ວລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ເກືອບ 500 ຄົນ ສົກ 2025-2026
24/08/2026

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ (ວຕລຢ) ໄດ້ຈັດພິທີສະຫຼຸບການຈັດຕັ້ງການຮຽນ-ການສອນ, ມອບ-ຮັບໃບປະກາດສະນີຍະບັດ ແລະ ເປີດສົກຮຽນໃໝ່ຢ່າງເປັນທາງການ ເມື່ອວັນທີ 21 ສິງຫາ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄະນະກົມ, ອໍານາດການປົກຄອງທ້ອງຖິ່ນ, ຜູ້ອໍານວຍການສະຖານການສຶກສາ, ຕາງໜ້າສະຖານປະກອບການ, ບໍລິສັດ, ຄູ-ອາຈານ, ນັກສຶກສາ ແລະ ຜູ້ປົກຄອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງການຮຽນ-ການສອນ, ມອບ-ຮັບໃບປະກາດສະນີຍະບັດ ແລະ ເປີດສົກຮຽນໃໝ່ ໃນສົກຮຽນ 2025-2026 ວ່າ: ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໄດ້ປະຕິບັດການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ (DCT) ໃນ 5 ພາກວິຊາ 16 ສາຂາອາຊີບ, ມີພະນັກງານ-ຄູອາຈານສອນ ທັງໝົດ 76 ທ່ານ, ມີນັກສຶກສາຮຽນທັງໝົດ 1,428 ຄົນ ແລະ ມີສົກຮຽນນີ້ ມັກນັກສຶກສາຮຽນຈົບທັງໝົດ 489 ຄົນ, ຍິງ 29 ຄົນ. ໃນນັ້ນ, ຫຼັກສູດໄລຍະສັ້ນ 86 ຄົນ, ຫຼັກສູດໄລຍະຍາວ 403 ຄົນ, ມີພະນັກງານດີເດັ່ນ ແລະ ໄດ້ຮັບໃບຍ້ອງຍໍຄະນະກຳມະການ, ຄູຝຶກ ແລະ ນັກແຂ່ງຂັນທັກສະວິຊາຊີບ ຈຳນວນ 21 ທ່ານ ໃນນັ້ນ, ກຳມະການຕັດສິນ ການແຂ່ງຂັນທັກສະວິຊາຊີບຈຳນວນ 16 ທ່ານ, ນັກແຂ່ງຂັນທັກສະວິຊາຊີບ 4 ທ່ານ, ນັກແຂ່ງຂັນວິຊາຊີບ 5 ທ່ານ, ຍ້ອງຍໍສະຖານປະກອບການ ທີ່ສະໜັບສະໜູນ ການແຂ່ງຂັນທັກສະວິຊາຊີບ ເຄືອຂ່າຍພາກກາງ ປະຈໍາປີ 2026 ມີທັງໝົດ 37 ພາກສ່ວນ, ມີນັກສຶກສາດີເດັ່ນ 107 ຄົນ. ໃນນັ້ນ, ເດັ່ນຮອບດ້ານ 31 ຄົນ, ເດັ່ນດ້ານການຮຽນ 17 ຄົນ, ເດັ່ນດ້ານກິດຈະກໍາ 59 ຄົນ.
ນອກນັ້ນ, ສໍາເລັດການຝຶກອົບຮົມໃຫ້ພາຍນອກ ພ້ອມອອກໃບຢັ້ງຢືນໃຫ້ຈໍານວນ 99 ເທື່ອຄົນ, ພັດທະນາຕຳລາຮຽນ 28 ເຫຼັ້ມ, ຍາດໄດ້ລາງວັນຫຼາຍລາຍການຈາກການແຂ່ງຂັນທັກສະວິຊາຊີບ, ເຖິງແມ່ນວ່າຈະປະເຊີນກັບສິ່ງທ້າທາຍດ້ານຄ່າຄອງຊີບ ແລະ ບັນຫາການຂາດແຄນນໍ້າມັນ, ແຕ່ໂຮງຮຽນກໍ່ສາມາດບັນລຸແຜນການຮຽນ-ການສອນໄດ້ 100%, ສຳລັບສົກຮຽນ 2026-2027, ວິທະຍາໄລຕັ້ງເປົ້າປັບປຸງຄຸນນະພາບການສຶກສາ, ພັດທະນາລະບົບການຮຽນແບບປະສົມປະສານ LMS, ເປີດຮຽນລະດັບ 1-5 ແລະ ຂະຫຍາຍການຮ່ວມມືກັບສະຖານປະກອບການ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ.
ນອກນັ້ນ, ຂະບວນການຮັບນັກສຶກສາໃໝ່ ສົກຮຽນ 2026-2027 ທາງວິທະຍາໄລ ມີແຜນຮັບນັກຮຽນທັງໝົດ 800 ຄົນ ແລະ ໄດ້ເປີດຮັບສະໝັກຕັ້ງແຕ່ວັນທີ 22 ກໍລະກົດ 2026 ເປັນຕົ້ນມາ, ປັດຈຸບັນ ມີນັກຮຽນມາລົງທະບຽນສໍາພາດ ແລະ ສອບເສັງແລ້ວ 949 ຄົນ (ສອບເສັງ 454 ຄົນ, ສໍາພາດ 368 ຄົນ) ແລະ ລົງທະບຽນເປັນນັກຮຽນຢ່າງເປັນທາງການແລ້ວ 253 ຄົນ, ທາງວິທະຍາໄລຈະສືບຕໍ່ຮັບສະໝັກໄປຈົນຮອດທ້າຍເດືອນສິງຫາ 2026.
• ໂອກາດດັ່ງກ່າວ, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ສະແດງຄວາມຊົມເຊີຍ•ຜົນສຳເລັດວິທະຍາໄລເຕັກນິກ ລາວ-ເຢຍລະມັນ ທີ່ສາມາດສ້າງກຳລັງແຮງງານຮຽນຈົບທີ່ມີຄຸນນະພາບ 400 ກວ່າຄົນ, ພ້ອມນັ້ນກໍ່ໃຫ້ເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ ເອົາໃຈໃສ່ສຶກສາອົບຮົມການເມືອງ, ປົກປ້ອງແນວທາງຂອງພັກ, ຕ້ານສິ່ງຫຍໍ້ທໍ້, ຕ້ານການສໍ້ລາດບັງຫຼວງ ແລະ ການຟູມເຟືອຍ, ດ້ານແບບແຜນ ແລະ ວິທີເຮັດວຽກ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມີການສະຫຼຸບ ແລະ ຖອດຖອນບົດຮຽນ, ດ້ານການປັບປຸງກົງຈັກ ທົບທວນພາລະບົດບາດໃຫ້ກະທັດຫັດ, ແກ້ໄຂບັນຫາບຸກຄະລາກອນ ແລະ ປັບປຸງສາຂາວິຊາໃຫ້ເໝາະສົມ, ດ້ານການຮຽນ-ການສອນ ຫັນການສອນແບບເອົານັກຮຽນເປັນໃຈກາງ, ເນັ້ນ Project-based Learning ແລະ ພັດທະນາຄູໃຫ້ທັນສະໄໝ, ດ້ານການຮ່ວມມື ເພີ່ມທະວີການຮ່ວມມືກັບສະຖານປະກອບການ ເພື່ອສ້າງແຮງງານໃຫ້ມີທັກສະສີມື ກົງຕາມຄວາມຕ້ອງການຂອງຕະຫຼາດ, ສຳລັບນັກຮຽນ-ນັກສຶກສາ ຊົມເຊີຍຜູ້ສຳເລັດການສຶກສາ ແລະ ເຊື່ອມັ່ນວ່າຈະນຳຄວາມຮູ້ ແລະ ປະສົບການ ໄປປະກອບອາຊີບ ຫຼື ສຶກສາຕໍ່ຢ່າງມີປະສິດທິພາບ, ສ່ວນແຜນວຽກຈຸດສຸມ ສົກຮຽນ 2026-2027 ແມ່ນໃຫ້ມີການປະສານງານກັນຢ່າງກົມກຽວ, ແບ່ງຄວາມຮັບຜິດຊອບ ແລະ ຮ່ວມມືກັບຄູ່ຮ່ວມງານຢ່າງໃກ້ຊິດ.
ພ້ອມນັ້ນ, ໃນພິທີກໍໄດ້ມີການມອບໃບຍ້ອງຍໍໃຫ້ພະນັກງານຄູອາຈານ ແລະ ນັກສຶກສາທີ່ດີເດັ່ນທາງດ້ານການຮຽໜການສອນ, ມອບໃບກຽດຕິຄຸນໃຫ້ບໍລິສັດທີ່ສະໜັບສະໜູນ, ມອບໃບປະກາດສະນີຍະບັດ ພ້ອມທັງການຢ້ຽມຊົມບູດງານຈາກບໍລິສັດຄູ່ຮ່ວມງານອີກດ້ວຍ.
ພາບ-ຂ່າວ: ບົວລະພາ












