Skip to main content

“ຈິດຕິໄຊ ພົມມະແສງ” ແສງສະຫວ່າງຈາກແນວຫຼັງ ກັບພາລະກິດສ້າງໂຮງຮຽນໃຫ້ເດັກນ້ອຍເຂດຊົນນະບົດ ຈົນໄດ້ຮັບການຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ

24/08/2026
ການພັດທະນາຊັບພະຍາກອນມະນຸດ ຖືເປັນຮາກຖານ ແລະ ເປັນກຸນແຈສຳຄັນທີ່ສຸດໃນການຂັບເຄື່ອນເສດຖະກິດ-ສັງຄົມ ຂອງ ສປປ ລາວເຮົາ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງ. ເຖິງຢ່າງໃດກໍຕາມ, ໃນເຂດຫ່າງຊົນນະບົດໄກສອກຫຼີກ, ໂອກາດດ້ານການສຶກສາ ແລະ ການເຂົ້າເຖິງອຸປະກອນການຮຽນ-ການສອນ ແລະ ອາຄານຮຽນທີ່ມີຄວາມສວຍງາມຂອງເດັກນ້ອຍ ຍັງເປັນສິ່ງທີ່ທ້າທາຍ. ດ້ວຍຄວາມມຸ່ງໝັ້ນທີ່ຢາກເຫັນຄວາມເທົ່າທຽມ ແລະ ຫຼຸດຜ່ອນຄວາມແຕກໂຕນດ້ານການສຶກສາ ລະຫວ່າງໃນເມືອງ ແລະ ເຂດຊົນນະບົດ, ທ່ານ ຈິດຕິໄຊ ພົມມະແສງ (ໄຊ) ໄດ້ລິເລີ່ມ “ໂຄງການ ຄົນລາວບໍ່ຖິ້ມກັນ” ເຊິ່ງໄດ້ເຕີບໃຫຍ່ກາຍເປັນຂະບວນການທາງສັງຄົມທີ່ສ້າງການປ່ຽນແປງຢ່າງມີພະລັງ. ບົດຄວາມນີ້ຈະພາທ່ານໄປເຈາະລຶກເຖິງແຮງບັນດານໃຈ, ອຸປະສັກ, ເຄັດລັບຄວາມສຳເລັດ ແລະ ວິໄສທັດອັນກວ້າງໄກຂອງຊາຍໜຸ່ມຜູ້ປ່ຽນຄວາມຮັກໃນການຮຽນຮູ້ ໃຫ້ກາຍເປັນແສງສະຫວ່າງແຫ່ງໂອກາດ ແລະ ການສ້າງອະນາຄົດໃຫ້ເດັກນ້ອຍໃນເຂດຊົນນະບົດ.
.
ທ່ານ ຈິດຕິໄຊ ພົມມະແສງ ເປັນຄົນບ້ານໂພນສະອາດ, ເມືອງທ່າແຂກ, ແຂວງຄຳມ່ວນ. ທ່ານໄດ້ເຕີບໃຫຍ່ຂຶ້ນມາໃນຄອບຄົວທີ່ໃຫ້ການສະໜັບສະໜູນດ້ານການສຶກສາຢ່າງເຕັມຮູບແບບ, ເຮັດໃຫ້ເປັນຄົນມັກອ່ານປຶ້ມ, ມັກຮຽນຮູ້ ແລະ ໄດ້ຮັບໂອກາດດີໆ ໃນຊີວິດຢ່າງຫຼວງຫຼາຍ. ເຊິ່ງຈຸດປ່ຽນທີ່ສຳຄັນທີ່ສຸດໃນຊີວິດເກີດຂຶ້ນໃນສະໄໝທີ່ເພິ່ນກຳລັງຮຽນຢູ່ມະຫາວິທະຍາໄລ, ເມື່ອໄດ້ມີໂອກາດໄປເປັນອາສາສະໝັກຢູ່ເຂດຊົນນະບົດຫ່າງໄກສອກຫຼີກ. ນັ້ນເປັນຄັ້ງທຳອິດທີ່ລາວໄດ້ສຳຜັດກັບພື້ນທີ່ທີ່ “ບໍ່ມີໄຟຟ້າ, ບໍ່ມີສັນຍານໂທລະສັບ ແລະ ມັນໄດ້ເປີດໂລກະທັດຂອງຂ້າພະເຈົ້າຢ່າງສິ້ນເຊິ່ງ… ເພາະເຮົາຖືກລ້ຽງມາເປັນຢ່າງດີ ຈົນມີໂອກາດພັດທະນາຊີວິດຕົວເອງ. ແຕ່ເມື່ອມາເບິ່ງນ້ອງໆຢູ່ເຂດນອກ ທີ່ເຂົາບໍ່ມີແມ່ນແຕ່ອາຄານຮຽນ, ບໍ່ມີສັນຍານອິນເຕີເນັດ, ບໍ່ມີໃຜຮັບຮູ້ຂ່າວສານຂອງພວກເຂົາ… ເຮົາເລີຍຕັ້ງຄຳຖາມກັບຕົນເອງວ່າ ເປັນຫຍັງເຮົາຄືບໍ່ລອງໃຊ້ຄວາມຮູ້ ແລະ ປະສົບການທີ່ມີ ເພື່ອເປັນກຳລັງນ້ອຍໆ ສົ່ງຕໍ່ໂອກາດເຫຼົ່ານັ້ນໃຫ້ພວກເຂົາ?”.
.
ຈາກແນວຄວາມຄິດດັ່ງກ່າວນັ້ນ ເຮັດໃຫ້ໂຄງການນ້ອຍໆ ເລີ່ມກໍ່ຮ່າງສ້າງຕົວຂຶ້ນພາຍໃຕ້ຊື່ “ໂຄງການ ຄົນລາວບໍ່ຖິ້ມກັນ” ໂດຍເລີ່ມຈາກການລະດົມບໍລິຈາກເຄື່ອງໃຊ້, ປຶ້ມ, ບິກ, ສໍ ທົ່ວໄປ. ດ້ວຍຄວາມຊື່ສັດ ແລະ ເຮັດຢ່າງສະໝ່ຳສະເໝີ, ເຮັດໃຫ້ມີຜູ້ຕິດຕາມ ແລະ ກອງທຶນເຕີບໃຫຍ່ຂຶ້ນເລື້ອຍໆ ຈາກການຊ່ວຍອຸປະກອນການຮຽນ ກໍຂະຫຍາຍໄປເຖິງການສ້າງອາຄານໂຮງຮຽນໃຫ້ເດັກນ້ອຍໃນເຂດຊົນນະບົດ ໂດຍຕະຫຼອດ 4 ປີທີ່ຜ່ານມາໃນການກໍ່ຕັ້ງໂຄງການ ສາມາດສ້າງໂຮງຮຽນໄດ້ແລ້ວເຖິງ 5 ຫຼັງ ໃນນີ້ແບ່ງເປັນຢູ່ເມືອງຍົມມະລາດ 2 ຫຼັງ ແລະ ເມືອງບົວລະພາ 3 ຫຼັງ ແລະ ກຳລັງກໍ່ສ້າງຫຼັງທີ 6 ຢູ່ເມືອງໄຊບົວທອງ ແຂວງຄຳມ່ວນ.
.
ເມື່ອເວົ້າເຖິງການບໍລິຫານໂຄງການການກຸສົນໃນເຂດຫ່າງໄກສອກຫຼີກມັນກໍບໍ່ແມ່ນເລື່ອງງ່າຍ, ໂດຍທ່ານ ຈິດຕິໄຊ ພົມມະແສງ ໄດ້ແບ່ງປັນເຖິງອຸປະສັກຫຼັກໆ ທີ່ຕ້ອງປະເຊີນ ເປັນຕົ້ນແມ່ນ ການສື່ສານ ແລະ ພື້ນທີ່ ໂຄງການເນັ້ນໃສ່ເຂດຊົນນະບົດ ແລະ ເຂດຊົນເຜົ່າ ທີ່ຂາດສັນຍານມືຖື ເຮັດໃຫ້ການປະສານວຽກງານ ແລະ ການອັບເດດຂໍ້ມູນຂ່າວສານມີຄວາມຫຍຸ້ງຍາກ; ຄວາມສ່ຽງໃນການເດີນທາງ ດ້ວຍທີມງານພຽງ 2 ຄົນ ທີ່ຕ້ອງຂີ່ລົດຈັກລົງພື້ນທີ່ ບາງບ້ານຫ່າງໄກກັນປະມານ 30 ຫາ 100 ກິໂລແມັດ ຕ້ອງຕາກແດດ, ຕາກຝົນ, ເດີນທາງກາງຄືນ ແລະ ປະເຊີນຄວາມສ່ຽງຕາມທ້ອງຖະໜົນອີກດ້ວຍ.
.
ທ່າມກາງອຸປະສັກເຫຼົ່ານັ້ນ “ຄວາມເຊື່ອໝັ້ນ” ຄືຫົວໃຈສຳຄັນທີ່ເຮັດໃຫ້ໂຄງການເຄື່ອນໄຫວມາໄດ້ຢ່າງໝັ້ນຄົງ ໂດຍມີເຄັດລັບການເຮັດວຽກທີ່ໂປ່ງໃສ ເຊັ່ນ: ໂຄງການເປີດບັນຊີໃນຊື່ໂຄງການໂດຍກົງ ຜ່ານການຮັບຮອງ ແລະ ເຮັດບົດບັນທຶກຂໍ້ຕົກລົງ (MOU) ຕາມຂັ້ນຕອນອຳນາດການປົກຄອງທ້ອງຖິ່ນ ຕັ້ງແຕ່ລະດັບບ້ານ, ເມືອງ ຈົນຮອດແຂວງ;ຄວາມໄວ ແລະ ຄວາມໂປ່ງໃສ ແມ່ນ “ໄດ້ເງິນມາປຸບ ໄປລົງພື້ນທີ່ເລີຍ” ບໍ່ລໍຊ້າ. ພ້ອມທັງເຮັດຄລິບວິດີໂອລາຍງານການໃຊ້ຈ່າຍເງິນ ແລະ ຄວາມຄືບໜ້າແບບຣຽວທາມ ຜ່ານໂຊຊຽວມີເດຍ.
.
ສຳລັບຄວາມສຳເລັດ ກໍຄືໃບຍ້ອງຍໍ ທີ່ໄດ້ຮັບຈາກກະຊວງສຶກສາທິການ ແລະ ກິລາ ໃນມື້ນີ້ (19 ສິງຫາ 2026) ໃນກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ທີ່ແຂວງຫຼວງພະບາງ, ທ່ານ ຈິດຕິໄຊ ພົມມະແສງ ໄດ້ສະແດງທັດສະນະວ່າ:”ຂ້າພະເຈົ້າບໍ່ໄດ້ຄິດວ່າລາງວັນນີ້ເປັນຂອງຂ້າພະເຈົ້າພຽງຄົນດຽວ, ແຕ່ເປັນຂອງທຸກຄົນທີ່ມີສ່ວນຮ່ວມ ຕັ້ງແຕ່ມື້ເປີດໂຄງການ ຈົນມາຮອດປັດຈຸບັນ ແລະ ອະນາຄົດ. ບໍ່ວ່າຈະເປັນຊາວບ້ານ, ຜູ້ບໍລິຈາກ, ທີມງານເດີນທາງ ຫຼື ແມ່ນແຕ່ຜູ້ທີ່ໃຫ້ກຳລັງໃຈ ແລະ ເຜີຍແຜ່ຂໍ້ມູນ-ຂ່າວສານໃຫ້ສັງຄົມຮັບຊາບທັງພາຍໃນປະເທດ ແລະ ທົ່ວໂລກ ເຊິ່ງໃນມື້ນີ້ ຂ້າພະເຈົ້າເປັນພຽງຕົວແທນໃນການຮັບລາງວັນອັນຊົງກຽດນີ້ເທົ່ານັ້ນເອງ.
.
ທ່ານ ຈິດຕິໄຊ ແສງມະນີ ຍັງເຜີຍໃຫ້ຮູ້ເຖິງແຜນການເຄື່ອນໄຫວຂອງໂຄງການໃນຕໍ່ໜ້າວ່າ: ແຂວງຄຳມ່ວນ ເປັນພຽງ “ແຂວງຕົ້ນແບບ” ທີ່ພິສູດໃຫ້ເຫັນແລ້ວວ່າ ວິທີການນີ້ໄດ້ຜົນ ແລະ ໄດ້ຮັບການສະໜັບສະໜູນຈາກທຸກພາກສ່ວນ. ເຊິ່ງແຜນງານໃນອະນາຄົດ ໂຄງການຂອງເຮົາມີແຜນຈະຂະຫຍາຍໄປສູ່ ພາກໃຕ້ ເຊັ່ນ ແຂວງເຊກອງ ແລະ ພາກເໜືອຕື່ມອີກ. ຫຼັງຈາກນັ້ນ, ກໍຈະສືບຕໍ່ຂະຫຍາຍໄປທົ່ວປະເທດ ໃຫ້ກວມເອົາ 3 ພາກ ຄື: ພາກເໜືອ, ພາກກາງ ແລະ ພາກໃຕ້ ພ້ອມຕັ້ງເປົ້າຈະສ້າງໂຮງຮຽນໃຫ້ໄດ້ 10 ຫຼັງຕໍ່ປີໃນສາມພາກດັ່ງກ່າວ. ແຕ່ສິ່ງທີ່ຍິ່ງໃຫຍ່ກວ່ານັ້ນ ຄືການສ້າງ “ວັດທະນະທຳຂອງການບໍ່ຖິ້ມກັນ” ໃນສັງຄົມລາວ ເປັນວັດທະນະທຳທີ່ເຕັມໄປດ້ວຍຄວາມເມດຕາ, ເຫັນອກເຫັນໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍຝາກຄຳເຫັນໄວ້ວ່າ: ໂຄງການນີ້ຈະເປັນໂມເດວ ຫຼື ຕົ້ນແບບ ໃຫ້ທຸກຄົນນຳໄປຈັດຕັ້ງຜັນຂະຫຍາຍ ເພື່ອໃຫ້ເກີດມີ “ຈິດຕິໄຊ” ຄົນທີ 1, 2, 3… ຢ່າງບໍ່ມີທີ່ສິ້ນສຸດ. ຍ້ອນວ່າເມື່ອໃດທີ່ຄົນໃນສັງຄົມບໍ່ຖິ້ມກັນ, ເມື່ອນັ້ນ ຄວາມຫວັງ ແລະ ອະນາຄົດຂອງເດັກນ້ອຍກໍຈະສ່ອງແສງສະຫວ່າງງາມຕາສະເໝີ.
ບົດສະເໜີໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ