ປິດສາກລົງແລ້ວ ງານກິລາອາຊຽນ ພາຣາເກມ 2025, ທັບນັກກິລາຄົນພິການລາວ ສ້າງຜົນງານລື່ນຄາດໝາຍ
28/01/2026

ປິດສາກລົງເປັນທີ່ຮຽບຮ້ອຍແລ້ວ ການແຂ່ງຂັນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາ ເກມ 2025 (ASEAN ParaGames 2025) ໂດຍເຈົ້າພາບ ໄທ ກວາດ 175 ຫຼຽນຄຳ ຄອງເຈົ້າຫຼຽນຄຳ ສະໄໝທີ 7. ຂະນະທີ່ ທັບນັກກິລາຄົນພິການລາວ ສ້າງຜົນງານດີລື່ນຄາດໝາຍ ຍາດມາໄດ້ເຖິງ 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 11 ຫຼຽນທອງ ລວມ 18 ຫຼຽນ ຈັດຢູ່ອັນດັບທີ 9 ຈາກ 10 ຊາດ ເຂົ້າຮ່ວມ.
ພິທີປິດງານດັ່ງກ່າວ ຈັດຂຶ້ນ ໃນຕອນແລງວັນທີ 26 ມັງກອນ 2026 ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ປະເທດໄທ ພາຍຫຼັງດຳເນີນມາແຕ່ວັນທີ 20 ມັງກອນ ຜ່ານມາ ຊຶ່ງໂອກາດດັ່ງກ່າວ ທ່ານ ຮ້ອຍໂທ ໄນຍະນົບ ພິລົມພັກດີ ປະທານຄະນະກຳມະການພາຣາແລມປິກແຫ່ງປະເທດໄທ ໄດ້ມອບທຸງ ອາຊຽນພາຣາ ເກມ ໃຫ້ແກ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບໃນຄັ້ງຕໍ່ໄປ ໃນປີ 2027, ໂດຍມີ ທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ເຂົ້າຮ່ວມ.
ໃນພິທີປິດງານກິລາດັ່ງກ່າວ ຖືທຸງຊາດລາວນຳຂະບວນເດີນສວນສະໜາມຂອງ ທ້າວ ສະເຫີຼມໄຊ ໄຊຍະສິດ ນັກກິລາຟັນດາບຄົນພິການທີມຊາດລາວ ຜູ້ສ້າງຜົນງານຄວ້າຫຼຽນຄຳ ແລະ ຫຼຽນທອງໃນງານກິລາອາຊຽນ ພາຣາເກມ 2025 ໂດຍມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ນຳຄະນະນັກກິລາລາວກ້າວເຂົ້າສູ່ສະໜາມ.
ການແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 13 ປີນີ້ ມີນັກກິລາຈາກ 10 ຊາດ ອາຊຽນເຂົ້າຮ່ວມ 1.166 ຄົນ, ໃນນັ້ນ ບໍ່ມີພຽງແຕ່ ປະເທດກຳປູເຈຍ ທີ່ຂໍຖອນຕົວ ແລະ ມີການຊີງໄຊຫຼຽນຄຳ ທັງໝົດ 493 ຫຼຽນ ຈາກ 19 ປະເພດກິລາ ແລະ ມີການສາທິດກິລາ 2 ປະເພດ ຄື ກິລາອີສະປອດ ແລະ ໂກນບານ. ສະເພາະສປປ ລາວ ສົ່ງນັກກິລາເຂົ້າຮ່ວມທັງໝົດ 160 ກວ່າຄົນ ຈາກ 12 ປະເພດກິລາ.
ຜ່ານການແຂ່ງຂັນ ຜົນປະກົດວ່າ: ເຈົ້າຫຼຽນຄຳ ເປັນຂອງເຈົ້າພາບ ໄທ ຍາດໄດ້ 175 ຫຼຽນຄຳ , 155 ຫຼຽນເງິນ ແລະ 157 ຫຼຽນທອງ. ອັນດັບທີ 2 ອິນໂດເນເຊຍ ຍາດໄດ້ 135 ຫຼຽນຄຳ, 143 ຫຼຽນເງິນ ແລະ 114 ຫຼຽນທອງ; ອັນດັບທີ 3 ມາເລເຊຍ ຍາດໄດ້ 64 ຫຼຽນຄຳ 64 ຫຼຽນເງິນ ແລະ 73 ຫຼຽນທອງ. ສ່ວນ ສປປ ລາວເຮົາ ຍາດໄດ້ 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 11 ຫຼຽນທອງ ລວມ 18 ຫຼຽນ ຈັດຢູ່ອັນດັບທີ 9 ຂອງຕາຕະລາງ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມ ເຫັນດີປັບປຸງ TOR ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
- ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22
- ອາຊຽນ-ຍີ່ປຸ່ນ ຮ່ວມຫາລືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
- ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026
- ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ
- ຫຼານນ້ອຍ ເບ ສະຫວັນ ແຊ໋ມບານເຕະນານາຊາດ ທີ່ ສສ ຫວຽດນາມ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງເດີນທາງກັບເຖິງແຜ່ນດິນເກີດ



