Skip to main content

ກົມການສຶກສາຊັ້ນສູງ ສສກ ປະຊຸມໜ່ວຍວິຊາການຂະແໜງການຍ່ອຍ ການສຶກສາຫຼັງຊັ້ນມັດທະຍົມສຶກສາ ປະຈຳປີ 2026

24/08/2026
ກອງປະຊຸມໜ່ວຍວິຊາການຂະແໜງການຍ່ອຍ ການສຶກສາຫຼັງຊັ້ນມັດທະຍົມສຶກສາ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າທະນາຄານພັດທະນາອາຊີ (ADB), ຜູ້ຕາງໜ້າອົງການພັດທະນາລຸກຊໍາບວກ (DevLux) ພ້ອມດ້ວຍຮອງຫົວໜ້າກົມຈາກຈາກກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ອຳນວຍການມະຫາວິທະຍາໄລ, ສະຖາບັນ, ວິທະຍາໄລ ພາກລັດ, ພ້ອມດ້ວຍຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ (EU, World Bank, GIZ, JICA) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ອອນລາຍ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ໄກສອນ ເພັງໂສພາ ໄດ້ກ່າວວ່າ: ໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມສຶກສາ ເປັນກົນໄກສຳຄັນພາຍໃຕ້ ESSWG ໃນການສ້າງເວທີຮ່ວມມື, ວິເຄາະ, ປະເມີນ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ການຈັດກອງປະຊຸມຄັ້ງນີ້ ເປັນການຟື້ນຟູກົນໄກການປະສານງານ ໃຫ້ກັບມາເຄື່ອນໄຫວຢ່າງເປັນປົກກະຕິ ແລະ ມີປະສິດທິຜົນ, ເຊິ່ງມີ 3 ຈຸດປະສົງຫຼັກ ຄື: ນຳສະເໜີວຽກຈຸດສຸມ ແຜນກິດຈະກຳຂອງຂະແໜງການຍ່ອຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໄລຍະ 5 ປີ (2026–2030); ທົບທວນຄວາມຄືບໜ້າ ແລກປ່ຽນຂໍ້ມູນ, ທົບທວນກິດຈະກຳ ແລະ ໂຄງການພັດທະນາທີ່ພວມຈັດຕັ້ງປະຕິບັດ ພ້ອມທັງຖອດຖອນບົດຮຽນ; ວາງແຜນການຮ່ວມມື ປຶກສາຫາລື ເພື່ອສ້າງກົນໄກຕິດຕາມ, ປະສານງານ ແລະ ສະໜັບສະໜູນກິດຈະກຳບູລິມະສິດໃນໄລຍະຕໍ່ໜ້າ ພ້ອມກຳນົດທິດທາງການຈັດຕັ້ງປະຕິບັດ.
ພ້ອມດຽວກັນນັ້ນ, ທ່ານໄດ້ເນັ້ນໜັກເຖິງບົດບາດຂອງການສຶກສາຫຼັງຊັ້ນມັດທະຍົມສຶກສາ ໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອຕອບສະໜອງຕະຫຼາດແຮງງານ. ພ້ອມທັງ ຮຽກຮ້ອງໃຫ້ທຸກພາກສ່ວນ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເພີ່ມພູນຄວາມຮ່ວມມື ເພື່ອໃຫ້ບັນລຸເປົ້າໝາຍແຜນພັດທະນາ 5 ປີ (2026-2030) ຢ່າງມີປະສິດທິພາບ.
ໃນກອງປະຊຸມຄັ້ງນີ້, ໄດ້ມີການນຳສະເໜີສະພາບລວມຂອງແຜນພັດທະນາການສຶກສາຊັ້ນສູງ, ແຜນພັດທະນາອາຊີວະສຶກສາ ແລະ ການແລກປ່ຽນຂໍ້ມູນຈາກ 5 ໂຄງການພັດທະນາ ເຊັ່ນ: ໂຄງການ LAO-PSG, LAO/336, RESET, REAL ແລະ LAO/037.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ