ສສກ.ນວ ຈະສຸມໃສ່ຊ່ວຍເຫຼືອນັກຮຽນທຸກຍາກ ແກ້ໄຂບັນຫາການປະລະການຮຽນ ທົ່ວນະຄອນຫຼວງວຽງຈັນ
28/07/2026

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ສສກ.ນວ) ຈະສຸມໃສ່ການຊ່ວຍເຫຼືອນັກຮຽນທຸກຍາກ ໂດຍຊຸກຍູ້ໂຮງຮຽນພາກລັດສືບຕໍ່ນະໂຍບາຍຍົກເວັ້ນຄ່າຊຸກຍູ້ພັດທະນາ ແລະ ບໍລິຫານໂຮງຮຽນ ໃຫ້ແກ່ນັກຮຽນທີ່ມີຄວາມຫຍຸ້ງຍາກ ແລະ ຄອບຄົວມີອ້າຍນ້ອງຫຼາຍຄົນ ເພື່ອແກ້ໄຂການປະະລະການຮຽນ ພາຍໃນນະຄອນຫຼວງວຽງຈັນ ໃຫ້ບັນລຸຄາດໝາຍທີ່ວາງໄວ້.
ສສຫ.ນວ ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 24 ກໍລະກົດ 2026, ທີ່ຫ້ອງການ ສສກ.ນວ ພ້ອມທັງຕອບຄຳຖາມເຈາະຈີ້ມ ເພື່ອແກ້ໄຂບັນຫາທ້າທາຍຕ່າງໆ ໂດຍສະເພາະແມ່ນອັດຕາການປະລະການຮຽນຂອງນັກຮຽນ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ທະນົງໄຊ ຄຸດໄພທູນ ກຳມະການສຳຮອງສູນກາງພັກ, ກຳມະການປະຈຳພັກ ນະຄອນຫຼວງວຽງຈັນ ທັງເປັນຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີທ່ານ ນາງ ລີປ່າເອຍ ລີບົວປ່າວ ກຳມະການພັກ ນະຄອນຫຼວງວຽງຈັນ ທັງເປັນຫົວໜ້າພະແນກ ສສກ.ນວ ແລະ ທ່ານ ນາງ ຄຳແຫວນ ສິງບັນດິດ ປະທານຄະນະກຳມະການວັດທະນະທຳສັງຄົມ ແລະ ຊົນເຜົ່າ ຕະຫຼອດຮອດບັນດາສະມາຊີກສະພາ ນະຄອນຫຼວງວຽງຈັນ, ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ລີປ່າເອຍ ລີບົວປ່າວ ກໍໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນທັງໝົດ 1.170 ແຫ່ງ (ເພີ່ມຂຶ້ນ 5 ແຫ່ງ), ມີນັກຮຽນທັງໝົດ 215.833 ຄົນ (ເພີ່ມຂຶ້ນ 2.737 ຄົນ). ໃນນັ້ນ, ປະກອບມີໂຮງຮຽນລ້ຽງເດັກ-ອະນຸບານ 427 ແຫ່ງ, ປະຖົມສຶກສາ 538 ແຫ່ງ, ມັດທະຍົມຕອນຕົ້ນ 84 ແຫ່ງ, ຕອນປາຍ 11 ແຫ່ງ ແລະ ມັດທະຍົມສົມບູນ 110 ແຫ່ງ, ມີນັກຮຽນ ມ.ຕົ້ນ 59.053 ຄົນ ແລະ ມ.ປາຍ 30.945 ຄົນ ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2026, ຂະແໜງສຶກສາ ແລະ ກິລາ ສາມາດ ບັນລຸໄດ້ 6 ຄາດໝາຍ, ບໍ່ບັນລຸ 3 ຄາດໝາຍ ແລະ ກຳລັງເກັບກຳຂໍ້ມູນ 4 ຄາດໝາຍ:
ສຳລັບຄາດໝາຍທີ່ບັນລຸ (6): ຮັກສາອັດຕາເຂົ້າຮຽນເດັກ 5 ປີ (ປະຕິບັດໄດ້ 101,91%), ອັດຕາເຂົ້າໃໝ່ສຸດທິ ປ.1 (101,2%), ອັດຕາເຂົ້າຮຽນລວມ ມ.ຕົ້ນ (100,1%), ອັດຕາປະລະ ມ.ປາຍ ຕ່ຳກວ່າເກນ (7,17%), ວຽກງານລົບລ້າງຄວາມບໍ່ຮູ້ໜັງສື ແລະ ຍົກລະດັບ (ບັນລຸເກີນແຜນ), ພ້ອມທັງການຮຽນ-ການສອນ ICT ຊັ້ນມັດທະຍົມກວມເອົາ 95,61%.
ສ່ວນຄາດໝາຍທີ່ບໍ່ບັນລຸ (3): ອັດຕາປະລະຊັ້ນປະຖົມ (ປະຕິບັດໄດ້ 2,38% ທຽບໃສ່ຄາດໝາຍຕ່ຳກວ່າ 0,40%), ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 (ປະຕິບັດໄດ້ 98,5%) ແລະ ອັດຕາປະລະ ມ.ຕົ້ນ (ປະຕິບັດໄດ້ 5,35% ທຽບໃສ່ຕ່ຳກວ່າ 4,5%) ບັນຫາ ແລະ ສາເຫດຂອງການປະລະການຮຽນ ສາເຫດຫຼັກທີ່ພາໃຫ້ມີການປະລະການຮຽນ ແມ່ນຍ້ອນ ບັນຫາດ້ານເສດຖະກິດຄອບຄົວ, ພໍ່ແມ່ມີອາຊີບຮັບຈ້າງທົ່ວໄປ ບໍ່ມີບ່ອນພັກອາໄສແນ່ນອນ ຕ້ອງຍ້າຍຕາມສະຖານທີ່ເຮັດວຽກ ເຮັດໃຫ້ຕ້ອງພາລູກຫຼານໄປນຳແຕ່ບໍ່ໄດ້ສືບຕໍ່ເອົາເຂົ້າຮຽນບ່ອນໃໝ່. ສຳລັບຊັ້ນມັດທະຍົມ ແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຈຳເປັນຕ້ອງອອກໂຮງຮຽນໄປອອກແຮງງານແບ່ງເບົາພາລະຄອບຄົວ.
ໃນນັ້ນ, ອັດຕາປະລະຊັ້ນປະຖົມສູງ: ເມືອງໄຊເສດຖາ (3,82%), ເມືອງຈັນທະບູລີ (3%) ແລະ ເມືອງສັງທອງ (2,70%), ອັດຕາປະລະຊັ້ນມັດທະຍົມຕອນຕົ້ນສູງ: ເມືອງສັງທອງ (12,35%), ເມືອງຈັນທະບູລີ (8,47%), ເມືອງນາຊາຍທອງ (8,34%) ແລະ ເມືອງປາກງື່ມ (8,17%), ອັດຕາປະລະຊັ້ນມັດທະຍົມຕອນປາຍສູງ: ເມືອງສັງທອງ (9,94%), ເມືອງນາຊາຍທອງ (9,24%) ແລະ ເມືອງປາກງື່ມ (9,01%).
ຫົວໜ້າພະແນກ ສສກ.ນວ ໃຫ້ຮູ້ອີກວ່າ: ສຳລັບມາດຕະການແກ້ໄຂ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ເພື່ອແກ້ໄຂບັນຫາດັ່ງກ່າວຢ່າງເປັນຮູບປະທຳ, ທາງພະແນກໄດ້ວາງມາດຕະການອັນຮີບດ່ວນ ດັ່ງນີ້: ແຕ່ງຕັ້ງຄະນະກຳມະການຂັ້ນເມືອງ: ລົງສົມທົບກັບອົງການປົກຄອງບ້ານ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອປຸກລະດົມຂົນຂວາຍຜູ້ປົກຄອງນຳລູກຫຼານກັບຄືນມາສືບຕໍ່ຮຽນ.
ພ້ອມທັງຈະຊ່ວຍເຫຼືອນັກຮຽນທຸກຍາກ: ຊຸກຍູ້ໂຮງຮຽນພາກລັດສືບຕໍ່ນະໂຍບາຍຍົກເວັ້ນຄ່າຊຸກຍູ້ພັດທະນາ ແລະ ບໍລິຫານໂຮງຮຽນ ໃຫ້ແກ່ນັກຮຽນທີ່ມີຄວາມຫຍຸ້ງຍາກ ແລະ ຄອບຄົວມີອ້າຍນ້ອງຫຼາຍຄົນ, ພ້ອມທັງຈັດຫາປຶ້ມແບບຮຽນໃຫ້ຢືມ, ແກ້ໄຂການຂາດແຄນຄູ: ສືບຕໍ່ຈັດສັບຊ້ອນຄູ ແລະ ແກ້ໄຂບັນຫາການຂາດແຄນຄູສອນ ເພື່ອຫຼຸດຜ່ອນການສອນຫ້ອງຄວບ ແລະ ຕອບສະໜອງຄວາມຕ້ອງການຄູ ແລະ ຍົກລະດັບຄຸນນະພາບການສອນ: ຊຸກຍູ້ສົ່ງເສີມການຮຽນ-ການສອນ STEM ແລະ ICT, ພ້ອມທັງຍາດແຍ່ງການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ເພື່ອປັບປຸງພື້ນຖານໂຄງລ່າງ ແລະ ສະໜອງອຸປະກອນການຮຽນ.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ














