ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ກະຊວງ ສສກ ຮ່ວມໃຈກັນປັບປຸງສະໜາມກິລາເປຕັງ ສພບ
12/02/2026

ນັກສຶກສາຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມໃຈກັນອອກແຮງງານລວມຫຼັງໂມງເລີກຮຽນ ໃນການປັບປຸງສະໜາມກິລາເປຕັງຂອງສະຖາບັນພັດທະນາການບໍລິຫານການສຶກສາ ຫຼື ສພບ (ຫຼັກ
ກະຊວງສຶກສາທິການ ແລະ ກິລາ ເພື່ອກຽມຮັບໃຊ້ການຈັດກິດຈະກຳຕ່າງໆຂອງນັກສຶກສາຊຸດດັ່ງກ່າວ ສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ ຂອງຊາດ ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ກິດຈະກຳອອກແຮງງານລວມໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 11 ກຸມພາ 2026 ທີ່ເດີ່ນກິລາເປຕັງ ສພບ, ໃຫ້ກຽດເຂົ້າຮ່ວມ ແລະ ນຳພາໂດຍ ທ່ານ ພອນສະຫວັນ ວົງສາຄຳຜຸຍ ຮອງຜູ້ອຳນວຍການສະຖາບັນພັດທະນາການບໍລິຫານການສຶກສາ ແລະ ທ່ານ ປອ ສົມສີ ໄຊຍະຍາດ ຫົວໜ້າໜ້ອງທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ພ້ອມດ້ວຍຄະນະ ແລະ ນັກສຶກສາຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ການອອກແຮງງານລວມໃນຄັ້ງນີ້ ແມ່ນມີຂຶ້ນພາຍຫຼັງໂມງເລີກຮຽນຂອງນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ໂດຍມີຈຸດປະສົງເພື່ອປັບປຸງ ແລະ ສ້ອມແປງສະໜາມກິລາເປຕັງຂອງ ສພບ ຈາກໃນເບື້ອງຕົ້ນມີພຽງ 1 ຂອດ ໃຫ້ເປັນ 2 ຂອດ ແລະ ຄວາມຍາວໃຫ້ໄດ້ມາດຕະຖານ ເພື່ອຮອງຮັບການຈັດແຂ່ງຂັນກິລາເປຕັງ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ແລະ ຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. ຄຽງຄູ່ກັນນີ້ ກໍເພື່ອເປັນການສ້າງຄວາມລື້ງເຄີຍ ແລະ ຮັດແໜ້ນຄວາມສາມັນຄີລະຫວ່າງນັກສຶກສາດ້ວຍກັນໃຫ້ມີຄວາມສະໜິດສະໜົມກັນຫຼາຍຂຶ້ນກວ່າເກົ່າ.
ພາບໂດຍ: ສົມປະໄພ ໂນອິນຖະໜອມ
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມ ເຫັນດີປັບປຸງ TOR ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
- ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22
- ອາຊຽນ-ຍີ່ປຸ່ນ ຮ່ວມຫາລືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
- ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026
- ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ
- ຫຼານນ້ອຍ ເບ ສະຫວັນ ແຊ໋ມບານເຕະນານາຊາດ ທີ່ ສສ ຫວຽດນາມ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງເດີນທາງກັບເຖິງແຜ່ນດິນເກີດ



