ຄະນະນຳ ສຕລ ເນັ້ນໃຫ້ນັກກິລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ໂຟກັດນັດທີ່ຈະພົບກັບ ທີມຊາດມາເລເຊຍ
22/04/2026

ໃນຄໍ່າຄືນຂອງວັນທີ 20 ເມສາ 2026 ທີ່ໂຮງແຮມໃນປະເທດອິນໂດເນເຊຍ, ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ທ່ານ ຄໍລະເດດ ພອນພະຈັນ ຄະນະບໍລິຫານງານ ສຕລ ທັງເປັນຮອງຫົວໜ້າຄະນະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ໄດ້ເດີນທາງມາຮອດປະເທດອິນໂດເນເຊຍ ເພື່ອສືບຕໍ່ນໍາພາ ທີມຊາດລາວ ລົງແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ໋ມອາຊຽນ ປະຈໍາປີ 2026 (ASEAN U17 Boys’ Championship 2026) ຮອບ 4 ທີມສຸດທ້າຍ ທີ່ຈະພົບກັບ ທີມຊາດມາເລເຊຍ ໃນວັນທີ 22 ເມສາ 2026 ເວລາ 15:30 ໂມງທີ່ສະໜາມ Gelora Delta.
ໂອກາດດັ່ງກ່າວ, ທ່ານ ຄໍາແພງ ວົງຂັນຕີ ໄດ້ຍ້ອງຍໍຊົມເຊີຍ ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ທີ່ທຸ້ມເທເຫື່ອແຮງສະຕິປັນຍາ ສຸມໃສ່ການໃນການແຂ່ງຂັນ ຈົນສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍ ແນ່ນອນເປົ້າໝາຍຕໍ່ໄປຄືຜ່ານເຂົ້າຮອບຊີງຊະນະເລີດໃຫ້ໄດ້. ດັ່ງນັ້ນ ຮຽກຮ້ອງນັກກິລາທຸກຄົນຟັງຄວາມຄູຝຶກ ຄືກັບພໍ່ກັບແມ່ພວກເຮົາ ແລະ ໃຫ້ມີຈິດໃຈສູ້ເພື່ອປະເທດຊາດ ຕັ້ງໃຈໃສ່ນັດທີ່ຈະພົບກັບ ມາເລເຊຍ ຂໍໃຫ້ໄດ້ຜົນສໍາເລັດກັບຄືນເມື່ອບ້ານເຮົາ.
ຂະດຽວກັນ, ທ່ານ ຄໍລະເດດ ພອນພະຈັນ ຮອງຫົວໜ້າຄະນະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ກ່າວວ່າ: ຊົມເຊີຍຜົນສໍາເລັດໃນ 3 ນັດທີ່ຜ່ານມາ ຈົນສາມາດຜ່ານເຂົ້າຮອບສຸດທ້າຍໄດ້ ແລະ ເປັນຜົນງານທີ່ຊາວລາວພູມໃຈທີ່ສຸດ. ແນ່ນອນເຮົາຍັງມີການແຂ່ງຂັນຮອບ 4 ທີມທີ່ຈະພົບກັບ ມາເລເຊຍ ຂໍໃຫ້ທຸກຄົນໂຟກັດ ແລະ ສຸມຈິດສຸມໃຈ ພ້ອມເຮັດທຸກຢ່າງເພື່ອໃຫ້ໄດ້ຮັບໄຊຊະນະ ແລະ ຜ່ານເຂົ້າຮອບຊີງຊະນະເລີດໃຫ້ໄດ້.
ຂ່າວຫຼ້າສຸດ
- ລາວ-ຍີ່ປຸ່ນ ສືບຕໍ່ຮ່ວມມື ຈັດຕັ້ງປະຕິບັດໂຄງການ ITEAM3 ປັບປຸງຄຸນນະພາບການສຶກສາຄະນິດສາດປະຖົມ ທົ່ວປະເທດ
- ທັບນັກກິລາກະຕໍ້ ຈຳປາສັກ ພ້ອມ 100% ລຸຍຊີງແຊ້ມທົ່ວປະເທດ ພ້ອມຕັ້ງເປົ້າສູ້ຊົນຄວ້າແຊ້ມ ເພື່ອສ້າງສູ່ 2 ງານໃຫຍ່ລະດັບຊາດ
- ສສກ.ນວ ຈະສຸມໃສ່ຊ່ວຍເຫຼືອນັກຮຽນທຸກຍາກ ແກ້ໄຂບັນຫາການປະລະການຮຽນ ທົ່ວນະຄອນຫຼວງວຽງຈັນ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026


