ສສກ ຈັດກິດຈະກຳສະເຫຼີມສະຫຼອງວັນກິລາອາຊຽນ ຄົບຮອບ 59 ປີ ຢ່າງຟົດຟື້ນ
24/08/2026

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີສະເຫຼີມສະຫຼອງວັນກິລາອາຊຽນ (ASEAN Sports Day) ປະຈຳປີ 2026 ຄົບຮອບ 59 ປີ ຢ່າງເປັນຂະບວນການຟົດຟື້ນ ເມື່ອວັນທີ 21 ສິງຫາ 2026 ທີ່ວິທະຍາໄລພະລະສຶກສາ ດ້ວຍບັນຍາກາດຟົດຟື້ນ ເບີກບານ ແລະ ມ່ວນຊື່ນ ໂດຍໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ພະນັກງານ, ຄູ-ອາຈານ, ອົງການປົກຄອງບ້ານທົ່ງປົ່ງ ຕະຫຼອດຮອດແຂກທີ່ຖືກເຊີນ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ເນັ້ນໜັກວ່າ ອາຊຽນເປັນພາກພື້ນທີ່ມີໄວໜຸ່ມເປັນກຳລັງສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ລວມທັງວຽກງານກິລາ-ກາຍຍະກຳ. ການສົ່ງເສີມກິລາໃຫ້ແກ່ເດັກ ແລະ ເຍົາວະຊົນ ມີຄວາມໝາຍຢ່າງເລີກເຊິ່ງ ເພາະກິລາຊ່ວຍປູກຝັງລະບຽບວິໄນ, ຄວາມຮັບຜິດຊອບ, ຄວາມສາມັກຄີ ແລະ ການເຮັດວຽກເປັນທີມ. ພ້ອມດຽວກັນນັ້ນ, ລັດຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນຕໍ່ວຽກງານກິລາຢ່າງຕໍ່ເນື່ອງ ໂດຍຖືເອົາການກິລາເປັນພາກສ່ວນສຳຄັນໃນການພັດທະນາຊັບພະຍາກອນມະນຸດ ພາຍໃຕ້ຄຳຂວັນທີ່ວ່າ “ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ”. ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນສືບຕໍ່ພັດທະນາກິລາໃຫ້ທັນສະໄໝ, ຍືນຍົງ ແລະ ໃຊ້ກິລາເປັນເຄື່ອງມືສ້າງສັນຕິພາບ, ມິດຕະພາບ ແລະ ຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນຕໍ່ໄປ.
ໂອກາດດຽວກັນ, ທ່ານ ວິລະວັນ ບຸນສຸກໄທ ກໍໄດ້ລາຍງານຫຍໍ້ກ່ຽວກັບຄວາມເປັນມາຂອງວັນກິລາອາຊຽນ ຊຶ່ງຕິດພັນກັບການສ້າງຕັ້ງສະມາຄົມອາຊຽນ ໃນວັນທີ 8 ສິງຫາ 1967 ທີ່ປະກອບມີ 5 ປະເທດຜູ້ສ້າງຕັ້ງ ແລະ ປັດຈຸບັນໄດ້ຂະຫຍາຍຕົວຢ່າງແຂງແຮງ. ສຳລັບ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນໃນວັນທີ 23 ກໍລະກົດ 1997 ໄດ້ມີຜົນງານ ແລະ ບົດບາດອັນພົ້ນເດັ່ນໃນຂົງເຂດກິລາ ຜ່ານການເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ເຊັ່ນ: ຊີເກມ (SEA Games), ອາຊຽນພາຣາເກມ, ຊຶ່ງ ສປປ ລາວ ເຄີຍເປັນເຈົ້າພາບຈັດການແຂ່ງຂັນຊີເກມ ຄັ້ງທີ 25 ໃນປີ 2009 ມາແລ້ວ ແລະ ພວມກະກຽມເປັນເຈົ້າພາບຈັດການແຂ່ງຂັນ ຊີເກມ ຄັ້ງທີ 36 ແລະ ອາຊຽນພາຣາເກມ ຄັ້ງທີ 16 ໃນປີ 2031 ທີ່ນະຄອນຫຼວງວຽງຈັນ ພ້ອມທັງກະກຽມເປັນເຈົ້າພາບຈັດກອງປະຊຸມວິສາມັນ ຄັ້ງທີ 3 ຂອງສະພາກິລານັກຮຽນອາຊຽນ ໃນໄລຍະທີ່ ສປປ ລາວ ດຳລົງຕຳແໜ່ງເປັນປະທານສະພາກິລານັກຮຽນອາຊຽນ ປີ 2025-2026 ອີກດ້ວຍ.
ສຳລັບບັນຍາກາດການດຳເນີນກິດຈະກຳອັນຟົດຟື້ນ ງານສະເຫຼີມສະຫຼອງໃນປີນີ້ ໄດ້ເນັ້ນໃສ່ “ກິລາມວນຊົນເພື່ອທຸກຄົນ” ໂດຍບໍ່ຈຳກັດເພດ ແລະ ໄວ ຊຶ່ງກິດຈະກຳປະກອບມີ ການຍ່າງເພື່ອສຸຂະພາບ; ການສາທິດກິລາບານບ້ວງລໍ້ເລື່ອນຄົນພິການ; ກິດຈະກຳຢຽບປຸ່ມເປົ້າ; ກິດຈະກຳຕີກັອບຊາວບ້ານ ແລະ ການແຂ່ງຂັນແລ່ນ 3 ຂາ ທີ່ສ້າງຄວາມມ່ວນຊື່ນ ແລະ ເສີມສ້າງຄວາມສາມັກຄີຢ່າງແທ້ຈິງໃຫ້ກັບຜູ້ເຂົ້າຮວມ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- “ຈິດຕິໄຊ ພົມມະແສງ” ແສງສະຫວ່າງຈາກແນວຫຼັງ ກັບພາລະກິດສ້າງໂຮງຮຽນໃຫ້ເດັກນ້ອຍເຂດຊົນນະບົດ ຈົນໄດ້ຮັບການຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ
- ສສກ ຈັດກິດຈະກຳສະເຫຼີມສະຫຼອງວັນກິລາອາຊຽນ ຄົບຮອບ 59 ປີ ຢ່າງຟົດຟື້ນ
- ກົມການສຶກສາຊັ້ນສູງ ສສກ ປະຊຸມໜ່ວຍວິຊາການຂະແໜງການຍ່ອຍ ການສຶກສາຫຼັງຊັ້ນມັດທະຍົມສຶກສາ ປະຈຳປີ 2026
- “ຄູ ວົງເພັດ ອ່ອນສີມາ” ແມ່ພິມຮຸ່ນໜຸ່ມ ຜູ້ອຸທິດຕົນສິດສອນ ເພື່ອເດັກນ້ອຍລາວ ຈົນໄດ້ຮັບການຍ້ອງຍໍຄູດີເດັ່ນຈາກກະຊວງສຶກສາທິການ ແລະ ກິລາ
- ວລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ເກືອບ 500 ຄົນ ສົກ 2025-2026
- ແຂ່ງຂັນປິ່ງປ່ອງ ມິດຕະພາບ “ລາວ-ຈີນ ສາມັກຄີກັນ ປິ່ງປ່ອງເພື່ອກັນ ແລະ ກັນ” ສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ



