແລ່ນ-ລານຄົນພິການທີມຊາດລາວ ສາມາດຍາດໄດ້ເພີ່ມອີກ 1 ຫຼຽນເງິນ ແລະ 1 ຫຼຽນທອງ ແລ່ນ 400 ແມັດຊາຍ ປະເພດຄົນພິການຕາ ຄຼາດ T13 ໃຫ້ທັບນັກກິລາຄົນພິການລາວ ເຮັດໃຫ້ມາຮອດປັດຈຸບັນກວາດມາໄດ້ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 8 ຫຼຽນທອງ ຢ່າງເປັນທາງການ ພ້ອມກັບຈັ້ງຢູ່ອັນດັບທີ 8 ໃນຕາຕະລາງສະຫຼຸບຫຼຽນ ງານກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນ ພາຣາເກມ 2025.
ການແຂ່ງຂັນແລ່ນ 400 ແມັດຊາຍ ປະເພດຄົນພິການຕາ ຄຼາດ T13 ຮອບຊີງຫຼຽນຄຳ ຈັດຂຶ້ນ ໃນວັນທີ 24 ມັງກອນ 2026 ທີ່ສະໜາມກິລາ 80 ພັນສາ ນະຄອນ ຣາຊະສີມາ ປະເທດໄທ ຊຶ່ງມີນັກກິລາເຂົ້າຮ່ວມ 4 ຄົນ ຈາກ 3 ຊາດ ກໍຄື ເຈົ້າພາບ ໄທ, ຕີມໍ ເລັດເຕ ແລະ ລາວ ສົ່ງເຂົ້າຮ່ວມຊີງໄຊ 2 ຄົນ.
ຜ່ານການແຂ່ງຂັນຜົນປະກົດວ່າ: ທ້າວ ບຸນເພັດ ເທບທິດາ ສາມາດແລ່ນເຂົ້າເສັ້ນໄຊ ເປັນອັນດັບທີ 2 ໄດ້ຮັບຫຼຽນເງິນ ທີ 2 ຂອງຕົນເອງ ຄ້ອງຄໍ ສ່ວນທ້າວ ຊາຍ ສີວິໄລ ແລ່ນເຂົ້າເສັ້ນໄຊ ເປັນອັນດັບທີ 3 ໄດ້ພຽງຫຼຽນທອງ ແລະ ຫຼຽນຄຳ ເປັນຂອງເປັນຂອງທ້າວ ຈັກກາລິນ ດຳມຸລີ ຈາກໄທ.
ແນວໃດກໍຕາມ ໃນວັນທີ 25 ມັງກອນ 2026 ຊຶ່ງເປັນມື້ແຂ່ງຂັນມື້ສຸດທ້າຍ ທັບນັກກິລາຄົນພິການລາວ ຍັງມີລຸ້ນຫຼຽນຈາກກິລາເທັນນິດ, ໂກນບານ, ແລ່ນ-ລານ, ບານບ້ວງລໍເລື່ອນ, ລອຍນໍ້າ ແລະ ຍິງປືນ.
ສ່ວນກິລາທີ່ແຂ່ງຂັນສຳເລັດໄປແລ້ວ ກໍມີ ດອກປີກໄກ່, ບານເຕະຄົນພິການຕາ, ຍົກນໍ້າໜັກ, ຟັນດາບ, ບ໋ອດເຊຍ ແລະ ກິລາລົດຖີບ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ