Skip to main content

“ຄູ ວົງເພັດ ອ່ອນສີມາ” ແມ່ພິມຮຸ່ນໜຸ່ມ ຜູ້ອຸທິດຕົນສິດສອນ ເພື່ອເດັກນ້ອຍລາວ ຈົນໄດ້ຮັບການຍ້ອງຍໍຄູດີເດັ່ນຈາກກະຊວງສຶກສາທິການ ແລະ ກິລາ

24/08/2026
“ຄ່າຂອງຄົນ ຢູ່ທີ່ຜົນຂອງງານ” ຖືເປັນຄຳສຳນວນທີ່ສະທ້ອນຄວາມຈິງ ແລະ ມີຄວາມໝາຍຢ່າງເລິກເຊິ່ງຢູ່ສະເໝີ. ເພາະ “ຄູ ຄືແມ່ພິມຂອງຊາດ, ຄູ ຄືວິສະວະກອນ ແຫ່ງດວງວິນຍານ ແລະ ຄູ ແມ່ນຄົນຂອງພັກ ແລະ ຂອງປະຊາຊົນ” ຜູ້ທີ່ມີພາລະກິດອັນຍິ່ງໃຫຍ່ໃນການປູກຝັງຄວາມຮູ້ ແລະ ຄຸນນະທຳໃຫ້ແກ່ເຍົາວະຊົນ. ໃນຍຸກຂໍ້ມູນຂ່າວສານ ແລະ ເທັກໂນໂລຊີ ທີ່ກ້າວໜ້າ ແລະ ທັນສະໄໝ, ອາຊີບ “ຄູ” ບໍ່ໄດ້ຈຳກັດຢູ່ພຽງແຕ່ຂອບເຂດຂອງຫ້ອງຮຽນ 4 ແຈອີກຕໍ່ໄປ.
.
ທ່ານ ນາງ ວົງເພັດ ອ່ອນສີມາ ຖືເປັນຄູສອນຮຸ່ນໜຸ່ມ ຜູ້ມີຄວາມຮັບຜິດຊອບສູງ, ດຸໜັ່ນຂະຫຍັນພຽນ ແລະ ອຸທິດຕົນ ເປັນໜຶ່ງໃນຕົວຢ່າງປະຈັກຕາ ທີ່ໄດ້ນຳໃຊ້ສື່ອອນລາຍມາເປັນເຄື່ອງມືສົ່ງຄວາມຮູ້ ວິຊາຄະນິດສາດ ຂັ້ນປະຖົມສຶກສາ ປີທີ 5 ໃຫ້ແກ່ນັກຮຽນໃນທົ່ວປະເທດ ຈົນສາມາດຄອງໃຈ ແລະ ສ້າງແຮງບັນດານໃຈໃຫ້ກັບຜູ້ຕິດຕາມໄດ້ຢ່າງຫຼວງຫຼາຍ.
.
ເນື່ອງໃນໂອກາດກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ທີ່ຈັດຂຶ້ນໃນວັນທີ 19-20 ສິງຫາ 2026 ຢູ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ; ທາງກະຊວງສຶກສາທິການ ແລະ ກິລາ ໄດ້ມອບໃບຍ້ອງຍໍໃຫ້ແກ່ ທ່ານ ນາງ ວົງເພັດ ອ່ອນສີມາ ຄູສອນ ໂຮງຮຽນປະຖົມສາທິດ ວິທະຍາໄລຄູດົງຄຳຊ້າງ ຢ່າງສົມກຽດ.
.
ການມອບໃບຍ້ອງຍໍໃນຄັ້ງນີ້ ແມ່ນເພື່ອຍົກຍ້ອງຜົນງານອັນດີງາມ ທີ່ທ່ານໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຂະແໜງການສຶກສາ ໂດຍສະເພາະແມ່ນການຮຽນ-ການສອນ ຜ່ານສື່ອອນລາຍ ເຟສບຸກ (Facebook Page) ທີ່ມີຊື່ວ່າ: “ປ້າຄູວົງເພັດສອນດີ” ຈົນມີຜູ້ຕິດຕາມຫຼາຍເຖິງ 1.5 ແສນຄົນ ແລະ ກຳລັງຕິດຕາມອີກເກືອບ 1,000 ຄົນ.
.
ຄູ ວົງເພັດ ອ່ອນສີມາ ໄດ້ສະແດງຄວາມພາກພູມໃຈ ແລະ ຕື້ນຕັນໃຈຢ່າງຍິ່ງ ທີ່ການນຳກະຊວງສຶກສາທິການ ແລະ ກິລາ ໄດ້ເຫັນຄວາມສຳຄັນ, ເຫັນຄຸນຄ່າ ແລະ ເອົາໃຈໃສ່ຕິດຕາມການປະຕິບັດໜ້າທີ່ຂອງຄູ ດ້ວຍຄວາມທຸ້ມເທ.
.
ການສິດສອນຜ່ານສື່ອອນລາຍຂອງ ຄູ ວົງເພັດ ບໍ່ໄດ້ມີພຽງແຕ່ຄວາມສະດວກສະບາຍ ແຕ່ຍັງຕ້ອງພົບພໍ້ກັບຂໍ້ຫຍຸ້ງຍາກ ແລະ ທ້າທາຍຫຼາຍປະການ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມອົດທົນ, ຄວາມພະຍາຍາມ ແລະ ຈິດວິນຍານຂອງຄວາມເປັນຄູ ທີ່ຢາກໃຫ້ນັກຮຽນໄດ້ຮັບຄວາມຮູ້, ເຂົ້າໃຈວິທີການແກ້ເລກ ແລະ ໄຂຂໍ້ຂ້ອງໃຈໃນບົດຮຽນຕ່າງໆ ທ່ານຈຶ່ງບໍ່ເຄີຍຢຸດນິ້ງທີ່ຈະພັດທະນາຮູບແບບການສອນໃຫ້ເຂົ້າເຖິງງ່າຍ ແລະ ໜ້າສົນໃຈ.
.
ນອກຈາກການໄລ້ສອນ ແລະ ໂພສບົດຮຽນໃນເຟສບຸກແລ້ວ, ຄູ ວົງເພັດ ຍັງມີຜົນງານໂດດເດັ່ນໃນການຮ່ວມຜະລິດ ແລະ ຖ່າຍທຳວິດີໂອການຮຽນ-ການສອນ ວິຊາ ຄະນິດສາດ ປ.5 ເພື່ອເຜີຍແຜ່ທາງຊ່ອງໂທລະພາບສຶກສາ-ກິລາ Lao ESTV (ຊ່ອງ 😎. ພ້ອມກັນນັ້ນ ຍັງໄດ້ຮ່ວມຖ່າຍທຳວິດີໂອການຮຽນ-ການສອນ ຮ່ວມກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ອີກຫຼາຍໆວິດີໂອ ເຊິ່ງນັບວ່າເປັນຄູຮຸ່ນໜຸ່ມ ທີ່ມີຜົນງານປະຈັກຕາ ແລະ ສ້າງປະໂຫຍດໃຫ້ກັບຂະແໜງການສຶກສາລາວຢ່າງຫຼວງຫຼາຍ.
.
ໃນໂອກາດນີ້, ຄູ ວົງເພັດ ອ່ອນສີມາ ໄດ້ຝາກຄວາມເປັນຫ່ວງເປັນໄຍ ເຖິງນ້ອງໆນັກຮຽນໃນຂອບເຂດທົ່ວປະເທດ ໃຫ້ເຫັນຄວາມສຳຄັນຂອງການສຶກສາຮ່ຳຮຽນ: “ຖ້າພວກເຮົາບໍ່ໄດ້ຮັບການສຶກສາ ກໍຈະຂາດຄວາມຮູ້ຄວາມສາມາດ, ອ່ານບໍ່ໄດ້ ຂຽນບໍ່ເປັນ. ເຮົາຮຽນໃນວັນນີ້ ກໍເພື່ອອະນາຄົດທີ່ສົດໃສໃນວັນໜ້າ. ຢາກຮຽກຮ້ອງໃຫ້ນ້ອງໆນັກຮຽນຫຼີກລ່ຽງການປະລະການຮຽນ.”
.
ພ້ອມດຽວກັນນີ້, ທ່ານຍັງໄດ້ຝາກເຖິງເພື່ອນຄູອາຈານທຸກທ່ານ ໃຫ້ເອົາໃຈໃສ່ໃນການສິດສອນ ພັດທະນາຕົນເອງຢ່າງຕໍ່ເນື່ອງ ເພື່ອຍົກສູງຄຸນນະພາບການຮຽນ-ການສອນ ແລະ ຮ່ວມກັນຍົກລະດັບຄຸນນະພາບການສຶກສາຂອງລາວ ໃຫ້ກ້າວທັດທຽມກັບພາກພື້ນ ແລະ ສາກົນ.
.
ເວົ້າລວມແລ້ວ, ຜົນງານ ແລະ ຄວາມອຸທິດຕົນຂອງ ຄູ ວົງເພັດ ອ່ອນສີມາ ເປັນສິ່ງຢັ້ງຢືນຢ່າງຈະແຈ້ງວ່າ ຄູລາວຍຸກໃໝ່ ບໍ່ພຽງແຕ່ເປັນຜູ້ຖ່າຍທອດຄວາມຮູ້ໃນຫ້ອງຮຽນເທົ່ານັ້ນ ແຕ່ຍັງເປັນຜູ້ປະດິດສ້າງ, ນຳໃຊ້ເທັກໂນໂລຊີ ເພື່ອຂະຫຍາຍໂອກາດທາງການສຶກສາໃຫ້ເຖິງເດັກນ້ອຍລາວເຮົາທຸກຄົນ. ທ່ານສົມແລ້ວກັບຄຳຂະໜານນາມທີ່ວ່າ “ຄູ ຄືວິສະວະກອນ ແຫ່ງດວງວິນຍານ” ແລະ ເປັນແບບຢ່າງອັນດີງາມໃຫ້ແກ່ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາຂອງພວກເຮົາຢ່າງແທ້ຈິງ.

ບົດສະເໜີໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ